ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາຜ່ານມາ

ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ດ້ວຍຫຼາຍຮູບແບບ ແລະ ຫຼາຍມາດຕະການ

ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ດ້ວຍຫຼາຍຮູບແບບ ແລະ ຫຼາຍມາດຕະການ
ໂດຍ: ສ.ບຸດປະຊາ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ທີ່ເກີດຈາກໂຄງການພັດທະນາ ໃນໄລຍະຜ່ານມາ ໄດ້ຖືກບັນດາສະມາຊິກສະພາແຫ່ງຊາດ ຍົກຂຶ້ນເປັນບັນຫາທີ່ສົ່ງຜົນກະທົບຢ່າງຫຼວງຫຼາຍ ແລະ ຮ້າຍແຮງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ທໍາມະຊາດ ຊຶ່ງໄດ້ຍົກຂຶ້ນເປັນຄໍາຊັກຖາມ ເພື່ອໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ຊີ້ແຈງອະທິບາຍ ຕໍ່ບັນຫາດັ່ງກ່າວ ເຖິງວິທີການແກ້ໄຂ ແລະ ມາດຕະການປ້ອງກັນ ໃນຕໍ່ໜ້າ; ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ກໍໄດ້ຊີ້ແຈງອະທິບາຍຊຶ່ງໃຫ້ຮູ້ວ່າຜ່ານມາ ໄດ້ດຳເນີນການແກ້ໄຂດ້ວຍຫຼາຍຮູບແບບ ຫຼາຍມາດຕະການ ແລະ ກໍມີມາດຕະການແກ້ໄຂໃນຕໍ່ໜ້າ ດ້ວຍ 7 ມາດຕະການ.

ໃນວາລະການດຳເນີນກອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາຜ່ານມາ, ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຊຶ່ງທີ່ປະຊຸມໄດ້ຮັບຟັງການຂຶ້ນຊີ້ແຈງອະທິບາຍ ຄໍາຊັກຖາມດັ່ງກ່າວ ຈາກ ທ່ານ ນາງ ບຸນຄໍາ ວໍລິຈິດ ລັດຖະມົນຕີ ກຊສ ວ່າ: ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນມາຈາກຫຼາຍປັດໄຈ ເປັນຕົ້ນແມ່ນມາຈາກໂຄງການພັດທະນາ ແລະ ໂຄງການລົງທຶນຈຳນວນໜຶ່ງ ບໍ່ປະຕິບັດຕາມມາດຕະການທາງດ້ານສິ່ງແວດລ້ອມ ທີ່ໄດ້ກໍານົດໄວ້; ການສຶກສາຜົນກະທົບ, ມາດຕະການປ້ອງກັນ ແລະ ຫຼຸດຜ່ອນ ຂອງໂຄງການລົງທຶນບໍ່ຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງ; ບາງໂຄງການບໍ່ໄດ້ດໍາເນີນການສຶກສາຜົນກະທົບແບບລະອຽດ; ການຕິດຕາມກວດກາ ຂອງພາກລັດ ຍັງບໍ່ທັນເຂັ້ມແຂງ, ບໍ່ທົ່ວເຖິງ ແລະ ບໍ່ທັນມີມາດຕະການ ເດັດຂາດຕໍ່ຜູ້ລະເມີດ;ພະນັກງານວິຊາການ ທີ່ຮັບຜິດຊອບວຽກຕິດຕາມ ກວດກາ ສິ່ງແວດລ້ອມ ຍັງມີຈຳກັດ; ງົບປະມານ, ເຄື່ອງມື ແລະ ພາຫະນະ ຮັບໃຊ້ໃນການຕິດຕາມກວດກາ, ການໂຄສະນາເຜີຍແຜ່ ກົດໝາຍ, ນິຕິກຳຕ່າງໆ ກໍຍັງຈຳກັດ ບໍ່ທົ່ວເຖິງ.

ໄລຍະຜ່ານມາ ລັດຖະບານ ກໍຄື ກຊສ ໄດ້ດໍາເນີນແກ້ໄຂດ້ວຍຫຼາຍຮູບແບບ ແລະ ຫຼາຍມາດຕະການ ເປັນຕົ້ນແມ່ນໄດ້ອອກນິຕິກຳທີ່ກ່ຽວຂ້ອງກັບການປົກປັກຮັກສາສິ່ງແວດລ້ອມ ຫຼາຍສະບັບ ພ້ອມທັງມີໂຄສະນາເຜີຍແຜ່ ແລະ ດຳເນີນມາດຕະການ ປັບໃໝ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບສິ່ງແວດລ້ອມ ແລະ ແຮ່ທາດ; ໄດ້ດຳເນີນການກວດກາ ແລະ ຊຸກຍູ້ ບັນດາໂຄງການລົງທຶນ/ພັດທະນາ ທັງໄດ້ແກ້ໄຂເຫດການສຸກເສີນທາງດ້ານສິ່ງແວດລ້ອມ; ໄດ້ປະເມີນບັນດາໂຄງການລົງທຶນ ທີ່ປະຕິບັດພັນທະດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ;ໄດ້ອອກແຈ້ງການໃນການເພີ່ມທະວີ ມາດຕະການເຝົ້າລະວັງ ແລະ ປ້ອງກັນເຫດສຸກເສີນດ້ານສິ່ງແວດລ້ອມ; ໄດ້ຈັດສັນງົບປະມານ, ອຸປະກອນ ແລະ ເຄື່ອງມືຈໍານວນໜຶ່ງ ໃຫ້ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ທ້ອງຖິ່ນ ເພື່ອຕິດຕາມກວດກາໂຄງການລົງທຶນ ເປັນຕົ້ນ.

ເຖິງຢ່າງໃດກໍຕາມ,ເພື່ອຮັບປະກັນ ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມໃນຕໍ່ໜ້າ. ສະນັ້ນ, ລັດຖະບານ ໄດ້ວາງທິດທາງມາດຕະການແກ້ໄຂໃນຕໍ່ໜ້າ 7 ມາດຕະການ ດັ່ງນີ້:

1). ສືບຕໍ່ປັບປຸງແລະເຜີຍແຜ່ນິຕິກໍາກ່ຽວກັບຊັບພະຍາກອນທໍາມະຊາດ, ການປົກປັກຮັກສາສິ່ງແວດລ້ອມແລະການປ່ຽນແປງດິນຟ້າອາກາດເພື່ອໃຫ້ທຸກພາກສ່ວນທົ່ວສັງຄົມໄດ້ຮັບຮູ້ແລະ ປະກອບສ່ວນໃນການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ;

2). ເອົາໃຈໃສ່ບັງຄັບໃຊ້ ກົດໝາຍ ແລະ ລະບຽບການ ທີ່ຕິດພັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ, ທຸກໂຄງການລົງທຶນ ກ່ອນຈະອະນຸມັດ ຕ້ອງດໍາເນີນຕາມລະບຽບການ ແລະ ຂັ້ນຕອນ;

3). ປະສານສົມທົບກັບຂະແໜງການກ່ຽວຂ້ອງກວດກາຕິດຕາມບັນດາໂຄງການພັດທະນາລວມທັງໂຄງການແຮ່ທາດແລະໂຄງການລົງທຶນອື່ນໆເພື່ອຄຸ້ມຄອງແລະຕິດຕາມກວດກາການຈັດຕັ້ງປະຕິບັດໄປໃນລວງດຽວກັນ;

4). ສ້າງຄວາມເຂັ້ມແຂງຮອບດ້ານກ່ຽວກັບວຽກງານຕິດຕາມກວດກາສິ່ງແວດລ້ອມລວມທັງການແກ້ໄຂເຫດການສຸກເສີນດ້ານສິ່ງແວດລ້ອມໃຫ້ພະນັກງານທ້ອງຖິ່ນ ແລະ ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ໃນວຽກງານດັ່ງກ່າວ ຫຼາຍຂຶ້ນ;

5). ສືບຕໍ່ເພີ່ມທະວີການຕິດຕາມກວດກາ, ເຝົ້າລະວັງ ແລະ ປ້ອງກັນເຫດສຸກເສີນດ້ານສິ່ງແວດລ້ອມ ໃນແຕ່ລະຂັ້ນ;

6). ສືບຕໍ່ກວດກາຕິດຕາມແລະປະເມີນຜົນ ການປະຕິບັດພັນທະດ້ານສິ່ງແວດລ້ອມຂອງບັນດາໂຄງການລົງທຶນ ຕາມທິດສີຂຽວ ແລະ ຍືນຍົງ ແລະ ຍ້ອງຍໍຜູ້ປະຕິບັດໄດ້ດີ ແຕ່ໃຊ້ມາດຕະການຕໍ່ຜູ້ລະເມີດ ຫຼື ບໍ່ປະຕິບັດ;

7) ຈັດສັນງົບປະມານສໍາລັບການຕິດຕາມກວດກາສິ່ງແວດລ້ອມ, ການປົກປັກຮັກສາແລະອະນຸລັກຊັບພະຍາກອນທໍາມະຊາດ, ການແກ້ໄຂບັນຫາສິ່ງແວດລ້ອມລວມທັງການແກ້ໄຂເຫດການສຸກເສີນທີ່ເກີດຈາກໂຄງການລົງທຶນແລະໄພພິບັດທາງທໍາມະຊາດ.

ຄໍາເຫັນ

ຂ່າວເດັ່ນ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ເພີ່ມເຕີມ