![]() |
ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ ສະບັບເລກທີ 282/ປປທ, ລົງວັນທີ 20 ພະຈິກ 2025, ເຊິ່ງປະທານປະເທດໄດ້ອອກລັດຖະດໍາລັດປະດັບຫຼຽນກາລະນຶກໃຫ້ພະນັກງານ-ລັດຖະກອນປະຈໍາການ ແລະ ພະນັກງານບໍານານກະຊວງການເງິນທັງໝົດ 1,044 ທ່ານ ຍິງ 302 ທ່ານ. ໃນນີ້, ພະນັກງານ-ລັດ ຖະກອນປະຈໍາການ 540 ທ່ານ ຍິງ 192 ທ່ານ, ພະນັກງານບໍານານ 504 ທ່ານ ຍິງ 110 ທ່ານ. ພ້ອມນັ້ນ, ຍັງໄດ້ຜ່ານໃບມອບສິດໃຫ້ທ່ານລັດຖະມົນຕີກະຊວງການເງິນ ຕາງໜ້າລັດຖະບານໃຫ້ກຽດປະດັບຫຼຽນກາລະນຶກດັ່ງກ່າວ ສະບັບເລກທີ 239/ນຍ, ລົງວັນທີ 20 ພະຈິກ 2025.
![]() |
ການປະດັບຫຼຽນຄັ້ງນີ້, ເພື່ອຫວນຄືນເຖິງວັນມະຫາໄຊຊະນະແຫ່ງການປະຕິວັດຊາດ ປະຊາທິປະໄຕ, ລະ ນຶກເຖິງຜົນງານ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ບັນດາຜູ້ນຳ, ນັກປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທີ່ໄດ້ອຸທິດໃນພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ; ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສປປລາວ ໃນວັນທີ 2 ທັນວາ 1975. ຂ່າວ: ກະຊວງການເງິນ


ຄໍາເຫັນ