![]() |
ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງ ໃນການຄົ້ນຄວ້າ, ປຶກສາຫາລື, ໃຫ້ທິດຊີ້ນຳ ແລະ ໄດ້ເປັນເອກະພາບສູງ ຮັບຮອງເອົາດ້ານຫຼັກການ ຕໍ່ບັນດາເນື້ອໃນຕົ້ນຕໍ ທີ່ຈະນໍາສະເໜີໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຄື : ຮ່າງໂຄງການການເມືອງສະບັບທີ 3 ຂອງພັກ; ຮ່າງລາຍງານການເມືອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 10; ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຮ່າງກົດລະບຽບພັກ ສະບັບປັບປຸງ, ເຊິ່ງກອງປະຊຸມ ໄດ້ສຸມໃສ່ຊີ້ນໍາ ແລະ ຊີ້ແຈງ ຕໍ່ບັນດາບັນຫາທີ່ຕັ້ງຂຶ້ນ ເພື່ອຮັບປະກັນໃຫ້ເນື້ອໃນຕ່າງໆ ມີຄວາມສົມບູນຍິ່ງຂຶ້ນ.
ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ມີການດໍາເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານສູນກາງພັກ, ເພື່ອພ້ອມກັນປຶກສາຫາລື ແລະ ສໍາຫຼວດກວດຄືນ ບັນຫາສໍາຄັນໃນການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານສູນກາງພັກ ຕະຫຼອດສະໄໝ, ທັງໃນດ້ານການນໍາພາລວມ, ກໍຄືການສໍາຫຼວດແຕ່ລະສະຫາຍ,ເຊິ່ງເປັນການທົບທວນຄຶນຜົນງານແຫ່ງການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ໄດ້ດໍາເນີນມາເປັນເວລາ 5 ປີ ແລະ ເປັນການກະກຽມຄວາມພ້ອມ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມາເຖິງໃນມໍ່ໆນີ້; ເຊິ່ງນີ້ຖືເປັນຫຼັກການ, ລະບອບແບບແຜນ ແລະ ກົດເກນ ຂອງພັກ ທີ່ໄດ້ຢຶດຖື, ຢຶດໜັ້ນ ແລະ ຈັດຕັ້ງປະຕິບັດ ເປັນມູນເຊື້ອອັນດີງາມ ຂອງຕົນຕະຫຼອດມາ ນັບຕັ້ັງແຕ່ມື້ກໍ່ຕັ້ງພັກ ຈົນຮອດທຸກວັນນີ້.
ໃນຕອນທ້າຍ ສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນໜັກບາງບັນຫາສຳຄັນ ວ່າ : ຜົນຂອງກອງປະຊຸມສູນກາງ ສະໄໝວິສາມັນຂອງພວກເຮົາເທື່ອນີ້, ນອກຈາກພວກເຮົາໄດ້ສຳຫຼວດກວດກາ, ທົບທວນຜົນສຳເລັດ ໃນການຊີ້ນໍາ-ນໍາພາຕະຫຼອດໄລຍະ 5 ປີ ຜ່ານມາ, ລວມທັງການຕີລາຄາການຊີ້ນໍາ-ນໍາພາລວມໝູ່ຄະນະ ແລະ ສຳຫຼວດກວດກາບຸກຄົນ ໃນຄະນະບໍລິຫານງານສູນກາງພັກ ຢ່າງມີຄວາມຮັບຜິດຊອບສູງ, ມີປະຊາທິປະໄຕ, ເປີດເຜີຍ ແລະ ຖືກຕ້ອງຕາມກົດລະບຽບຂອງພັກເຮົາ, ຫວັງວ່າບັນດາສະຫາຍ ຈະຖືເອົາບັ້ນດໍາເນີນຊີວິດການເມືອງ ຂອງຄະນະບໍລິຫານງານສູນກາງພັກ ທ້າຍສະ
ໄໝນີ້ ນໍາໄປເປັນບົດຮຽນ, ເປັນເຂັມທິດເຍືອງທາງ ໃຫ້ແກ່ແຕ່ລະສະຫາຍກຳມະການສູນກາງ, ພວກເຮົາຕ້ອງສົ່ງເສີມຈຸດດີ ໃຫ້ເປັນກຳລັງແຮງ ແລະ ເວລາດຽວກັນ ຕ້ອງເດັດດ່ຽວແກ້ໄຂຈຸດອ່ອນ, ຈຸດບົກຜ່ອງ ແລະ ຂໍ້ຄົງຄ້າງ ໃຫ້ໄດ້ ເພື່ອສືບຕໍ່ສ້າງພັກເຮົາ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນໃຈກາງຂອງແກນນໍາທົ່ວສັງຄົມ ສືບຕໍ່ນໍາເອົາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ກ້າວໄປຢ່າງບໍ່ຢຸດຢັ້ງ.
![]() |
ນັບແຕ່ນີ້ໄປຈົນຮອດກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIIຖືເປັນເວລາທີ່ເຕັມໄປດ້ວຍຄວາມເຄັ່ງຮ້ອນ, ພວກເຮົາຕ້ອງໄດ້ສືບຕໍ່ບຸກບືນ ສູ້ຊົນຈັດຕັ້ງປະຕິບັດ ບັນດາຄາດໝາຍທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ ກໍຄື ສືບຕໍ່ຈັດຕັ້ງປະຕິບັດ ບັນດາໜ້າວຽກຂອງອະນຸກໍາມະການຕ່າງໆ ໃຫ້ມີຄວາມພ້ອມຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງສະຫງ່າຜ່າເຜີຍ ແລະ ມີຜົນສໍາເລັດ ຢ່າງຈົບງາມ.ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມສູນກາງຄັ້ງນີ້ ຈະສ້າງໄດ້ກໍາລັງແຮງໃໝ່ ແລະ ທ່ວງທ່າໃໝ່, ບັນຍາກາດໃໝ່ ເພື່ອຈະພ້ອມກັນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກນາໆປະການ ແລະ ສິ່ງທ້າທາຍຕ່າງໆສ້າງບັນຍາກາດ ແລະ ກໍາລັງແຮງອັນໃໝ່ ເພື່ອກ້າວສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາຢ່າງມີໄຊ.ຂ່າວ:ຫສພ


ຄໍາເຫັນ