![]() |
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງ ທ່ານ ປຣາກ ໂຊຄົນ ພ້ອມດ້ວຍຄະນະ ແລະໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈໃນໂອກາດວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຄົບຮອບ 72 ປີ (9 ພະຈິກ 1953) ທີ່ຫາກໍ່ຜ່ານພົ້ນໄປນັ້ນພ້ອມທັງຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງໃນຫຼາຍດ້ານ ທີ່ປະຊາຊົນກໍາປູເຈຍຍາດມາໄດ້ພາຍໃຕ້ການນຳພາອັນປີຊາສາມາດ ຂອງລັດຖະບານກໍາປູເຈຍໃນໄລຍະຜ່ານມາຊຶ່ງໄດ້ເຮັດໃຫ້ກໍາປູເຈຍມີສະຖຽນລະພາບດ້ານການເມືອງ,ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງປົວແປງດີຂື້ນເປັນກ້າວໆ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ບັນດາການນໍາຂັ້ນສູງຂອງຝ່າຍກໍາປູເຈຍ.
ໃນໂອກາດດຽວກັນນີ້, ທ່ານ ປຣາກ ໂຊຄົນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານ ສອນໄຊ ສີພັນດອນ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ມາຍັງ ທ່ານ ສອນໄຊ ສີພັນດອນແລະ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນຂອງການປຶກສາຫາລືກັບ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ຄັ້ງທີ 15 ຊຶ່ງສອງຝ່າຍໄດ້ເປັນເອກະພາບກັນໃນຫຼາຍບັນຫາຂອງການຮ່ວມມືສອງຝ່າຍ ແລະ ໄດ້ຮັບຮອງເອົາບົດບັນທຶກກອງປະຊຸມ JC ລາວ-ກໍາປູເຈຍ ຄັ້ງທີ 15 ທີ່ກວມເອົາ 21 ຂົງເຂດໃຫຍ່ຂອງການຮ່ວມມືສອງຝ່າຍ ແລະ 96 ຫົວຂໍ້ຍ່ອຍໃນຂົງເຂດການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ.
ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການພົວພັນຮ່ວມມື ລະຫວ່າງສອງປະທດໃນດ້ານອື່ນໆຕື່ມອີກ ເປັນຕົ້ນແມ່ນ ວຽກງານຊາຍແດນ, ການພົວພັນຮ່ວມມືດ້ານພະລັງງານໄຟຟ້າ, ການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ ແລະ ອື່ນໆ. ຂ່າວ:ກະຊວງການຕ່າງປະເທດ

ຄໍາເຫັນ