ກະຊວງຍຸຕິທຳ ສໍາມະນາວຽກງານຈັດຕັ້ງ ແລະ ພະນັກງານຢູ່ແຂວງ ບໍລິຄຳໄຊ

ກະຊວງຍຸຕິທຳ ສໍາມະນາວຽກງານຈັດຕັ້ງ ແລະ ພະນັກງານຢູ່ແຂວງ ບໍລິຄຳໄຊ

ກະຊວງຍຸຕິທຳ ສໍາມະນາວຽກງານຈັດຕັ້ງ ແລະ ພະນັກງານຢູ່ແຂວງ ບໍລິຄຳໄຊ
ຊຸດຝຶກອົບຮົມຍົກລະດັບວຽກງານຈັດຕັ່ງ ແລະ ພະນັກງານຊຸດທີ 2 ໃຫ້ພະນັກງານຂະແໜງຍຸຕິທໍາທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາຜ່ານມາ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມກ່າວເປີດຂອງທ່ານ ໄພວີ ສີບົວລະພາ ລັດຖະມົນຕີກະຊວງ ຍຸຕິທຳ.
ກະຊວງຍຕທຳ ສາມະນາວຽກງານຈດຕງ ແລະ ພະນກງານຢແຂວງ ບລຄຳໄຊ - image 1
 

ວິທະຍາກອນຈາກຄະນະຈັດຕັ້ງສູນກາງພັກ ຂຶ້ນບັນຍາຍຫຼາຍຫົວຂໍ້ທີ່ກ່ຽວພັນກັບວຽກງານພັກ-ພະນັກງານ ເປັນຕົ້ນແມ່ນ ທັດສະນະຂອງພັກຕໍ່ພະນັກງານ ແລະ ວຽກພະນັກງານ, ວຽກງານຄຸ້ມຄອງພະນັກງານ, ວຽກງານສ້າງແຜນກຳນົດພະນັກງານ-ຄຸ້ມຄອງ, ການສ້າງແຜນກໍ່ສ້າງ-ບຳລຸງພະນັກງານ-ຄຸ້ມຄອງ, ການສ້າງມາດຕະຖານພະນັກງານ, ການຄົ້ນຄວ້າ-ສັງລວມວຽກງານຈັດຕັ້ງ, ການບັນຈຸ ຊັບຊ້ອນ ແລະ ການຍົກຍ້າຍພະນັກງານລັດຖະກອນ, ວຽກງານການຂຽນກຳນົດຈຳແໜ່ງງານ, ວຽກງານນະໂຍບາຍ ແລະ ການປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ, “ພະນັກງານ ແມ່ນພົນລະເມືອງລາວຜູ້ຖືກຮັບບັນຈຸໃຫ້ເຮັດວຽກ, ເລືອກຕັ້ງ ຫຼື ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃດໜຶ່ງໃນອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖີ່ນ ຫຼື ໄປປະຈຳການຢູ່ສຳນັກງານຜູ້ຕາງໜ້າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຊຶ່ງໄດ້ຮັບເງິນເດືອນ ແລະ ເງິນອຸດໜູນຈາກງົບປະມານແຫ່ງລັດ".

ມາດຕະຖານພະນັກງານ ແມ່ນປັດໄຈໜຶ່ງ ທີ່ພະນັກງານແຕ່ລະຄົນຕ້ອງຝຶກຝົນຫຼໍ່ຫຼອມໃຫ້ໄດ້ຢ່າງຄົບຖ້ວນ ຊຶ່ງປະກອບດ້ວຍ: ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການດໍາລົງຊີວິດ, ດ້ານຄວາມຮູ້-ຄວາມສາມາດ, ແບບແຜນການນໍາພາ-ວິທີເຮັດວຽກ ແລະ ດ້ານສຸຂະພາບ. “ການສ້າງແຜນກໍ່ສ້າງ-ບຳລຸງພະນັກງານ ນໍາພາ-ຄຸ້ມຄອງ ແມ່ນການເລືອກເຟັ້ນເອົາພະນັກງານໃນແຜນກຳນົດພະນັກງານໄປກໍ່ສ້າງ-ບຳລຸງຍົກລະດັບຄວາມຮູ້ ຄວາມສາມາດໃຫ້ໄດ້ຕາມມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ; ການສ້າງແຜນກໍ່ສ້າງ-ບຳລຸງພະນັກງານນໍາພາ-ຄຸ້ມຄອງ ເປັນວຽກໜຶ່ງທີ່ສໍາຄັນຂອງວຽກງານພະນັກງານ, ຮັບປະກັນໃຫ້ການກໍ່ສ້າງ-ບຳລຸງພະນັກງານໄປຕາມຫຼັກການ, ຕອບສະໜອງພະນັກງານທີ່ຄົບມາດຕະຖານເຂົ້າໃນໂຄງປະກອບແຕ່ລະຕຳແໜ່ງງານ,” ສຳລັບວຽກງານຄົ້ນຄ້ວາ-ສັງລວມມີຄວາມໝາຍສໍາຄັນເພາະເປັນວຽກງານເສນາທິການທາງດ້ານເນື້ອໃນຊ່ວຍຄະນະພັກ, ຄະນະປະຈຳພັກກໍຄືອົງການປົກຄອງໃນແຕ່ລະຂັ້ນ, ກ່ຽວກັບການວາງແຜນ, ສະຫຼຸບສັງລວມ, ສະເໜີແນະກ່ຽວກັບວິທີການ, ມາດຕະການທີ່ສໍາຄັນ, ເພື່ອໃຫ້ການນໍາຕົກລົງຕັດສິນບັນຫາໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ. ນອກຈາກຮັບຟັງການບັນຍາຍຂອງວີທະຍາກອນແລ້ວ, ທຸກໆຫົວຂໍ້ສໍາມະນາກອນຍັງໄດ້ຍົກຫຼາຍບັນຫາມາແລກປ່ຽນບົດຮຽນໂດຍອິງໃສ່ພຶດຕິກຳຕົວຈິງ. ບັ້ນຊຸດອົບຮົມຄັ້ງນີ້, ຈະໄດ້ດຳເນີນ 5 ວັນຈິ່ງຈະສຳເລັດ.

ຂ່າວ-ພາບ: ສາຍສະໝອນ

ຄໍາເຫັນ

ຂ່າວການເມືອງ

ສສຊ ສະເໜີລັດຖະບານ ກວດກາເບິ່ງຄືນແຫຼ່ງລາຍຮັບງົບປະມານ

ສສຊ ສະເໜີລັດຖະບານ ກວດກາເບິ່ງຄືນແຫຼ່ງລາຍຮັບງົບປະມານ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 11ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານໃນຫຼາຍບັນຫາສຳຄັນ.
ສສຊ ເຂດ 9 ສະເໜີ ລັດຖະບານພິຈາລະນາ ຈໍາກັດໃນການນໍາເຂົ້າ ສິນຄ້າຟູມເຟືອຍ

ສສຊ ເຂດ 9 ສະເໜີ ລັດຖະບານພິຈາລະນາ ຈໍາກັດໃນການນໍາເຂົ້າ ສິນຄ້າຟູມເຟືອຍ

ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກ 2025 ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນ ຕໍ່ບົດລາຍງານຂອງລັດຖະບານໂດຍສະເພາະກ່ຽວກັບການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP).
ສຳເລັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ຄັ້ງທີ 2 ສະໄຫມທີ່ VIII.

ສຳເລັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ຄັ້ງທີ 2 ສະໄຫມທີ່ VIII.

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ແຂວງໄຊຍະບູລີ ຄັ້ງທີ 2 ສະໄຫມທີ່ VIII ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້ທີຫ້ອງປະຊຸມຂອງເມືອງໂດຍການເປັນປະທານຂອງສະຫາຍ ນາງ ເພັດດາວອນ ສຸກຜາລີ ກໍາມະການພັກເມືອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງເມືອງໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີແຂກຖືກເຊີນເຂົ້າຮ່ວມ.
ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນ ເງິນຕາ 5 ປີ ຄັ້ງທີ IX (2021-2025), ແຜນການປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ແຜນການປີ 2026 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 10 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ຈະພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ຈະພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດ ທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້,ທີ່ສະພາແຫ່ງຊາດ,ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນຳຂັ້ນສູງພັກ-ລັດ,ອາດີດການນຳຂັ້ນສູງ, ແຂກຖືກເຊີນ ແລະ ບັນດາສະມາມຊິກ ສະພາແຫ່ງຊາດ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.
ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ວັນທີ 5 ພະຈິກ 2025ນີ້ ຢູ່ທີ່ສະໂມສອນເມືອງວິລະບູລີ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງເມືອງຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫັວນນະເຂດ ພ້ອມດ້ວຍ ບັນດາສະຫາຍການນໍາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄໍາມ່ວນ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025ນີ້ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 3 ພະຈິກ ນີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025.
ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ