ຂະບວນການຍ່າງມາລາທອນ ພາຍໃຕ້ຫົວຂໍ້ "ຕ້ານໄພໜາວ"

ຂະບວນການຍ່າງມາລາທອນ ຕ້ານໄພໜາວ ສົ່ງຄວາມອົບອຸ່ນສູ່ຄົນທຸກຍາກ

ຂະບວນການຍ່າງມາລາທອນ ຕ້ານໄພໜາວ ສົ່ງຄວາມອົບອຸ່ນສູ່ຄົນທຸກຍາກ
ວັນທີ 11 ທັນວາ ນີ້, ທີ່ສະໜາມກິລາແຂວງອຸດົມໄຊ, ຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ ໄດ້ຈັດຂະບວນການຍ່າງມາລາທອນ ພາຍໃຕ້ຫົວຂໍ້ "ຕ້ານໄພໜາວ" ດ້ວຍຈຸດປະສົງ ເພື່ອປຸກລະດົມການຊ່ວຍເຫຼືອອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມ ແລະ ສິ່ງຂອງຈຳເປັນອື່ນໆ

ສົ່ງມອບໃຫ້ກັບຊາວໜຸ່ມ-ເຍົາວະຊົນ ທີ່ທຸກຍາກ ຢູ່ໃນເຂດຫ່າງໄກສອກຫຼີກ.

ຂະບວນດັ່ງກ່າວ ໂດຍການເຂົ້າຮ່ວມ ຂອງທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີທ່ານ ຄຳຈັນ ວ່າບົວແສງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍອົງການພາກລັດ, ບໍລິສັດມະຫາຊົນ, ເຍົາວະຊົນ-ຊາວໜຸ່ມຈາກ ມສ ເມືອງໄຊ, ມສ ແຂວງ ເຂົ້າຮ່ວມ. ພາຍໃນງານຍັງມີການຈັດກິດຈະກຳການບໍລິຈາກເຄື່ອງນຸ່ງຮົ່ມ ແລະ ວັດຖຸປັດໃຈ ເພື່ອສົ່ງໄປຊ່ວຍນ້ອງໆເຍົາວະຊົນ ຊາວໜຸ່ມ ທີ່ຢູ່ຫ່າງໄກສອກຫຼີກ.

ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ກ່າວວ່າ: ຂະບວນການດັ່ງກ່າວເປັນການສ້າງຄວາມອົບອຸ່ນ ແລະ ສົ່ງຄວາມຫ່ວງໃຍໄປສູ່ຄົນທີ່ຂາດແຄນ ເປັນການສືບສານວັດທະນະທຳຂອງການແບ່ງປັນໃນສັງຄົມລາວ, ທັງເປັນການສ້າງຂະບວນການຂັບນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານຊາວໜຸ່ມແຂວງອຸດົມໄຊ ແລະ ວັນສຳຄັນຕ່າງໆຂອງຊາດໃຫ້ມີບັນຍາກາດຟົດຟື້ນ, ພ້ອມທັງຮຽກຮ້ອງໃຫ້ທຸກຄົນ ຮ່ວມໃຈບໍລິຈາກວັດຖຸປັດໃຈຂອງຕົນເພື່ອຊ່ວຍເຫຼືອເດັກນ້ອຍຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກ ໄດ້ຮັບຄວາມອົບອຸ່ນ.

ຂະບວນຢ່າງມາລາທອນຄັ້ງນີ້, ແມ່ນໄດ້ເລີ້ມຕົ້ນຈາກສະໜາມກິລາແຂວງ ຍ່າງໄປທາງບ້ານໜອງແມງດາ - ນາເລົາ - ບ້ານເຈງ ສູ່ໄຟແດງສິງທອງ ແລ້ວຢ່າງໄປຕາມເສັ້ນທາງ ຫ້ອງວ່າການ ຜ່ານຂົວນ້ຳກໍສອງ ແລະ ກັບເຂົ້າສູ່ສະໜາມກິລາແຂວງ.

(ຂ່າວ: ແສງອາທິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫະພັນແມ່ຍິງເມືອງທຸລະຄົມ ທາບທາມບຸກຄະລາກອນ.

ສະຫະພັນແມ່ຍິງເມືອງທຸລະຄົມ ທາບທາມບຸກຄະລາກອນ.

ໃນວັນທີ 24 ເມສາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເປົ້າໝາຍລົງສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ ຄັ້ງທີ VIII ຮອບທີ I,
ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ວັນທີ 24 ເມສານີ້ ທີ່ຫ້ອງປະຊຸມໃຫຍ່ທະນາຄານ ແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ, ລາຍຮັບຈາກຊັບສິນຂອງລັດ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ຄອບຄົວຕົວແບບລ້ຽງປາ ປີໜຶ່ງມີລາຍຮັບ 750 ລ້ານກີບ

ໂດຍ:ວັນໄຊ ຕະວິນຍານ ໃນເມື່ອກ່ອນ, ທ່ານ ຄໍາຈັນ ໄຊສົມບັດ ມີຖິ່ນຖານຢູ່ນະຄອນຫຼວງວຽງຈັນ ໄດ້ເດີນທາງມານະຄອນປາກເຊ ແຂວງຈໍາປາສັກ ເພື່ອຊອກຊ່ອງທາງເຮັດທຸລະກິດ ກໍເລີຍໄດ້ສ້າງຄອບຄົວ ຢູ່ເມືອງໂຂງ ແຂວງຈໍາປາສັກ ຈຶ່ງເຮັດອາຊີບຄ້າ-ຂາຍ ພໍແຕ່ກຸ້ມກິນ, ນັບແຕ່ປີ 2016
ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ເປີດສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈໍາກັດ

ພິທີເປີດສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຊັບໝັ້ນຄົງ ຈຳກັດ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 24 ເມສານີ້ ທີ່ສໍານັກງານໃຫຍ່ບ້ານໜອງໜ່ຽງເມືອງໄຊເຊດຖານະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວິສອນ ໄຊສົງຄາມ
ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລາວເວີນ ຈຳກັດ ເຊັນສັນຍາຮ່ວມມືທາງຍຸດທະສາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການກະຈາຍສິນຄ້າ ແລະ ຍົກລະດັບປະສົບການຂອງຜູ້ບໍລິໂພກ ຜ່ານຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງ ໃນຮູບແບບການຮ່ວມມື ໄລຍະຍາວ
ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ຜົ້ງສາລີ ມອບເງິນນະໂຍບາຍ ອຸດໜູນຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ

ພິທີມອບ-ຮັບເງິນນະໂຍບາຍອຸດໜູນເທື່ອດຽວຕໍ່ຜູ້ຍັງມີຊີວິດ ແລະ ເສຍສະຫຼະຊີວິດໃນປາງສົງຄາມ ຕາມດຳລັດ 57/ລບ ໃນງວດ I ປະຈໍາປີ 2025 ຢູ່ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 23 ເມສາຜ່ານມາ ຢູ່ຫ້ອງປະຊຸມຂອງໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ
ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາຄັ້ງທີ 9

ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາຄັ້ງທີ 9

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຫຼວງນໍ້າທາ ຄັ້ງທີ 9 ໄດ້ສໍາເລັດລົງໃນວັນທີ 23 ເມສາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ນາງ ປານີ ຈິດດາລາ ຄະນະບໍລິຫານງານສູນກາງຊາວໜຸ່ມ ເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ,
ຫຼາຍພາກສ່ວນ ຮັບຟັງການປະເມີນປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ຫຼາຍພາກສ່ວນ ຮັບຟັງການປະເມີນປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ໃນວັນທີ 23 ເມສາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍລັດຖະບານ ທີ່ຕິດພັນກັບແຂວງສະຫວັນນະເຂດ, ແຂວງຄຳມ່ວນ
ຮອງປະທານ ສນຊ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ

ຮອງປະທານ ສນຊ ລົງເຄື່ອນໄຫວວຽກງານ ຢູ່ບ້ານນາບອນ

ໃນວັນທີ 22 ເມສາຜ່ານມານີ້, ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ, ທ່ານ ຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ພ້ອມດ້ວຍປະທານກຸ່ມບໍສິສັດ ພົງສະຫວັນ ສາຂາ ແຂວງໄຊຍະບູລີ.
ເພີ່ມເຕີມ