ກະຊວງການເງິນ ຊີ້ແຈ້ງຫຼາຍບັນຫາຕໍ່ສະມາຊິກຊະພາແຫ່ງຊາດ.

ກະຊວງການເງິນ ຊີ້ແຈ້ງຫຼາຍບັນຫາຕໍ່ສະມາຊິກຊະພາແຫ່ງຊາດ.
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຊີ້ແຈ້ງຫຼາຍບັນຫາທີ່ພົວພັນກັບກະຊວງການເງິນ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 2 ພະຈິກນີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ສັນຕິພາບ ພົມວິຫານ  ໄດ້ຊີ້ແຈງວ່າ:ຕໍ່ກັບຄຳຖາມທີ1: ການແກ້ໄຂບັນຫາເຄັ່ງຮ້ອນ ເຊັ່ນ:ການຄົ້ນຄວ້າເພີ່ມເງິນນະໂຍບາຍ, ເງິນອຸດໜູນ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານບຳນານ ເພື່ອແກ້ໄຂຄ່າຄອງຊີບທີ່ສູງຂຶ້ນເນື່ອງຈາກເງິນເຟີ້ເພີ່ມຂຶ້ນສູງ ຄືແນວໃດ?.
ທ່ານໄດ້ຊີ້ແຈງວ່າ: ລັດຖະບານ ໄດ້ຄົ້ນຄວ້ານະໂຍບາຍ ເພື່ອແກ້ໄຂຄາຄອງຊີບທີ່ສູງຂຶ້ນ ເນື່ອງຈາກເງິນເຟີ້, ອັດຕາແລກປ່ຽນສູງຂຶ້ນ ຈຶ່ງໄດ້ເພີ່ມເງິນອຸດໜູນຄ່າຄອງຊີບ 150.000 ກີບ ຕໍ່ຄົນຕໍ່ເດືອນ ເລີ່ມປະຕິບັດແຕ່ງວດ 1 ປີ2023 ເປັນຕົ້ນມາ. ຕໍ່ມາໂດຍອີງໃສ່ນະໂຍບາຍຄາແຮງຂັ້ນຕໍ່າຈາກ 1.300.000 ກີບ ມາເປັນ 1.600.000 ກີບ,ລັດຖະບານ ກໍໄດ້ມີການຄົ້ນຄວ້າ ເພີ່ມເງິນອຸດໜູນຜູ້ມີເງິນເດືອນຕໍ່າກວ່າ 1.700.000 ກີບ ໃຫ້ພະນັກງານ-ລັດຖະກອນ, ພະນັກງານບຳນານ, ເສຍອົງຄະ ພ້ອມທັງເພີ່ມເງິນອຸດໜູນຄົວລວມ ໃຫ້ສອງກຳລັງ ເລີ່ມປະຕິບັດງວດ 4 ປີ 2023 ເປັນຕົ້ນໄປ ໂດຍບໍ່ໄດ້ຄິດໄລ່ຫັກພັນທະອາກອນເງິນເດືອນ ໃນສ່ວນທີ່ອຸດໜູນເພີ່ມ. ສຳລັບປີ 2024ຈະໄດ້ມີການປະເມີນຜົນການຈັດຕັ້ງປະຕິບັດເງິນອຸດໜູນທີ່ໄດ້ຈັດຕັ້ງປະຕິບັດ ເພື່ອຄົ້ນຄວ້າເພີ່ມເງິນອຸດໜູນ ຫຼືເພີ່ມດັດສະນີເງິນເດືອນ ໃນປີ 2024 ຕື່ມອີກ ຕາມຄວາມອາດສາມາດຕົວຈິງຂອງງົບປະມານ.
ສຳລັບ ຄຳຖາມທີ2: ການເກັບລາຍຮັບຈາກການແກ້ໄຂຜົນກວດສອບ-ກວດກາ ຕາມທີ່ໄດ້ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດ ເພື່ອເອົາເຂົ້າແຜນງົບປະມານ ແລະ ດັດແກ້ແຜນງົບປະມານ ຄືແນວໃດ?.
ທ່ານໄດ້ຊີ້ແຈງວ່າ: ສຳເລັດຜົນການກວດສອບ ຕາມມະຕິ ສະບັບເລກທີ 76/ສພຊ ຢູ່ 9 ແຂວງ ສາມາດແກ້ໄຂ,ເລັ່ງທວງ ແລະ ສະສາງ ໄດ້ 694,31 ຕື້ກີບ ແລະ 1,29 ລ້ານໂດລາ ເທົ່າກັບ 24% (ມະຕິສະພາ 3.052,68 ຕື້ກີບ)ຊຶ່ງເງິນຈຳນວນດັ່ງກ່າວ ໄດ້ມອບເຂົ້າງົບປະມານແລ້ວ, ໂດຍບໍ່ຈຳເປັນສະເໜີດັດແກ້ແຜນງົບປະມານ ເນື່ອງຈາກໄດ້ຈົດເຂົ້າເປັນລາຍຮັບງົບປະມານປະຈຳປີ.
ໃນຄໍາຖາມທີ3: ໄດ້ປະຕິບັດຂັ້ນຕອນການສ້າງແຜນງົບປະມານໃຫ້ສອດຄ່ອງຕາມ ມາດຕາ 55 ຂອງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ ກ່ຽວກັບບັນດາເອກະສານທີ່ລັດຖະບານຕ້ອງນຳສະເໜີຕໍ່ສະພາແຫ່ງຊາດ ແລະ ມາດຕາ 56 ກ່ຽວກັບຂັ້ນຕອນ ແລະ ກຳນົດເວລາການສ້າງແຜນງົບປະມານ ໂດຍສະເພາະເອກະສານບັນຊີໂຄງການລົງທຶນຂອງລັດ ໃຫ້ສະພາແຫ່ງຊາດ ພິຈາລະນາຄືແນວໃດ?.
ທ່ານໄດ້ຊີ້ແຈງ: ກະຊວງການເງິນ ໄດ້ປະສານສົມທົບກັບ ກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດຕາມຂັ້ນຕອນ ແລະ ກໍານົດເວລາການສ້າງແຜນງົບປະມານແຫ່ງລັດ ທີ່ໄດ້ກຳນົດໄວ້ຕາມມາດຕາ 55 ແລະ 56 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ໂດຍກະຊວງການເງິນ ໄດ້ແຈ້ງເພດານງົບປະມານລົງທຶນຂອງລັດ ໃຫ້ກະຊວງແຜນການ ແລະ ການລົງທຶນ ໃນເດືອນເມສາ ຂອງທຸກປີ ເພື່ອເປັນພື້ນຖານໃນການຄົ້ນຄວ້າ ແລະ ຈັດສັນ ບັນຊີໂຄງການລົງທຶນຂອງລັດ ໃຫ້ສອດຄ່ອງກັບກົດໝາຍວ່າການລົງທຶນຂອງລັດແລະລະບຽບການທີ່ກ່ຽວຂ້ອງ.                             ຂ່າວ: ບຸນຕອມ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ