![]() |
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄດ້ແຈ້ງທັດສະນະ ແລະ ຄວາມເປັນຫ່ວງຂອງຝ່າຍລາວ ຕໍ່ສະພາບປະທະກັນທາງກໍາລັງ ທີ່ກໍາລັງເກີດຂຶ້ນຢູ່ ລະຫວ່າງ ກໍາປູເຈຍ ແລະ ໄທ, ຊຶ່ງໃນຖານະ ປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັບທັງສອງປະເທດ, ສປປ ລາວ ຮຽກຮ້ອງໃຫ້ທັງ ສອງຝ່າຍ ໃຊ້ຄວາມອົດທົນອົດກັ້ນ ໃນການໃຊ້ກໍາລັງ ບົນຈິດໃຈໄມຕີຈິດ ມິດຕະພາບ ໃນຖານະເປັນ ປະເທດສະມາຊິກອາຊຽນດ້ວຍກັນ, ກັບຄືນປະຕິບັດຕາມ ຂໍ້ຕົກລົງສອງປະເທດ ທີ່ໄດ້ລົງນາມ ໃນວັນ ທີ 26 ຕຸລາ 2025 ທີ່ ກົວລາລໍາເປີ ແລະ ນໍາໃຊ້ກົນໄກທີ່ມີຢູ່ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາ ໂດຍສັນຕິວິທີ. ການປະທະກັນຕາມບໍລິເວນຊາຍແດນ ອາດຈະຂະຫຍາຍເປັນວົງກວ້າງ ຊຶ່ງບໍ່ເປັນຜົນ ດີໃຫ້ທັງທຸກຝ່າຍ. (ຂ່າວ: ກຕທ)

ຄໍາເຫັນ