ກະຊວງ ຖວທ ຈັດກອງປະຊຸມເຜີຍແຜ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ

ກະຊວງ ຖວທ ຈັດກອງປະຊຸມເຜີຍແຜ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ຖວທ ຂຶ້ນໃນວັນທີ 25 ເມສາ ນີ້ ທີ່ຫໍວັດທະນະທຳແຫ່ງຊາດ, ໂດຍການເປັນປະທ່ານ ຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ, ມີຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ວັນສີ ກົວມົວ ໄດ້ກ່າວວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ ໄດ້ເຜີຍແຜ່ມະຕິຕົກລົງວ່າດ້ວຍການກະກຽມກອງປະຊຸມໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ກະຊວງ ຖວທ, ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ, ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ຕິດຕາມກອງປະຊຸມໃຫຍ່ຂອງຄະນະພັກ, ບົດແນະນຳກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຮາກຖານພັກ ທົ່ວອົງຄະນະພັກກະຊວງ ຖວທ, ມາດຕະຖານເງື່ອນໄຂຜູ້ທີ່ຈະຮັບສະໝັກຄັດເລືອກເຂົ້າເປັນຄະນະພັກຮາກຖານ ແລະ ຄະນະໜ່ວຍພັກຊຸດໃໝ່ ແລະ ແຜນກະກຽມ ແລະ ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກຮາກຖານ, ຄະນະໜ່ວຍພັກທົ່ວ ອົງຄະນະພັກ ກະຊວງ ຖວທ.
ທ່ານ ວັນສີ ກົວມົວ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ມີຄະນະບໍລິຫານງານພັກກະຊວງ, ເລຂາ, ຮອງເລຂາ, ກຳມະການຄະນະພັກຮາກຖານ, ກຳມະການຄະນະໜ່ວຍພັກ ພາຍໃນ ກະຊວງ ຖວທ ກໍຄື ແຕ່ລະອະນຸກຳມະການ, ແຕ່ລະພາກສ່ວນ ໃຫ້ເປັນເຈົ້າການປະຕິບັດຕາມມະຕິຕົກລົງ, ຄຳສັ່ງ, ຄຳແນະນຳ ທີ່ໄດ້ກຳນົດໄວ້ຢ່າງເຄັ່ງຂັດ ກໍຄືນຳເອົາມະຕິຄຳສັ່ງດັ່ງກ່າວ, ໄປເຜີຍແຜ່ ແລະ ແບ່ງຄວາມຮັບຜິດຊອບກັນແຕ່ລະໜ້າວຽກໃຫ້ເປັນອັນລະອຽດ, ພ້ອມທັງ ກະກຽມເນື້ອໃນໃຫ້ກະທັດຮັດ, ຊັດເຈນ ສອດຄ່ອງຕາມແນວທາງ, ນະໂຍບາຍ, ລະບຽບການ ແລະ ກົດໝາຍ ເພື່ອເຮັດແນວໃດ ໃຫ້ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ ສຳເລັດຕາມເປົ້າໝາຍທີ່ວາງໄວ້ ຊຶ່ງການດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງ ຖວທ ກໍຄືກອງປະຊຸມໃຫຍ່ຄະນະພັກຮາກຖານ ແລະ ໜ່ວຍພັກ ແມ່ນບັ້ນດໍາເນີນຊີວິດການເມືອງໜຶ່ງທີ່ເລີກເຊິ່ງ ແນໃສ່ປັບປຸງປົວແປງອົງການຈັດຕັ້ງພັກຢູ່ພາຍໃນກະຊວງໃຫ້ມີຄວາມ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສາມາດຮັບປະກັນບົດບາດເປັນແກນນຳໃນລະບົບການເມືອງ, ມີຄວາມສາມາດນຳພາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ໄດ້ຕາມຈຸດໝາຍທີ່ວາງໄວ້.
(ຂ່າວ-ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວການເມືອງ

ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສະກຳ ແລະ ສິ່ງແວດລ້ອມ(ກສ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

ໃນໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະດ້ານການສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ເຮັດໃຫ້ໃນທົ່ວປະເທດສາມາດແກ້ໄຂມ້າງຄະດີໄດ້ 21,003 ເລື່ອງ.
ສສຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ໃນຄຸ້ມຄອງ​ບໍ່ແຮ່

ສສຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ໃນຄຸ້ມຄອງ​ບໍ່ແຮ່

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 12 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ທີ່ສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕິ.
ທຫລ ຊີ້ແຈງການ​ຄວບ​ຄຸມ​ອັດ​ຕາ​ເງິນ​ເຟີ້-ຄຸ້ມ​ຄອງເງິນ​ຕາ​ຕ່າງ​ປະ​ເທດ

ທຫລ ຊີ້ແຈງການ​ຄວບ​ຄຸມ​ອັດ​ຕາ​ເງິນ​ເຟີ້-ຄຸ້ມ​ຄອງເງິນ​ຕາ​ຕ່າງ​ປະ​ເທດ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສະໄໝທີ IX, ໃນ​ວັນ​ທີ 13 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄຳຊັກຖາມບັນຫາພົ້ນເດັ່ນ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ກັບການກໍານົດ 3 ຄາດໝາຍຕົ້ນຕໍ ໃນແຜນເງິນຕາ 5 ປີ (2026-2030) ໂດຍສະເພາະ ຄາດໝາຍອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບສະເລ່ຍ 5% (ເໜັງຕີງ ± 2%) ສະເໜີທະນາຄານ ແຫ່ງ ສປປ ລາວ ຊີ້ແຈງ ແລະ ຢັ້ງຢືນຄວາມແນ່ນອນວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ ຫຼື ບໍ່. ຖ້າເພີ່ມດັດສະນີເງິນເດືອນ ຜົນທີ່ຕາມມາຄືລາຄາສິນຄ້າເພີ່ມສູງຂຶ້ນ, ​ເງິນເຟີ້ ຈະກັບຄືນມາບໍ່; ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອໃຫ້ກຸ້ມການນຳເຂົ້າໄດ້ 5-6 ເດືອນຂຶ້ນໄປ, ໃນທິດທາງຕໍ່ໜ້າ ທຫລ ຈະສາມາດບັນລຸໄດ້ຄືແນວໃດ ແລະ ດ້ວຍວິທີໃດແດ່.
ລັດຖະບານ ຈະນໍາໃຊ້ລະບົບວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ

ລັດຖະບານ ຈະນໍາໃຊ້ລະບົບວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ

ປັດຈຸບັນລັດຖະບານກໍຄືກະຊວງການເງິນກໍາລັງຄົ້ນຄວ້າ, ການນໍາໃຊ້ລະບົບການວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ ຊຶ່ງຈະເຮັດໃຫ້ການສັງລວມມີຄວາມຊັດເຈນຂຶ້ນໃນຕໍ່ໜ້າ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ບັນດາສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງ ໄດ້ສຸມໃສປະກອບຄຳເຫັນໃສ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 5 ປີ(2021-2025) ແລະ ທິດທາງໃນຕໍ່ໜ້າຢ່າງກົງໄປກົງມາ ແລະ ມີຈຸດສຸມ ແນໃສ່ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດເປັນກ້າວໆ.
ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ທ່ານ ພົນໂທ ສຸວອນ ເລືອງບຸນມີຮອງປະທານສະພາແຫ່ງຊາດຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5ປີ(2021-2025) ແລະ ທິດທາງໃນຕໍ່ໜ້າ,ສະເໜີໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 12 ພະຈິກນີ້,ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ກອງປະຊຸມໃຫຍ່ ຄັ້ງທີ X ໜ່ວຍພັກຮາກຖານວິທະຍາໄລ ສິລະປະແຫ່ງຊາດ(ວສຊ) ກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ) ໄດ້ເປີດຂຶ້ນໃນວັນທີ 12ພະຈິກ 2025 ທີ່ວິທະຍາໄລດັ່ງກ່າວ ໂດຍການປະທານຂອງ ສະຫາຍ ວິລະພັນ ຊາພູວົງ ຜູ້ອໍານວຍການ ວິທະຍາໄລສິລະປະແຫ່ງຊາດ ເລຂາ ໜ່ວຍພັກຮາກຖານ ວສຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ວທ, ພ້ອມດ້ວຍອາດີດການນໍາອາວຸໂສ-ບໍານານ ແລະ ສະມາຊິກພັກ ວສຊ ເຂົ້າຮ່ວມ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ທ່ານໄຊ​ສົມ​ພອນພົມ​ວິ​ຫານປະທານສະພາແຫ່ງຊາດ ເນັ້ນໃຫ້ສະມາຊິກສະພາ ແຫ່ງຊາດ(ສສຊ) ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ(2021-2025) ຂອງລັດຖະບານຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງປະເທດເຮົາໃນປັດຈຸບັນ,ຕໍ່ກັບການກຳນົດທິດທາງແຜນການໃນຕໍ່ໜ້າໃຫ້ເຊື່ອມສານເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ X.
ເພີ່ມເຕີມ