ຂະບວນແຫ່-ຫົດສົງນໍ້າພະຢູ່ນະຄອນປາກເຊ ຄຶກຄື້ນມ່ວນຊື່ນ

ຂະບວນແຫ່-ຫົດສົງນໍ້າພະຢູ່ນະຄອນປາກເຊ ຄຶກຄື້ນມ່ວນຊື່ນ
ໃນວັນທີ 13 ເມສາຜ່ານມາ (ມື້ສັງຂານລ່ວງ ບຸນປີໃໝ່ລາວ ພສ 2567) ຊາວນະຄອນປາກເຊແຂວງຈຳປາສັກ ໄດ້ຮ່ວມພິທີແຫ່ ແລະ ສົງນໍ້າພະ ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ຢ່າງຄຶກຄື້ນມ່ວນຊື່ນ ແລະ ຖືກຕ້ອງສອດຄ່ອງກັບຮີດຄອງປະເພນີ ທີ່ເຄີຍສືບທອດກັນມາ ໂດຍເປັນປະທານຝ່າຍສົງມີ ພະ ອາຈານມະຫາ ສຸວັນ ຈັນທະລາດ ກຳມະການບໍລິຫານງານປະຈໍາການສູນກາງ ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວປະທານອົງການພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ, ມີ ທ່ານວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ ພ້ອມພັນລະຍາ, ມີການນຳຂອງແຂວງ, ນະຄອນປາກເຊ, ການນໍາ 9 ເມືອງ, ປະຊາຊົນບັນດາເຜົ່າ ຕະຫຼອດຮອດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ບົວລີ ເພັດສົງຄາມເຈົ້ານະຄອນປາກເຊ ໄດ້ລາຍງານການກະກຽມສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃໝ່ ພສ 2567 ທີ່ນະຄອນປາກເຊ ແຂວງຈໍາປາສັກ ໂດຍປະຕິບັດຕາມການຕົກລົງ ແລະ ມອບໝາຍຈາກອົງການປົກຄອງແຂວງຈໍາສັກ, ມອບໃຫ້ນະຄອນປາກເຊ ກະກຽມຈັດງານສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2567, ຄສ 2024 ຕິດພັນກັບກິດຈະກຳ ຕ້ອນຮັບປີທ່ອງທ່ຽວລາວ ປີ 2024 ໂດຍມີຫຼາຍກິດຈະກໍາ ຄື: ຂະບວນແຫ່ພະພຸດທະຮູບ ຈາກ 9 ວັດ, ຂະບວນນາງສັງຂານ, ຂະບວນພາຂວັນໃຫຍ່ນະຄອນປາກເຊ ແລະ ຂະບວນແຫ່ຂອງມວນຊົນຊາວເມືອງ ພາຍໃນນະຄອນປາກເຊ, ຈາກບັນດາບ້ານ - ກຸ່ມບ້ານ, ພາກສ່ວນອົງການຈັດຕັ້ງ ແລະ ພາກທຸລະກິດ ທີ່ຢູ່ໃນນະຄອນປາກເຊ ລວມຈໍານວນ 14 ຂະບວນ, ຄາດຄະເນຜູ້ເຂົ້າຮ່ວມຂະບວນແຫ່ 2 ພັນກວ່າຄົນ. ແຕ່ລະຂະບວນແຫ່ ມີການສະແດງທີ່ເປັນເອກະລັກຂອງແຕ່ລະພາກສ່ວນ ເພື່ອໂຄສະນາສົ່ງເສີມແຕ່ລະວຽກງານ ແລະ ມ່ວນຊື່ນ ຕ້ອນຮັບປີໃໝ່ ທີ່ເປັນເອກະລັກ ຖືຕົ້ນກາລະພຶກ ແລະ ນໍ້າຫົດສົງ.
ໂອກາດນີ້, ທ່ານ ເຈົ້າແຂວງຈຳປາສັກ ໄດ້ຂຶ້ນໃຕ້ທຽນໄຊບູຊາ, ລັ່ນຄ້ອງ 9 ບາດ ແລະ ນຳພາການນຳ ແລະ ມວນຊົນເຂົ້າຫົດສົງພະພຸດທະຮູບ “ພະມໍລະດົກຈໍາປາ” ພະພຸດທະຮູບສັກສິດຄູ່ບ້ານຄູ່ເມືອງ ນະຄອນປາເຊ ດ້ວຍຄວາມສັດທາ ຂອງປວງຊົນທັງຫຼາຍ.
ສໍາລັບກິດຈະກຳຖະໜົນຊຸ່ມເຢັນ ແລະ ກິດຈະກຳບັນເທີງ ຄື: ກິດຈະກໍາຖະໜົນຊຸ່ມເຢັນມີ 3 ເສັ້ນ ຄື: ເສັ້ນທາງແຄມເຊໂດນ ແຕ່ວົງວຽນທ່າສາລາຄໍາ ເຖິງ ສາມແຍກວິທະຍາໄລສົງ (ເສັ້ນທາງເຂົ້າສູ່ຫໍຫລັກເມືອງປາກເຊ ແລະ ວັດຫລວງປາກເຊ); ເສັ້ນທາງເຊື່ອມ ແຕ່ 4 ແຍກໄຟແດງໂພນໄຊ ລົງຫາ 4 ແຍກໄຟແດງຮ່ອງຂະຍອມ - ສາງນໍ້າມັນ ແລະ ເສັ້ນທາງເຊື່ອມ ແຕ່ 4 ແຍກ ຮ້ານສິລິສົມບູນ (ຮ້ານແຄນນອນ) ຮອດ 4 ແຍກທາງ 42, ລ້ຽວໃສ ່4 ແຍກໄຟແດງບ້ານຮ່ອງຂະຍອມ ເຊື່ອມຈອດກັບ ເສັ້ນທີ 2 ຮ່ອງຂະຍອມ. ສ່ວນກິດຈະກຳບັນເທິງ, ສວນອາຫານ, ຄອນເສີດ ແລະ ອື່ນໆ ເພື່ອຄວາມສະໜຸກສະໜານ ໄດ້ອະນຸຍາດ 3 ຈຸດ ຄື: ບຸດເບຍຂອງບໍລິສັດເບຍລາວ ຈັດທີ່ສະໜາມກິລາແຂວງ ກິລາຫຼັກ 2; ຕະຫຼາດສູນການຄ້າ Friendship Mall (ຫຼັກ 2) ແລະ ຢູ່ຕະຫຼາດຮ້ານໄລເຮົາ (ທ່າສາລາຄໍາ).
(ຂ່າວ-ພາບ: ຈັນທະວີສັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ