ກະຊວງອຄ ຊີ້ແຈງ ການປັບຂຶ້ນລາຄາໄຟຟ້າ

ກະຊວງອຄ ຊີ້ແຈງ ການປັບຂຶ້ນລາຄາໄຟຟ້າ

ກະຊວງອຄ ຊີ້ແຈງ ການປັບຂຶ້ນລາຄາໄຟຟ້າ
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ໂດຍສະເພາະ ການສະໜອງໄຟໄຟ້າ, ບັນຫາຕັ້ງຂຶ້ນ:ການປັບປຸງ ເເລະ ຂຶ້ນລາຄາໄຟຟ້າ ທີ່ນໍາໃຊ້ໃນປັດຈຸບັນ ມີຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ເມື່ອທຽບໃສ່ລາຍຮັບຕົວຈິງ, ທັງສົ່ງຜົນກະທົບ ຕໍ່ການຜະລິດກະສິກຳ ແລະ ການດໍາເນີນທຸລະກິດຂອງຈຸລະວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (ຈນກ); ການສະໜອງໄຟຟ້າ ບໍ່ມີຄວາມສະຖຽນ, ມີເຫດການໄຟຕົກ, ໄຟມອດ, ໄຟຟ້າລັດວົງຈອນ ສົ່ງຜົນກະທົບ ຕໍ່ອຸປະກອນໄຟຟ້າໃນຄົວເຮືອນ ແລະ ການຜະລິດ;ຂະແໜງ ອຄ ຈະມີມາດຕະການແກ້ໄຂຄືແນວໃດ?

ທ່ານ ມະໄລທອງ ກົມມະສິດ ຊີ້ແຈງວ່າ:ເຫດຜົນ ແລະ ຄວາມຈໍາເປັນຂອງການຂຶ້ນລາຄາໄຟຟ້າ, ກ່ອນຂຶ້ນລາຄາໄຟຟ້າໃນຮອບນີ້, ຂະເເໜງ ອຄ ໃນປັດຈຸບັນ ກໍຄືຂະແໜງພະລັງງານ ເເລະ ບໍ່ເເຮ່ ໃນໄລຍະຜ່ານມາ ໄດ້ຄົ້ນຄວ້າບັນຫາການປັບລາຄາໄຟຟ້າຢ່າງເລິກເຊິ່ງ, ຄົ້ນຄວ້າກັບມາຫຼາຍລົບຫຼາຍຕ່າວ, ພ້ອມທັງໄດ້ນໍາໄປຜ່ານກອງປະຊຸມສຳມະນາ, ກອງປະຊຸມລັດຖະບານ ເປີດກວ້າງ, ກອງປະຊຸມກົມການເມືອງສູນກາງພັກ ເຊິ່ງຂະບວນການທັງໝົດໃຊ້ເວລາ ເກືອບ 1 ປີເຕັມ.ເຫດຜົນຕົ້ນຕໍໃນການສະເໜີຂຶ້ນລາຄາໄຟຟ້າແມ່ນ:1) ລາຄາໄຟຟ້າໃນໄລຍະຜ່ານມາ ແລະ ປັດຈຸບັນ ເເມ່ນຂາຍຕໍ່າກວ່າຕົ້ນທຶຜະລິດ ແລະ ຈໍາໜ່າຍ ພາໃຫ້ເກີດໜີ້ສະສົມ ນັບມື້ນັບຫຼາຍຂຶ້ນ;2) ລັດວິສາຫະກິດໄຟຟ້າລາວ ມີໜີ້ສະສົມທັງຕົ້ນ ເເລະ ດອກ ທີ່ເກີດຈາກຄວາມຈຳເປັນໃນການພັດທະນາພື້ນຖານໂຄງລ່າງ ເເລະ ໂຄງການປິ່ນອ້ອມ ເພື່ອການຜະລິດ, ການສະໜອງ, ການບໍລຸງຮັກສາ ແລະ ການດໍາເນີນການ;3) ການປັບຂຶ້ນລາຄາໄຟຟ້າ ເເບບຂຶ້ນເທື່ອລະຂັ້ນ ເປັນແຜນໄລຍະ 4 ປີ ເເຕ່ 2025-2029 ຈະເປັນການສົ່ງສັນຍານ ທີ່ດີໃຫ້ແກ່ການບໍລິຫານ-ຈັດການໜີ້ສິນ, ການສ້າງຄວາມໜ້າເຊື່ອຖື (Credit) ຕໍ່ຄວາມສາມາດໃນການຊຳລະໜີ້ ແລະ ເປັນເງື່ອນໄຂໃຫ້ແກ່ການເຈລະຈາກັບເຈົ້າໜີ້ໃນຕໍ່ໜ້າ;4) ການທີ່ບໍ່ສາມາດປັບຂຶ້ນລາຄາໄຟຟ້າ ຈະເປັນການເຮັດໃຫ້ບັນຫາທີ່ທ້ອນໂຮມມາຍາວນານ ຍິ່ງໜັກໜ່ວງໄປໜ້າ. ບັນຫາທີ່ສະມາຊິກສະພາຕັ້ງຂຶ້ນ ເຊັ່ນ: ໄຟຕົກ, ໄຟມອດ, ໄຟລັດວົງຈອນ, ໝໍ້ແປງລະເບີດ... ເເລະ ອື່ນໆ ຍິ່ງຈະເພີ່ມທະວີຄວາມຮຸນເເຮງຂຶ້ນ ເເລະ ອາດຈະກ້າວໄປສູ່ບໍ່ມີໄຟຟ້າໃຊ້ພຽງພໍ ໃນຕໍ່ໜ້າ. ສໍາລັບການຕົກລົງໃຫ້ປັບຂຶ້ນລາຄາໄຟຟ້າຍ້ອນເຫັນໄດ້ຄວາມສໍາຄັນ ຂອງບັນຫາລາຄາໄຟຟ້າ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ເເລະ ການເຄື່ອນໄຫວເສດຖະກິດ, ລັດຖະບານຈຶ່ງໄດ້ນໍາເອົາບັນຫາດັ່ງກ່າວ ຄົ້ນຄວ້າໃນກອງປະຊຸມລັດຖະບານເປີດກວ້າງ ເຖິງ 2 ຄັ້ງ, ຫຼັງຈາກນັ້ນໄດ້ປັບປຸງຕາມຄໍາເຫັນຂອງກອງປະຊຸມ ເເລ້ວລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ໃນເດືອນ ກຸມພາ ຈຶ່ງໄດ້ປັບປຸງ ເເລະ ເລີ່ມປະຕິບັດໃນເດືອນມີນາ 2025.

ລັດຖະບານໄດ້ເນັ້ນໜັກໃຫ້ກະຊວງ ອຄ ເອົາໃຈໃສ່ຕິດຕາມການປັບຂຶ້ນລາຄາໄຟຟ້າໃນຄັ້ງນີ້ຢ່າງໃກ້ສິດ ແລະ ພາຍາຍາມໃຫ້ເກີດຜົນກະທົບໜ້ອຍທີ່ສຸດ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ທີ່ມີ ລາຍໄດ້ຕໍ່າ ເຊິ່ງໃນອາທິດຜ່ານມາ,ກະຊວງ ກໍໄດ້ຈັດປະຊຸມປະເມີນຜົນກະທົບ ເພື່ອກຽມລາຍງານລັດຖະບານ.

ທ່ານ ມະໄລທອງ ກົມມະສິດກ່າວຕື່ມວ່າ:ທິດທາງ ແລະ ມາດຕະການແກ້ໄຂອີງໃສ່ເຫດຜົນ ເເລະ ຄວາມຈໍາເປັນຂອງການປັບຂຶ້ນລາຄາໄຟຟ້າ ດັ່ງທີ່ໄດ້ກ່າວມາເບື້ອງຕົ້ນ ເເມ່ນເພື່ອແກ້ໄຂ ບັນຫາຄວາມບໍ່ສົມດຸນ ແລະ ຄວາມບໍ່ຍືນຍົງ ຂອງການສະໜອງໄຟຟ້າໃຫ້ເເກ່ປະຊາຊົນ ແລະ ການເຄື່ອນໄຫວເສດຖະກິດ, ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ດັ່ງນັ້ນ, ຖ້າຈະໂຈະການຂຶ້ນລາຄາໄຟຟ້າດັ່ງກ່າວ ກໍບໍ່ເປັນການເເກ້ໄຂບັນຫາ, ແຕ່ການປັບຂຶ້ນລາຄາໄຟຟ້າຕາມແຜນທີ່ກະຊວງ ໄດ້ສະເໜີໃນໄລຍະ 4 ປີຕໍ່ໜ້າ ກໍຈະສືບຕໍ່ສົ່ງຜົນກະທົບຕໍ່ປະຊາຊົນ.ດັ່ງນັ້ນ, ໃນໄລຍະສະເພາະໜ້ານີ້, ກະຊວງ ອຄ ຈະເລັ່ງຄົ້ນຄວ້າ ເເລະ ປະເມີນຜົນກະທົບຂອງການຂຶ້ນລາຄາໄຟຟ້າ ເເລ້ວສະເໜີລັດຖະບານພິຈາລະນາມາດຕະການເພີ່ມເຕີມ ໃນການເເກ້ໄຂບັນຫາຜົນກະທົບຕໍ່ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ຜູ້ທີ່ມີລາຍໄດ້ຕໍ່າ, ລວມທັງນະໂຍບາຍຊ່ວຍໜູນການຜະລິດສະບຽງອາຫານ ແລະ ສິນຄ້າທີ່ຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ກະຊວງອຸດສາຫະກຳ ເເລະ ການຄ້າ ໄດ້ຕິດຕາມ ແລະ ຮັບຟັງຄໍາຄິດຄໍາເຫັນຂອງ ສສຊ ຢ່າງເອົາໃຈໃສ່ ເເລະ ຈະຮັບເອົາຄໍາຄິດຄໍາເຫັນ ທີ່ຍົກຂຶ້ນໄປຄົ້ນຄວ້າໃນຂະບວນການປະເມີນທີ່ກໍາລັງ ດໍາເນີນຢູ່ ເພື່ອລາຍງານລັດຖະບານ ເປັນຕົ້ນ:1) ເຈລະຈາສັນຍາຊື້-ຂາຍໄຟຟ້າ ກັບຜູ້ຜະລິດ ແລະ ຜູ້ຊື້ໄຟຟ້າ ນໍາບໍລິສັດໄຟຟ້າລາວ ເພື່ອທາງອອກທີ່ຍືນຍົງຮ່ວມກັນ;2) ປັບປຸງປະສິດທິພາບ ແລະ ຄວາມໂປ່ງໃສ ຂອງການບໍລິຫານ, ຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນ ເເລະ ຫຼຸດການສູນເສຍທາງດ້ານເຕັກນິກ (ພະລັງງານຕົກເຮ່ຍ) ໃຫ້ດີກວ່າເກົ່າ;3) ຂຸດຄົ້ນແຫຼ່ງລາຍຮັບເພີ່ມຂອງລັດວິສາຫະກິດໄຟຟ້າລາວ ໃຫ້ໄວຂຶ້ນ ໂດຍເລັ່ງຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນ ເເລະ ໂຄງການຮ່ວມມື ທີ່ມີປະສິດທິຜົນສູງໃຫ້ສຳເລັດໄວຂຶ້ນ;4) ສືບຕໍ່ຄົ້ນຄວ້າ ເເລະ ສະເໜີລັດຖະບານ ປັບປຸງນະໂຍບາຍ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ເພື່ອເລັ່ງ ສົ່ງເສີມການຜະລິດພະລັງງານທາງເລືອກ ສະໜອງໃຫ້ແກ່ການຊົມໃຊ້ພາຍໃນ (ຍົກຕົວຢ່າງ ໂອກາດໃນການນໍາໃຊ້ຖານການຜະລິດແຜງໂຊລາ ຢູ່ເຂດເສດຖະກິດພິເສດໄຊເສດຖາກວມລວມ ເພື່ອສະໜອງໃຫ້ເເກ່ໂຄງການໄຟຟ້າແສງຕາເວັນ ແລະ ເຄື່ອງໃຊ້ໄຟຟ້າ ຈາກແຜງໂຊລາ);5) ການບໍລິຫານ-ຈັດການ ການຜະລິດ, ການຊື້ ແລະ ການສະໜອງໄຟຟ້າໃຫ້ມີປະສິດທິພາບ ປະສິດທິຜົນ ກວ່າເກົ່າ, ແກ້ໄຂບັນຫາຊື້ເເພງ-ຂາຍຖືກ, ຊື້ແຕ່ບໍ່ໄດ້ໃຊ້, ມີໄຟ ເເຕ່ບໍ່ສ້າງລາຍຮັບໄດ້ ແລະ ອື່ນໆ;6) ຄົ້ນຄວ້າ ແລະ ສະເໜີລັດຖະບານຊ່ວຍເຫຼືອບາງນະໂຍບາຍ ທີ່ມີຄວາມຈໍາເປັນເຊັ່ນ: ການມອບສິດໃຫ້ລັດວິສາຫະກິດໄຟຟ້າລາວ ຫຼື ບໍລິສັດຖືຮຸ້ນລາວ ພັດທະນາໂຄງການພະລັງງານຈາກຖ່ານຫີນ ເພື່ອສະໜອງໃຫ້ແກ່ການຜະລິດ ແລະ ຊົມໃຊ້ພາຍໃນ;7) ຄົ້ນຄວ້າ, ສຶກສາຄວາມເປັນໄປໄດ້ ເເລະ ເຈລະຈາຂໍການສະໜັບສະໜູນ ຈາກສາກົນເປັນຕົ້ນ ເຈົ້າໜີ້ ຫຼື ສະຖາບັນ ການເງິນໃໝ່ ເພື່ອບໍລິຫານໜີ້ສິນ, ປັບໂຄງສ້າງຂຶ້ນ ເເລະ ຫຼຸດຜ່ອນພາລະໜັກໜ່ວງຈາກການຊອກຫາແຫຼ່ງທຶນມາຊຳລະໜີ້;8) ທົບທວນ, ຄົ້ນຄວ້າ ເເລະ ປັບປຸງ ຍຸດທະສາດການພັດທະນາພະລັງານໄຟຟ້າ ຂອງ ສປປ ລາວ ຮອດປີ 2030 ທີ່ ສະພາໄດ້ຮັບຮອງໃນປີ 2021 ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ທ່າອ່ຽງການພັດທະນາທີ່ມີການປ່ຽນແປງ ໃນໄລຍະ 4 ປີຜ່ານມາ.

ສະຫຼຸບແລ້ວ: ການເເກ້ໄຂບັນຫາລາຍຮັບ ບໍ່ກຸ້ມລາຍຈ່າຍ ຂອງລັດວິສາຫະກິດໄຟຟ້າລາວ ຊຶ່ງນໍາໄປສູ່ການຂຶ້ນລາຄາໄຟຟ້າ ເປັນບັນຫາທີ່ບໍ່ສາມາດແກ້ໄຂໄດ້ຢ່າງງ່າຍດາຍ. ຂຶ້ນຄ່າໄຟຟ້າກໍບໍ່ດີ, ບໍ່ຂຶ້ນກໍຍັງບໍ່ທັນມີທາງອອກ ແລະ ຂຶ້ນແລ້ວກໍມີຜົນກະທົບແຮງ.ຂ້າພະເຈົ້າຮູ້ສຶກໄດ້ວ່າມາດຕະການທີ່ສະເໜີມານີ້ຍັງບໍ່ທັນສາມາດເເກ້ໄຂຂໍ້ຂ້ອງໃຈ, ຄວາມເປັນຫ່ວງ ເປັນໄຍຂອງບັນດາທ່ານ ສສຊ ທີ່ມີຕໍ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ. ເພີ່ມເຕີມໃສ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຈະຂໍຮັບເອົາທຸກຄຳເຫັນ ເເລະ ຄໍາເເນະນໍາ ໄປຄົ້ນຄວ້າຮ່ວມກັບຄະນະຮັບຜິດຊອບ, ຊ່ຽວຊານ ເເລະ ພະນັກງານທີ່ກ່ຽວຂ້ອງ ເພື່ອຫາວິທີເເກ້ໄຂບັນຫາທີ່ຕັ້ງຂຶ້ນ ເເລະ ເພື່ອຂໍການພິຈາລະນາຈາກລັດຖະບານ.

(ຂ່າວ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ