ກະຊວງ ພາຍໃນເຊື່ອມຊຶມ ຜົນກອງປະຊຸມຄົບຄະນະກາງສະໄໝຂອງພັກ

ກະຊວງ ພາຍໃນເຊື່ອມຊຶມ ຜົນກອງປະຊຸມຄົບຄະນະກາງສະໄໝຂອງພັກ
ໃນຕອນເຊົ້າທີ 19 ຕຸລາ ນີ້ ກະຊວງພາຍໃນ ໄດ້ຈັດຕັ້ງເຊື່ອມຊຶມ ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ, ມີທ່ານຮອງລັດຖະມົນຕີ, ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານ ທອງຈັນ ມະນີໄຊ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເພາະຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຮັບຟັງ ແລະ ເຊື່ອມຊຶມບັນດາເນື້ອໃນເອກະສານສຳຄັນຕ່າງໆດັ່ງນີ້: ຮັບຟັງການເຜີຍແຜ່ ຄຳສັ່ງແນະນຳ ເລກທີ 232/ຄອສພ, ລົງວັນທີ 28 ກັນຍາ 2023 ກ່ຽວກັບການຈັດຕັງປະຕິບັດຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະ             ໄໝທີ XI, ເອກກະສານຕີລາຄາການຈັດຕັງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄລຍະກາງສະໄໝ, ເອກະສານຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະກາງສະໄໝຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ເອກະສານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ໄລຍະກາງສະໄໝ, ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລີກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ (ສະບັບເລກທີ 05/ຄບສພ,ລົງວັນທີ 5 ກັນຍາ 2023, ຄວາມເຫັນສະຫຼຸບປິດຂອງສະຫາຍເລຂາທິການໃຫຍ່ (ວາລະເປີດກວ້າງ) ພ້ອມທັງຄວາມເຫັນກ່າວສະຫຼຸບຜົນການດຳເນີນຊີວິດການເມືອງ ແລະ ປິດກອງປະຊຸມສູນກາງຄົບຄະນະກາງສະໄໝ.
ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ແຜນການດຳເນີນງານຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 432/ຄລສພ, ລົງວັນທີ 8 ກັນຍາ 2023 ແລະ ຮັບຟັງບົດສະຫຼຸບການຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນ ກາງສະໄໝຕື່ມອີກ ໂດຍຈຸດປະສົງຂອງການຈັດຕັ້ງເຜີຍແຜ່ເອກະສານສຳຄັນຕ່າງໆໃນຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກ, ຄະນະນໍາກະຊວງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວກະຊວງ ພາຍໃນໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ມີຄວາມເປັນເອກະພາບສູງຕໍ່ບັນດາເນື້ອໃນເອກະສານຕ່າງໆຂອງພັກ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າທີ່ວຽກງານວິຊາສະເພາະຂອງກົມກອງຕົນຮັັບຜິດຊອບໃຫ້ປະກົດຜົນເປັນຈິງ.       
(ຂ່າວ-ພາບ: ພູວຽງຄຳ)

ຄໍາເຫັນ

ຂ່າວການເມືອງ

ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນຂອງພັກ ຂຶ້ນໃນວັນທີ 3 ຕຸລາ ນີ້ ທີ່ ຍທຂ ໃຫ້ກຽດເຜີຍແຜ່ເອກະສານໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ຊຶ່ງມີພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມຮັບຟັງ.
ຄໍາມ່ວນ ໂຮມຊຸມນຸມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ຄໍາມ່ວນ ໂຮມຊຸມນຸມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ພິທີໂຮມຊຸມນຸມຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ຈັດຂຶ້ນໃນວັນທີ 1 ຕຸລານີ້ ທີ່ສະໂມສອນແຂວງຄໍາມ່ວນ. ໃຫ້ກຽດເຂົ້າຮ່ວມກ່າວບົດປາໃສຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຄະນະບໍລິຫານງານພັກແຂວງ, ຄະນະພັກ-ຄະນະນຳຂັ້ນແຂວງ, ພະແນກການ-ອົງການທຽບເທົ່າຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.
ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III

ກອງປະຊຸມທາບທາມຮ່າງບົດລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມ ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III ໄດ້ຈັດຂຶ້ນໃນວັນທີ 1 ຕຸລານີ້ ທີ່ແຂວງວຽງຈັນ.ໂດຍການເປັນປະທານຊື້ນຳຂອງ ສະຫາຍ ຄຳພັນ ເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ,ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ,ມີບັນດາຄະນະປະຈຳພັກແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ XII.

ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ XII.

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງຜົ້ງສາລີ ຄັ້ງທີ XII ໄດ້ຈັດຂຶ້ນໃນລະຫ່ວາງ ວັນທີ 29-30 ກັນຍາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຜົ້ງສາລີ. ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳແຂວງຜົ້ງສາລີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ມີຜູ້ແທນສົມບຸນຈຳນວນ 309 ສະຫາຍ ຍິງ 41 ສະຫາຍ ຊື່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 14,241 ສະຫາຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII ໄຂຂຶ້ນຢ່າງເປັນທາງການໃນວັນທີ 29 ກັນຍາ ທີ່ຫໍປະຊຸມໃຫ່ຍຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານຮອບດ້ານແຂວງຜົ້ງສາລີ ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນ 309 ສະຫາຍ ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 14,241 ສະຫາຍ.
ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX

ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໄດ້ສຳເລັດໃນຕອນເຊົ້າຂອງວັນທີ່ 30 ກັນຍານີ້ ພາຍຫຼັງດໍາເນີນມາເປັນເວລາ ໜຶ່ງວັນເຄີ່ງ ພາຍໃຕ້ຄໍາຂັວນ "ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງອົງຄະນະພັກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງເມືອງມໍລະດົກໂລກ ເຂົ້າໃນການພັດທະນາແຂວງຫຼວງພະບາງ ຕາມທິດເປັນເຈົ້າຕົນເອງ, ສີຂຽວ, ຍືນຍົງ ແລະ ຄົງຄຸນຄ່າ".
ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບແນະນໍາ ການເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI, ໃນ​ວັນ​ທີ 29 ກັນ​ຍາ​ນີ້ ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດໂດຍເປັນປະທານຂອງສະຫາຍບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI

ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI ຂອງອົງຄະນະບໍລິຫານງານພັກແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍານີ້ ທີ່ຫ້ອງວ່າການແຂວງວຽງຈັນ,ພາຍໃຕ້ການເປັນປະທານຊີ້ນຳກອງປະຊຸມໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ມີບັນດາຄະນະປະຈຳພັກແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ

ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 29 ກັນຍານີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານ, ມີບັນດາສະຫາຍ ຄະນະບໍລິຫານງານພັກແຂວງ, ບັນດາສະຫາຍຕາງໜ້າຈາກສູນກາງ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ ແລະ ກອງພົນທະຫານຮາບ ທີ 4 ພ້ອມດ້ວຍບັນດາສະຫາຍພະນັກງານອາວຸໂສບໍານານ, ແຂກທີ່ມີກຽດ ແລະ ສະຫາຍຜູ້ແທນກອງປະຊຸມ 385 ສະຫາຍ ຍິງ 51 ສະຫາຍ ຈາກບັນດາເຜົ່າຕ່າງໆທີ່ຕາງໜ້າໃຫ້ສະມາຊິກພັກ 23,464 ສະຫາຍ ຍິງ 6,578 ສະຫາຍໃນທົ່ວແຂວງ ເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX

ຕອນເຊົ້າວັນທີ 29 ກັນຍານີ້ ທີ່ແຂວງຫຼວງພະບາງ, ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໄດ້ຂຶ້ນຢ່າງເປັນທາງການ, ມີສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ຜູ້ແທນສົມບູນ ຈຳນວນ 281 ສະຫາຍ ຍີງ 34 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນທົ່ວແຂວງ 27,342 ສະຫາຍເຂົ້າຮ່ວມ.
ເພີ່ມເຕີມ