ໂດຍ: ບຸນຕອມ
ຄະນະບໍລິຫານງານພັກກະຊວງຍຸຕິທຳຍາມໃດກໍຖືສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ.
ສະຫາຍ ບຸນທາ ຊົງເຍີທ່າວ ຮອງເລຂາຄະນະບໍລິຫານງານພັກກະຊວງ ໄດ້ຜ່ານບົດສະຫຼຸບການນຳພາຂອງຄະນະບໍລິຫານງານພັກກະຊວງປະຈຳໄຕມາດ III ແລະ ທິດທາງແຜນການປະຈຳໄຕມາດ IV ປະຈຳປີ 2023 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງຍຸຕິທໍາ ຄັ້ງທີ XI ສະໄໝທີ IV ໃນບົດສະຫຼຸບລາຍງານໄດ້ຍົກໃຫ້ເຫັນວ່າ: ຍາມໃດຄະນະບໍລິຫານງານພັກກະຊວງ ກໍຖືສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງດ້ວຍການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຂອງພັກ-ລັດ. ພ້ອມນັ້ນໄດ້ເອົາໃຈໃສ່ໃນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໄດ້ຮັບຜົນສໍາເລັດຫຼາຍດ້ານເປັນຕົ້ນ ວຽກງານສ້າງ ແລະ ປັບປຸງກົດໝາຍ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານສ້າງບຸຄະລາກອນກົດໝາຍ, ວຽກງານບໍລິການກົດໝາຍ ແລະ ຍຸຕິທໍາ.
ວຽກງານປະຕິບັດຄໍາຕັດສິນຂອງສານ, ວຽກງານພົວພັນຮ່ວມມືສາກົນ ແລະ ວຽກງານຫ້ອງການ, ອັນພົ້ນເດັ່ນແມ່ນອົງຄະນະພັກກະຊວງ ໄດ້ຕົກລົງຫັນເອົາພະນັກງານຫຼັກແຫຼ່ງ ຈໍານວນ 17 ສະຫາຍ ຍິງ 3 ສະຫາຍ ທັງເປັນຄະນະພັກກະຊວງ ເປັນຫົວໜ້າກົມ, ຮອງຫົວໜ້າກົມ 8 ສະຫາຍ ແລະ ຫົວໜ້າພະແນກ 6 ສະຫາຍ ລົງເຄື່ອນໄຫວຊີ້ນຳການປະຕິບັດ 5 ກິດຈະກຳວຽກງານຍຸຕິ ທໍາຮາກຖານ, ວຽກງານສ້າງນິຕິກຳ ແລະ ວຽກງານປະຕິບັດຄໍາຕັດສິນຂອງສານເປັນເວລາ 3 ເດືອນ ຊຶ່ງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ພະແນກຍຸຕິທຳ 17 ແຂວງໃນວຽກງານດັ່ງກ່າວ ແລະ ຍົກລະດັບຄວາມຮູ້ຂອງພະນັກງານພວກເຮົາ ໂດຍຜ່ານຂະບວນການວຽກງານຕົວຈິງຫຼາຍຂຶ້ນ. ນອກຈາກວຽກງານດັ່ງກ່າວແລ້ວ ຍັງໄດ້ເອົາໃຈໃສ່ຊີ້ນຳອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຄວາມສະຫງົບພາຍໃນ, ວຽກງານການນຳພາກໍ່ສ້າງພັກ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ. ນອກນັ້ນ, ໃນບົດສະຫຼຸບຍັງໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂປະຈຳໄຕມາດ IV ປີ 2023.
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຄໍາເຫັນ