ກະຊວງພາຍໃນສໍາມະນາວິຊາການຂອງຂະແໜງການພາຍໃນ

ກະຊວງພາຍໃນສໍາມະນາວິຊາການຂອງຂະແໜງການພາຍໃນ
ກະຊວງພາຍໃນ ໄດ້ຈັດກອງປະຊຸມສຳມະນາວິຊາການຂອງຂະແໜງການພາຍໃນຂຶ້ນໃນວັນທີ 13 ກຸມພານີ້ ໂດຍການເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີບັນດາຮອງລັດຖະມົນຕີກະຊວງພາຍໃນ, ຫົວໜ້າ-ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂອງບັນດາກະຊວງ, ອົງການອ້ອມຂ້າງສູນກາງ ພ້ອມດ້ວຍພະນັກງານ ກະຊວງພາຍໃນເຂົ້າຮ່ວມ.
ທ່ານ ທອງຈັນ ມະນີໄຊໄດ້ກ່າວວ່າ: ກະຊວງພາຍໃນ ເປັນອົງການຈັດຕັ້ງໜຶ່ງໃນໂຄງປະກອບກົງ ຈັກຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກ ໃນວຽກງານການປົກຄອງ, ການບໍລິຫານລັດ, ການຄຸ້ມຄອງລັດຖະກອນ, ການຄຸ້ມຄອງອົງການຈັດຕັ້ງທາງສັງຄົມລາວ, ວຽກງານສາມສ້າງ, ວຽກງານສໍາຫຼວດວັດແທກ ແລະ ແຜນທີ່, ວຽກງານເອກະສານ, ວຽກງານຊົນເຜົ່າ ແລະ ສາສະໜາ, ວຽກງານຄຸ້ມຄອງພົນລະເມືອງ, ວຽກງານແຂ່ງຂັນ ແລະ ຍ້ອງຍໍ, ວຽກງານການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງທາງດ້ານການເງິນ ແລະ ພາລະກອນ. ໄລຍະຜ່ານມາ ກະຊວງພາຍໃນ ໄດ້ມີຄວາມເອົາໃຈໃສ່ ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຕາມການມອບໝາຍ ຂອງສູນກາງພັກ ກໍຄືລັດຖະບານ ໃນການຈັດຕັັ້ງປະຕິບັດບັນດາວຽກງານ ຂອງຂະແໜງການພາຍໃນ ຕາມມະຕິ, ຄໍາສັ່ງ, ແຜນການ, ແຜນງານ, ໂຄງການທີ່ວາງອອກໃນແຕ່ລະໄລຍະຊຶ່ງມີທັງຜົນສໍາເລັດດ້ານດີ ແລະ ຍັງມີຂໍ້ຄົງຄ້າງ  ແລະ ສິ່ງທ້າທາຍ ຫຼາຍປະການໃນການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການພາຍໃນ ເປັນຕົ້ນແມ່ນ: ວຽກງານການປົກຄອງທ້ອງຖິ່ນ, ວຽກງານພັດທະນາການບໍລິຫານລັດ, ວຽກງານຄຸ້ມຄອງລັດຖະກອນ ແລະ ບັນຫາອື່ນໆອີກ ທີ່ຈະຕ້ອງໄດ້ມີການຄົ້ນຄວ້າ, ປຶກສາຫາລື ຮ່ວມກັນ ລະຫວ່າງ ສູນກາງ ກັບທ້ອງຖິ່ນ ແລະ ກັບບັນດາກະຊວງ-ອົງການ ເພື່ອຊອກຫາວິທີແກ້ໄຂບັນດາຂໍ້ຄົງຄ້າງ ຫຼື ສິ່ງທີ່ອຸດຕັນຕ່າງໆ ຢ່າງເປັນເອກະພາບ.
ກອງປະຊຸມ, ໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງການພາຍໃນ ໄລຍະ 1ປີຜ່ານມາ ຈາກ ທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ຊຶ່ງທ່ານໄດ້ຍົກໃຫ້ເຫັນໄລຍະໜຶ່ງປີຜ່ານມາສາມາດສະຫຼຸບ-ສັງລວມ ຜົນສຳເລັດດ້ານວຽກງານວິຊາສະເພາະໃນແຕ່ລະຂົງເຂດວຽກງານເປັນຕົ້ນແມ່ນ: ຂົງເຂດການປົກຄອງ, ຂົງເຂດລັດຖະກອນ ແລະ ຂົງເຂດເຕັກນິກການປົກຄອງຊຶ່ງມີວຽກງານທີ່ພົ້ນເດັ່ນ ຄື: ວຽກງານປັບປຸງກົງຈັກການຈັດຕັ້ງໄດ້ສໍາເລັດການຄົ້ນຄວ້າ ແລະ ສະເໜີນາຍົກລັດຖະມົນຕີ ພິຈາລະນາອະນຸມັດດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການບໍລິຫານແຫ່ງລັດ ຈໍານວນ 8 ພາກສ່ວນ; ວຽກງານກໍານົດຕໍາແໜ່ງງານເຜີຍແຜ່ຄໍາແນະນໍາກ່ຽວກັບການກໍານົດຕໍາແໜ່ງງານ ແລະ ແຈ້ງການກ່ຽວກັບການແບ່ງຄວາມຮັບຜິດຊອບວຽກງານກໍານົດຕໍາແໜ່ງງານໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນຮັບຜິດຊອບໂດຍກົງ,ໄດ້ປັບປຸງ ແລະ ຮັບຮອງຕໍາແໜ່ງງານ 307 ຫົວໜ່ວຍ ເທົ່າກັບ 438,57%  ຂອງແຜນການປີ (ແຜນການ 2023 ແມ່ນ 70 ຫົວໜ່ວຍ);ວຽກງານຄຸ້ມຄອງພົນລະເມືອງໄດ້ຈົດທະບຽນ ແລະ ອອກໃບຢັ້ງຢືນການປ່ຽນສັນຊາດ ຈໍານວນ 4.761 ຄົນຍິງ 2.765 ຄົນ, ພົນລະເມືອງກິດຕິມະສັກ 3 ຄົນ; ໄດ້ປ້ອນຂໍ້ມູນເຂົ້າໃນລະບົບ ແລະ ອອກໃບຢັ້ງຢືນການເກີດ ແລະ ການເສຍຊີວິດ ໃຫ້ພົນລະເມືອງ ລວມຈໍານວນ 5.936 ຄົນ ແລະ ໄດ້ເຊື່ອມຕໍ່ລະບົບຂໍ້ມູນພົນລະເມືອງກັບກະຊວງການຕ່າງປະເທດ,ກະຊວງສຶກສາທິການ ແລະ ກິລາ; ວຽກງານການເກັບກໍາສະຖິຕິພົນລະເມືອງສັງລວມປະຈໍາປີ2023-ປັດຈຸບັນມີພົນລະເມືອງລາວ 7.257.020ຄົນຍິງ 3.617.802 ຄົນ ແລະ ໄດ້ຈົດທະບຽນ ແລະ ອອກໃບຢັ້ງຢືນການເກີດ 62.057 ຄົນຍິງ 30.869 ຄົນ; ການແຕ່ງດອງ 11.274 ຄູ່; ການຢ່າຮ້າງ 2.885 ຄູ່; ການປ່ຽນຊື່ 5.160 ຄົນຍິງ 2.650 ຄົນ, ການປ່ຽນນາມສະກຸນ 7.979 ຄົນຍິງ 4.338 ຄົນ; ການປ່ຽນສັນຊາດ ຈໍານວນ 4.761 ຄົນຍິງ 2.765 ຄົນ, ໃນນີ້ ໃຫ້ນາມມະຍົດພົນລະເມືອງກິດຕິມະສັກ 3 ທ່ານ (ສະວິສແລນ, ສປ ຈີນ ແລະ ສເກົາຫຼີ); ການເສຍຊີວິດ 13.362 ຍິງ 5.532 ຄົນ. ການຍົກຍ້າຍຂອງພົນລະເມືອງ 12.712 ຄົນຍິງ 6.215 ຄົນ ແລະ ວຽກງານອື່ນໆ.  ຈາກນັ້ນ,ທ່ານ ສຸລິວັນ ອ່ອນຕາວົງ ຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນໄດ້ຜ່ານບົດສະຫຼຸບວຽກງານປະຕູດຽວຕໍ່ກອງປະຊຸມວ່າ: ການຈັດຕັ້ງປະຕິບັດວຽກງານບໍລິການຜ່ານກົນໄກປະຕູດຽວ  ແມ່ນໄດ້ລິເລີ່ມຈັດຕັ້ງປະຕິບັດມາແຕ່ ປີ 2006 ໂດຍທົດລອງຢູ່ເມືອງໄຊເສດຖານະຄອນຫຼວງວຽງຈັນ.ພາຍຫຼັງການສະຫຼຸບຖອດຖອນບົດຮຽນຢູ່ເມືອງໄຊເສດຖາເຫັນວ່າມີຜົນສຳເລັດເປັນຢ່າງດີ. ດັ່ງນັ້ນ, ນາຍົກລັດຖະມົນຕີຈຶ່ງໄດ້ອອກຂໍ້ຕົກລົງສະບັບເລກທີ 86/ນຍ, ລົງວັນທີ 3 ສິງຫາ 2007 ວ່າດ້ວຍການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວ ຢູ່ອົງການບໍລິຫານລັດ. ມາຮອດປັດຈຸບັນ ມີສູນບໍລິການຜ່ານປະຕູດຽວທັງໝົດ 58 ແຫ່ງ, ໃນນີ້ ຂັ້ນແຂວງ 20 ແຫ່ງ ແລະ ຂັ້ນເມືອງ 38 ແຫ່ງ ສາມາດປະຕິບັດໄດ້ລື່ນຄາດໝາຍສູ້ຊົນຂອງວາລະແຫ່ງຊາດ 2021-2023 ໃຫ້ສູນບໍລິການຜ່ານປະຕູດຽວເພີ່ມຂຶ້ນ 9 ແຫ່ງ, ສະເລ່ຍ 3 ແຫ່ງຕໍ່ປີ, ໃນຕົວຈິງປະຕິບັດໄດ້ 14 ແຫ່ງ ແລະ ໃນຄາດໝາຍສູ້ຊົນຕໍ່ໜ້າ ຈະຂະຫຍາຍການສ້າງຕັ້ງ ແລະ ປັບປຸງສູນການບໍລິການຜ່ານປະຕູດຽວ ເປັນຕົ້ນ ຄົ້ນຄວ້າສ້າງ ແລະ ອອກແບບ (ອາຄານ) ສະຖານທີ່ຕັ້ງສູນບໍລິການຜ່ານປະຕູດຽວ ທີ່ເປັນເອກະລັກ ແລະ ເອກະພາບທົ່ວປະເທດ ແລະ ຂະຫຍາຍສູນບໍລິການຜ່ານປະຕູດຽວໃຫ້ໄດ້ຢ່າງໜ້ອຍ 7 ສູນຕໍ່ປີ.
ໃນກອງປະຊຸມ, ກໍໄດ້ມີການສົນທະນາ-ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ຢູ່ໃນບັນດາກະຊວງ-ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຊອກເຫັນບັນດາບັນຫາຕ່າງໆ ທີ່ບໍ່ທັນໂລ່ງລ່ຽນ ແລະ ພ້ອມກັນຊອກຫາວິທີແກ້ໄຂທີ່ເໝາະສົມ ເພື່ອໃຫ້ບັນດາກະຊວງ-ອົງການຂັ້ນສູນກາງ ແລະ ຂະແໜງການພາຍໃນຂັ້ນທ້ອງຖິ່ນໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບສາມາດບັນລຸຄາດໝາຍທີ່ກຳນົດໄວ້.
(ຂ່າວ: ກະຊວງພາຍໃນ; ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ