ກະຊວງຍຸຕິທຳ ປາຖະກະຖາຫວນຄືນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ

ກະຊວງຍຸຕິທຳ ປາຖະກະຖາຫວນຄືນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ
ຄະນະບໍລິຫານງານພັກກະຊວງຍຸຕິທຳ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ ແລະ ສາກົນ ແລະ ເຊື່ອມຊຶມມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຂຶ້ນໃນວັນທີ 21 ພຶດສະພານີ້ ທີ່ກະຊວງດັ່ງກ່າວ,ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ເກດສະໜາ ພົມມະຈັນ ຄະນະປະຈຳພັກ ປະທານກວດກາພັກ,ມີຄະນະພັກ, ກຳມະການພັກ, ຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ສະມາຊິກພັກ, ພະນັກງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ເກດສະໜາ ພົມມະຈັນ ໄດ້ຍົກໃຫ້ເຫັນມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18 ພຶດສະພາ1959-18 ພຶດສະພາ 2024) ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24 ພຶດສະພາ 1960-24 ພຶດສະພາ 2024), ວັນໄຊຊະນະບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ (7/5/1959-7/5/2024) ແລະ ເຜີຍແຜ່ເຊື່ອມຊຶມມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.
    ການປາຖະກະຖາຄັ້ງນີ້ ເພື່ອສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານ, ລັດຖະກອນມີຄວາມຮັບຮູ້,ເຂົ້າໃຈ ແລະ ຮໍ່າຮຽນເອົາແບບຢ່າງອັນດີງານຂອງຜູ້ນຳ ນໍ້າໃຈຮັກຊາດອັນສູງສົ່ງ ແລະ ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດໃນຂະບວນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ;ເພື່ອທົບທວນຄືນມູນເຊື້ອ
ອົງອາດກ້າຫານຂອງກອງທັບ, ຂອງຜູ້ນຳພັກ-ລັດ ໂດຍສະເພາະການນໍາພາຊີ້ນໍາອັນສະຫຼາດສ່ອງໃສຂອງພັກໃນການ
ຜ່າວົງລ້ອມຂອງກອງພັນທີ 2 ວິລະຊົນ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ; ເພື່ອເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມສຳພັນສູ້ຮົບຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງຂອງກອງທັບ ແລະ ປະຊາຊົນ 3 ຊາດອິນດູຈີນລາວ-ຫວຽດນາມ-ກຳປູເຈຍເຂົ້າໃນການພົວພັນຮ່ວມມືໃນໄລຍະໃໝ່ໃຫ້ຂະຫຍາຍຕົວຍິ່ງຂຶ້ນ;ເພື່ອປຸກລະດົມສ້າງຂະບວນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນໃນຂອບເຂດທົ່ວປະເທດ, ເພື່ອເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນ, ຊັ້ນຄົນຕ່າງໆຮັບຮູ້ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະຄວາມເປັນເຈົ້າໃນການປະຕິບັດພັນທະ, ໜ້າທີ່ຂອງແຕ່ລະພາກສ່ວນຢ່າງທົ່ວເຖິງ;ເພື່ອເປັນການສ້າງບາດກ້າວບຸກທະລຸໃນການພັດທະນາຮັບປະກັນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ ຊຶ່ງຈະເປັນເງື່ອນໄຂພື້ນຖານຮັບປະກັນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືການພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມຢູ່ປະເທດເຮົາໃຫ້ນັບມື້ເປັນຮູບປະທໍາຍິ່ງຂຶ້ນ ດ້ວຍຈິດໃຈບຸກທະລຸຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນພາຍໃນຊາດ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງແລະ ມີຄວາມໝັ້ນຄົງຢ່າງໜັກແໜ້ນ;ເພື່ອສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງ-ບໍລິຫານຂອງລັດໃນການສືບຕໍ່ນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສະຖານະພາບດ້ວຍພັດທະນາ, ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ.
ຂ່າວ-ພາບ: ພູວັນ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ