ກະຊວງສາທາ ຈັດງານເວທີຕົວເມືອງແຫ່ງຊາດ ຄັ້ງທີ II

ກະຊວງສາທາ ຈັດງານເວທີຕົວເມືອງແຫ່ງຊາດ ຄັ້ງທີ II
ກະຊວງສາທາລະນະສຸກຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດງານເວທີຕົວເມືອງແຫ່ງຊາດ ຄັ້ງທີ II ຂຶ້ນໃນລະຫວ່າງວັນທີ 3-8 ຕຸລາ ນີ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ມີທ່ານ ໂລຍິງ-ຣູແຈັກກະລິນ ຜູ້ຕາງໜ້າອົງການອະນາໄມໂລກປະຈໍາລາວ, ມີອົງການຈັດຕັ້ງສາກົນ  ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
    ທ່ານ ພອນປະເສີດ ອຸນາພົມ ກ່າວວ່າ: ການຈັດງານໃນຄັ້ງນີ້, ຖືວ່າເປັນເວທີໜຶ່ງທີ່ສໍາຄັນໃນການສົນທະນາ ແລະ ຈັດຕັ້ງປະຕິບັດນິຕິກຳປອດຄວັນຢາສູບ ເພື່ອເຮັດໃຫ້ທຸກສະຖານທີ່ປອດຄວັນຢາສູບທີ່ແທ້ຈິງ ໂດຍການປະຕິບັດຕາມກົດໝາຍ ແລະ ນິຕິກຳ ວ່າດ້ວຍການຄວບຄຸມຢາສູບ; ການສ້າງສະຖານທີ່ປອດຄວັນຢາສູບ ສາມາດຊ່ວຍຫຼຸດຜ່ອນປັດໄຈສ່ຽງຂອງການເກີດພະຍາດບໍ່ຕິດຕໍ່, ສົ່ງເສີມການດຳລົງຊີວິດທີ່ປາ ສະຈາກຄວັນຢາສູບ ເຮັດໃຫ້ທຸກຄົນມີສຸຂະພາບແຂງແຮງ. ກົມອະນາໄມ ແລະ ສົ່ງເສີມສຸຂະພາບກະຊວງສາທາລະນະສຸກ ໃນນາມກອງເລຂາ ຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ຈະສືບຕໍ່ໃຫ້ ການຮ່ວມມືກັບບັນດາຂະແໜງການ ແລະ ທຸກພາກສ່ວນໃນສັງຄົມ ໃນການຈັດຕັ້ງປະຕິບັດກົດໝາຍ ແລະນິຕິກຳກ່ຽວກັບການສ້າງສະຖານທີ່ປອດຄວັນຢາສູບໃຫ້ທົ່ວເຖິງ ແລະ ກວ້າງຂວາງ, ສືບຕໍ່ຮ່ວມມືກັບສາກົນແລະ ຄູຮ່ວມພັດທະນາໃນຂົງເຂດວຽກງານຄວບຄຸມຢາສູບ ແລະ ສ້າງສະຖານທີ່ປອດຄວັນຢາສູບ ເພື່ອປົກປ້ອງທຸກຄົນຈາກການໄດ້ຮັບຄວັນຢາສູບມືສອງ ເຮັດໃຫ້ການບໍ່ສູບຢາເປັນບັນທັດຖານໃນສັງຄົມລາວ.
    ທ່ານ ພອນປະເສີດ ອຸນາພົມ ກ່າວຕື່ມວ່າ: ສໍາລັບປັດໄຈສ່ຽງຫຼັກທີ່ພາໃຫ້ເກີດພະຍາດບໍ່ຕິດຕໍ່ ແມ່ນການສູບຢາ ລວມທັງຢາສູບໄຟຟ້າ ຊຶ່ງໃນແຕ່ລະປີມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບສູງເຖິງ 6.700 ຄົນ ເທົ່າກັບ 17 ຄົນຕໍ່ມື້. ນອກຈາກການສູນເສຍດ້ານບຸກຄະລາກອນແລ້ວ ຍັງເຮັດໃຫ້ສູນເສຍທາງດ້ານເສດຖະກິດສູງເຖິງ 3,6 ລ້ານໆກີບໃນແຕ່ລະປີ; ການສູບຢາ ແລະ ການໄດ້ຮັບຄວັນຢາສູບມືສອງເປັນປັດໄຈສ່ຽງຫຼັກຂອງການເກີດພະຍາດມະເຮັງ, ພະຍາດຫົວໃຈ, ພະຍາດປອດ ແລະ ພະຍາດເບົາຫວານ ຊຶ່ງກາຍເປັນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ; ການສ້າງສະຖານທີ່ປອດຄວັນຢາສູບສາມາດປົກປ້ອງທຸກຄົນຈາກການໄດ້ຮັບຄວັນຢາສູບມືສອງ ແລະ ຍັງເປັນການຊ່ວຍໃຫ້ຜູ້ສູບຢາອອກຢາສູບ. ສປປ ລາວ ພົບກັບບັນຫາສິ່ງທ້າທາຍ ແລະ ທ່າອ່ຽງການເພີ່ມຂຶ້ນຂອງພະຍາດບໍ່ຕິດຕໍ່ ຊຶ່ງກວມເອົາ 65% ຂອງການເສຍຊີວິດໃນປີ 2019. ໃນນັ້ນ, ພະຍາດຫົວໃຈ ກວມເອົາ 27%, ພະຍາດມະເຮັງ ກວມເອົາປະມານ 12%, ພະຍາດປອດອັກເສບຊໍາເຮື້ອ ກວມເອົາປະມານ 5%, ພະຍາດເບົາຫວານ ກວມເອົາປະມານ 4% ແລະ ພະຍາດບໍ່ຕິດຕໍ່ອື່ນໆກວມເອົາ 12%.
(ຂ່າວ-ພາບ: ວັນເພັງ)
 

ຄໍາເຫັນ

ຂ່າວສາທະລະນະສຸກ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 2 ກັນຍານີ້, ທີ່ແຂວງເຊກອງ, ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດໃຫ້ແກ່ອົງການກາແດງແຂວງເຊກອງ, ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.
ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສູນກາງແນວລາວສ້າງຊາດ (ສນຊ) ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ທີ່ສູນການຄ້າລາວໄອເຕັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

ຮຽບຮຽງກົດໝາຍຢາ ແລະ ຜະລິດຕະພັນການແພດ

(ສພຊ), ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຖືພາ ເປັນບັນຫາສໍາຄັນຫຼາຍ

ການໃຫ້ຄໍາປຶກສາກ່ອນຈະແຕ່ງງານ ຫຼື ກ່ອນຖືພາ ແມ່ນເປັນບັນຫາສໍາຄັນຫຼາຍສໍາລັບໄວໜຸ່ມໄວຈະເລີນພັນ ເພື່ອແກ້ໄຂບັນຫາທີ່ຈະມີຜົນກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ທ່ານ ນາງ ມະນີວອນ ຜາຟອງ ຫົວໜ້າປິ່ນປົວໂຮງໝໍເມືອງວຽງຄໍາ ແຂວງວຽງຈັນ ຮອງຫົວໜ້າສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ: ສູນໃຫ້ຄໍາປຶກສາວຽກງານໄວໜຸ່ມຈະເລີນພັນ ຕັ້ງຢູ່ສຸກສາລາດອນກວດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2023 ມີພະນັກງານທັງໝົດ 6 ຄົນເປັນຍິງທັງໝົດ ໂດຍເຮັດໝ້າທີ່ ໃຫ້ຄໍາປຶກສາຄູ່ແຕ່ງງານ, ການວາງແຜນຄອບຄົວ.
ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ ມອບລົດໃຫ້ອົງການກາແດງແຫ່ງຊາດລາວ

ອົງການກາແດງສະວິດສ (ກດສ) ໄດ້ມອບລົດຈຳນວນ 3 ຄັນ ໃຫ້ແກ່ອົງການກາແດງແຫ່ງ ຊາດລາວ (ກດລ) ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືຢ່າງຕໍ່ເນື່ອງພາຍໃຕ້ “ໂຄງການການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຂອງອົງ ການກາແດງແຫ່ງຊາດລາວ ສຳລັບໄລຍະ 2025 – 2028”
ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ  ເປັນບັນຫາສໍາຄັນ

ໂຮງໝໍເມືອງວັງວຽງ ເນັ້ນໜັກວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ເປັນບັນຫາສໍາຄັນ

ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
6 ເດືອນຕົ້ນປີ ໂຮງໝໍມິດຕະພາບມີຄົນເຈັບມາຮັບບໍລິການກວດເຂດນອກ 95,806 ເທື່ອຄົນ

6 ເດືອນຕົ້ນປີ ໂຮງໝໍມິດຕະພາບມີຄົນເຈັບມາຮັບບໍລິການກວດເຂດນອກ 95,806 ເທື່ອຄົນ

ໂຮງໝໍມິດຕະພາບໄດ້ຈັດພິທີສະຫຼຸບການນໍາພາຈັດຕັ້ງປະຕິບັດວຽກງານຂອງຄະນະພັກຮາກຖານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ປາຖະກະຖາວັນສາທາລະນະສຸກ (ວັນແພດລາວ ຄົບ ຮອບ 60 ປີ) ຂຶ້ນໃນວັນທີ 4 ກໍລະກົດນີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ສອນໄຊ ລາດຊະວົງ ກໍາມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີຄະນະອໍານວຍການໂຮງໝໍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະພະແນກ, ທ່ານໝໍ, ພະຍາບານເຂົ້າຮ່ວມ.
ໂຮງຮຽນສາທາລະນະສຸກວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ

ໂຮງຮຽນສາທາລະນະສຸກວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ

ໂຮງຮຽນສາທາລະນະສຸກວຽງຈັນ ເມືອງວຽງຄໍາ ແຂວງວຽງຈັນ ຍັງມີຄວາມຕ້ອງການນັກສຶກສາຜະດຸງຄັນ ເພື່ອແກ້ໄຂບຸກຄະລາກອນທາງການແພດໃນຂົງເຂດວຽກງານສາທາລະນະສຸກ ກໍຄືພະຍາບານຜະດຸງຄັນໃນອະນາຄົດ. ທ່ານ ນາງ ແຜວຄໍາ ອິນທະວົງ ຫົວໜ້າໜ່ວຍງານຄຸ້ມຄອງນັກສຶກສາ ຄູສອນພະຍາບານ ແລະ ພະຍາບານຜະດຸງຄັນ ໂຮງຮຽນສາທາລະນະສຸກວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 2 ກໍລະກົດ ​ຜ່ານມານີ້ ທີ່ໂຮງຮຽນດັ່ງກ່າວວ່າ: ໂຮງຮຽນສາທາລະນະສຸກວຽງຈັນ ໄດ້ເລີ່ມເປີດການຮຽນ-ການສອນມາແຕ່ປີ 2004 ມີໜ້າທີກໍ່ສ້າງບຸກຄະລາກອນສາທາລະນະສຸກໃນລະດັບຊັ້ນສູງ ມີທັງພະນັກງານຮຽນເຊື່ອມຕໍ່ ແລະ ນັກສຶກສາສາຍກົງ ຫຼື ຮຽນຈົບ ມ7.
ເພີ່ມເຕີມ