ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການດັດແກ້ແຜນງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູງກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

 

ທ່ານ ສັນຕິພາບ ພົມວິຫານ ໄດ້ສະເໜີດັດແກ້ແຜນງົບປະມານແຫ່ງລັດ ປີ 2025, ແມ່ນອີງໃສ່ຜົນການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2024 ແລະ ການສະເໜີເພີ່ມລາຍຮັບ-ລາຍຈ່າຍ ຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ປີ 2025 ເນື່ອງຈາກສາມາດປະຕິບັດໄດ້ລື່ນແຜນເບື້ອງຕົ້ນ ເປັນຈໍານວນຫຼາຍສົມຄວນ, ສະນັ້ນ ຈຶ່ງສະເໜີດັດແກ້ນໍາໃຊ້ເຂົ້າໃນແຜນງົບປະມານແຫ່ງລັດ ປີ 2025 ດັ່ງນີ້: ເງິນເກີນແຜນຕາມຜົນຂອງການໄລ່ລຽງຂາດຕົວ ປີ 2024 ທີ່ໄດ້ລາຍງານຂ້າງເທິງ 8,510.09 ຕື້ກີບ; ການສະເໜີເພີ່ມ ລາຍຮັບ-ລາຍຈ່າຍ ວິຊາການ ແລະ ກອງທຶນ ປີ 2025 ທີ່ບັນດາຫົວໜ່ວຍວິຊາການ ແລະ ກອງທຶນ ສາມາດປະຕິບັດໄດ້ລື່ນແຜນເບື້ອງຕົ້ນ ຈໍານວນ 1,700 ຕື້ກີບ ໃນນີ້: ສູນກາງ 724 ຕື້ກີບ ແລະ ທ້ອງຖິ່ນ 976 ຕື້ກີບ.

ກະຊວງການເງິນ ຈຶ່ງສະເໜີດັດແກ້ແຜນງົບປະມານແຫ່ງລັດ ປີ 2025 ຕາມທີ່ທ່ານນາຍົກລັດຖະມົນຕີ ໄດ້ລາຍງານຜ່ານມາ ດັ່ງນີ້:ລາຍຮັບທັງໝົດ ເພີ່ມຂື້ນຈາກ 68,100 ຕື້ກີບ ມາເປັນ 69,800 ຕື້ກີບ ເພີ່ມ 1,700 ຕື້ກີບ;ລາຍຈ່າຍທັງໝົດເພີ່ມຂຶ້ນຈາກ 71,850 ຕື້ກີບ ມາເປັນ 82,060 ຕື້ກີບ ເພີ່ມ 10,210 ຕື້ກີບ;ການຂາດດຸນ ເພີ່ມຂຶ້ນຈາກ 3,750 ຕື້ກີບ ມາເປັນ 12,260.09 ຕື້ກີບ (ເພີ່ມຈາກ -1% ມາເປັນ -3.27% ຂອງ GDP ການຂາດດຸນເພີ່ມດັ່ງກ່າວ ມີແຫຼ່ງທຶນຮອງຮັບແລ້ວ).

ທ່ານ ສັນຕິພາບ ພົມວິຫານຍັງໄດ້ໃຫ້ຮູ້ວ່າ: ສຳລັບຮ່າງແຜນງົບປະມານແຫ່ງລັດ ປີ 2026 ທີ່ ທ່ານ ນາຍົກລັດຖະມົນຕີ ໄດ້ນໍາສະເໜີ ລາຍງານຕໍ່ກອງປະຊຸມຄັ້ງນີ້ແລ້ວ, ຂໍລາຍງານເພີ່ມຕື່ມການຈັດສັນງົບປະມານ ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໂດຍສັງເຂບ ດັ່ງນີ້: ດ້ານລາຍຮັບ ຄາດໝາຍລາຍຮັບທັງໝົດ 83,600 ຕື້ກີບ ຫຼື ເທົ່າກັບ 20.02% GDP (ມູນຄ່າ GDP 417,523 ຕື້ກີບ) ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 22.76% ຫຼື ເປັນເງິນ 15,500 ຕື້ກີບ, ດ້ານລາຍຈ່າຍ ຄາດໝາຍລາຍຈ່າຍທັງໝົດ 81,400 ຕື້ກີບ ຫຼື ເທົ່າກັບ 19.50% ຂອງ GDP ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 13.29% ເປັນເງິນ 9,550 ຕື້ກີບ, ແຍກແຕ່ລະພາກ ດັ່ງນີ້:ລາຍຈ່າຍບໍລິຫານປົກກະຕິ ເງິນເດືອນ ແລະ ເງິນນະໂຍບາຍ 34,600 ຕື້ກີບ ເພີ່ມຂຶ້ນຈາກປີ 2025 ຈໍານວນ 11,000 ຕື້ກີບ ໃນນີ້ເພື່ອຮອງຮັບ ການປັບໂຄງສ້າງດັດສະນີເງິນເດືອນໃໝ່, ເງິນບໍລິຫານ 5,110 ຕື້ກີບ ເພີ່ມຂຶ້ນ 610 ຕື້ກີບ ເພື່ອຊົດເຊີຍກໍາລັງຊື້ ຕາມການເພີ່ມຂຶ້ນ ຂອງອັດຕາແລກປ່ຽນ ແລະ ເງິນເຟີ້, ເງິນດັດສົມສົ່ງເສີມ 4,600 ຕື້ກີບ ເພີ່ມຂຶ້ນ 300 ຕື້ກີບ ລວມມີເງິນເລືອກຕັ້ງສະມາຊິກສະພາ ຊຸດທີ X ຈໍານວນ 116 ຕື້ກີບ,ລາຍຈ່າຍການເງິນ 12,240 ຕື້ກີບ, ລາຍຈ່າຍ ອື່ນໆ (ເງິນແຮ ແລະ ຄັງສະສົມ) 1,050 ຕື້ກີບ, ຊັບສົມບັດຄົງທີ່ຮັບໃຊ້ວຽກບໍລິຫານ 500 ຕື້ກີບ,ລາຍຈ່າຍການລົງທຶນ: ເງິນລົງທຶນທັງໝົດ 23,300 ຕື້ກີບ ໃນນີ້,ລົງທຶນຕ່າງປະເທດ 13,800 ຕື້ກີບ,ການລົງທຶນພາຍໃນ 9,500 ຕື້ກີບ ເພີ່ມຂຶ້ນ 3,250 ຕື້ກີບ, ໃນນີ້ ໄດ້ແຍກແຫຼ່ງທຶນຈໍານວນ 2,000 ຕື້ກີບ ເພື່ອຮອງຮັບ ການກໍ່ສ້າງທາງໄລຍະໃໝ່ ຕາມມະຕິ 165/ສພຊ ແລະ ກອງທຶນທາງເພື່ອບຳລຸງຮັກສາສ້ອມແປງທາງ 1,200 ຕື້ກີບ.ສຳລັບການດຸນດ່ຽງແມ່ນອີງໃສ່ຄາດໝາຍແຜນລາຍຮັບ-ລາຍຈ່າຍງົບປະມານທັງໝົດເກີນດຸນປະມານ 2,200 ຕື້ກີບ, ເທົ່າ ກັບ 0.53% ຂອງ GDP.

ຂ່າວ-ພາບ:ບຸນຕອມ.

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

​ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ພາຍຫຼັງຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງສະພາແຫ່ງຊາດ (ສພຊ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ບົດລາຍງານດັ່ງກ່າວ. ໂດຍສະເໜີແກ້ໄຂຫຼາຍບັນຫາສໍາຄັນ. ພ້ອມສະເໜີເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສະພາປະຊາຊົນແຂວງ (ສພຂ).
ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ໃນປີ 2027 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈະສຸມໃສ່ຫຼາຍວຽກງານສໍາຄັນ ໂດຍສະເພາະຈະສືບຕໍ່ຍົກສູງຄຸນນະພາບການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ.
ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ໃນປີ 2027 ສະພາແຫ່ງຊາດ (ສພຊ) ໄດ້ວາງຫຼາຍຄາດໝາຍສູ້ຊົນ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດໃຫ້ບັນລຸຕາມແຜນການ. ຂະນະດຽວກັນ, ສພຊ ຈະສຸມໃສ່ຫຼາຍວຽກງານສໍາຄັນຂອງຊາດ.
1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

ໃນໄລຍະ 1ປີຜ່ານມາ, ຄະນະປະຈໍາສະພາແຫ່ງຊາດ(ສພຊ) ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະດ້ານການຕິດຕາມກວດກາ ໄດ້ຈັດຕັ້ງປະຕິບັດພາລະບົດບາດຕິດຕາມກວດກາຕາມລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ.
ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງ, ໃນວັນທີ 6 ຕຸລານີ້ ທີ່ສະໂມສອນ ຄອສພ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ເຂົ້າຮ່ວມຮັບຟັງ ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ.
ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ