ຂະບວນລົດໄຟຂົນສົ່ງສິນຄ້າ ລະຫວ່າງ ຊຽງໄຮ້-ຢູນນານ - ແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ໄດ້ເປີດນໍາໃຊ້ຢ່າງເປັນທາງການ

ຂະບວນລົດໄຟຂົນສົ່ງສິນຄ້າ ລະຫວ່າງ ຊຽງໄຮ້-ຢູນນານ - ແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ໄດ້ເປີດນໍາໃຊ້ຢ່າງເປັນທາງການ
ວັນທີ 8 ຕຸລາຜ່ານມາ, ພິທີເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ລະຫວ່າງ ນະຄອນຊຽງໄຮ້-ຢຸນນານ-ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຖ້ຽວທໍາອິດໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ. ໄປຄຽງຄູ່ກັບຄໍາສັ່ງການອອກລົດ, ຂະບວນລົດໄຟທີ່ຂົນສົ່ງໝາກໄມ້, ຢາງພາລາ, ນໍ້າຕານຂາວ, ຊີລີຄອນໂລຫະ ແລະ ຜະລິດຕະພັນທີ່ມາຈາກປະເທດລາວ ແລະ ປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ບີບສຽງແກ ແລະ ຄ່ອຍໆເດີນທາງອອກຈາກສະຖານີ, ຫຼັງຈາກນັ້ນ 82 ຊົ່ວໂມງ, ຂະບວນລົດໄຟເດີນທາງໄປຮອດນະຄອນຊຽງໄຮ້.
ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ລະຫວ່າງ ຊຽງໄຮ້-ຢູນນານ-ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແມ່ນຂະບວນລົດໄຟຂົນສົ່ງສິນຄ້າສາກົນສາຍທຳອິດທີ່ແຂວງຢູນນານ ແລະ ນະຄອນຊຽງໄຮ້ ຮ່ວມກັນເປີດນໍາໃຊ້. ການເປີດນໍາໃຊ້ຂະບວນລົດໄຟດັ່ງກ່າວເປັນການປະຕິບັດອັນຕັ້ງໜ້າສຳລັບນະຄອນຊຽງໄຮ້ ແລະ ແຂວງຢູນນານ ໃນການເສີມຂະຫຍາຍທ່າແຮງຂອງຊ່ອງທາງການຂົນສົ່ງທີ່ດີຕາມທາງລົດໄຟລາວ-ຈີນ, ຕັ້ງໜ້າຕອບສະໜອງຕາມຄວາມຮຽກຮ້ອງຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ພ້ອມທັງຊຸກຍູ້ການກໍ່ສ້າງທາງຂົນສົ່ງໃຫຍ່ທາງບົກ ແລະ ທາງທະເລທີ່ອວ່າຍໜ້າໄປສູ່ພາກໃຕ້ມະຫາສະມຸດອິນເດຍ. ຂະບວນຂົນສົ່ງສິນຄ້າສາກົນ ລະຫວ່າງ ຊຽງໄຮ້-ຢູນນານ-ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຈະເຊື່ອມຕໍ່ເຂດທີ່ລຽບຕາມເສັ້ນທາງດັ່ງກ່າວ ຊຶ່ງຈະນໍາເອົາໂອກາດການພັດທະນາໃໝ່ໃຫ້ແກ່ຈີນ, ລາວ ແລະ ບັນດາປະເທດອາຊຽນໃກ້ຄຽງ.
ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ລະຫວ່າງ ຊຽງໄຮ້-ຢູນນານ-ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຂາກັບຖ້ຽວທຳອິດ (ສະຖານີນະຄອນຫຼວງວຽງຈັນໃຕ້-ສະຖານີຫວາງຈ່າຢິງ ພາກຕາເວັນຕົກນະຄອນຄຸນໝິງ-ສະຖານີນະຄອນຊຽງໄຮ້) ໄດ້ເດີນທາງອອກຈາກສະຖານີວຽງຈັນໃຕ້ໃນວັນທີ 6 ຕຸລາຜ່ານມາ, ຫຼັງຈາກເດີນທາງເປັນເວລາ 26 ຊົ່ວໂມງ, ຂະບວນລົດໄຟໄດ້ເດີນທາງມາຮອດສະຖານີຫວາງຈ່າຢີງພາກຕາເວັນຕົກນະຄອນຄຸນໝິງ. ໃນມື້ດຽວກັນ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ລະຫວ່າງ ຊຽງໄຮ້-ຢູນນານ-ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຂາໄປຖ້ຽວທຳອິດ ໄດ້ເດີນທາງອອກຈາກສະຖານີຕູ້ຄອນເທນເນີທ່າໂຫຼສາວເຂດໃໝ່ຫຼີນກາງຂອງເຂດທົດລອງການຄ້າເສລີຊຽງໄຮ້, ລົດໄຟ 26 ຕູ້ທີ່ໄດ້ບັນທຸກຈັກຕັດຫຍ້າ, ເຄື່ອງພົ່ນຢາ, ຈັກຊັກເຄື່ອງ, ຕູ້ແຊ່ແຂງ ແລະ ຜະລິດຕະພັນອື່ນໆທີ່ຜະລິດຢູ່ເຂດສາມຫຼ່ຽມປາກແມ່ນໍ້າຢາງຊີກຽງ ໄດ້ອອກຈາກນະຄອນຊຽງໄຮ້. ຂະບວນລົດໄຟດັ່ງກ່າວແລ່ນຜ່ານນະຄອນຄຸນໝິງແຂວງຢູນນານແລ້ວເດີນທາງໄປເຖິງ ສະຖານີນະຄອນຫຼວງວຽງຈັນໃຕ້ ຂອງປະເທດລາວ, ມີໄລຍະທາງຍາວທັງໝົດ 3.756 ກິໂລແມັດ, ຄາດວ່າຈະໃຊ້ເວລາ 4 ຫາ 5 ມື້.
ພາຍຫຼັງໄດ້ເປີດນຳໃຊ້ຂະບວນຂົນສົ່ງສິນຄ້າສາກົນ ລະຫວ່າງ ຊຽງໄຮ້-ຢຸນນານ-ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງແລ້ວ, ຜະລິດຕະພັນທີ່ມາຈາກປະເທດລ້ອງແມ່ນໍ້າຂອງຈະສາມາດສົ່ງຕໍ່ໄປເຖິງພາກເໜືອ ເຊັ່ນ: ນະຄອນຄຸນໝິງ, ນະຄອນຊຽງໄຮ້, ແຂວງເຈີ້ຈ່ຽງ, ນະຄອນເສີງຕູ່, ນະຄອນຊົງຊິງ ແລະ ສູນຈໍລະຈອນສິນຄ້າອື່ນໆຂອງຈີນ, ໂດຍຜ່ານຕາໜ່າງລົດໄຟຂອງຈີນ ຈະຖືກຂົນສົ່ງໄປຕາມຂະບວນລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບໄປເຖິງຣັດເຊຍ, ເຢຍລະມັນ, ແອສປາຍ ແລະ ປະເທດອື່ນໆ.
ໃນຂະນະດຽວກັນນັ້ນ, ຜະລິດຕະພັນຂອງເອີຣົບກໍສາມາດສົ່ງອອກບັນດາປະເທດລ້ອງແມ່ນໍ້າຂອງ ລວມທັງມາເລເຊຍ, ສິງກະໂປ ແລະ ປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ທີ່ຢູ່ໃກ້ຄຽງໄດ້ຢ່າງສະດວກວ່ອງໄວໂດຍຜ່ານຂະບວນລົດໄຟຂົນສົ່ງສິນຄ້າ ຈີນ-ເອີຣົບ ແລະ ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ລະຫວ່າງ ຊຽງໄຮ້-ຢູນນານ-ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ຕາມການຄິດໄລ່ຂອງທະນາຄານໂລກໃຫ້ຮູ້ວ່າ, ທາງລົດໄຟລາວ-ຈີນສາມາດເຮັດໃຫ້ຕົ້ນທຶນການຂົນສົ່ງສິນຄ້າຈາກນະຄອນຄຸນໝິງຫານະຄອນຫຼວງວຽງຈັນຫຼຸດລົງ 40% ຫາ 50%.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ, ຫ້ອງການຖະແຫຼ່ງຂ່າວແຂວງຢູນນານ, ໜັງສືພິມຄໍ່າເມືອງລະດູບານໃໝ່
 

ຄໍາເຫັນ

ຂ່າວຕ່າງປະເທດ

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ສ ເກົາຫຼີ ຮັກສາເປົ້າໝາຍການສົ່ງອອກໃຫ້ສູງກວ່າ 700 ຕື້ໂດລາ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວາ ຜ່ານມາວ່າ: ທ່ານ ຍໍ ຮັນກູ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມທຸກວິທີທາງເພື່ອຮັກສາການສົ່ງອອກປະຈຳປີຂອງ ສ ເກົາຫຼີ ໃຫ້ສູງກວ່າ 700 ຕື້ໂດລາເປັນປີທີສອງຕິດຕໍ່ກັນໃນປີ 2026, ເຖິງວ່າຈະມີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກກໍຕາມ.
ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ທ່ານ ໂດໂນ ທຣຳ ລົງນາມໃນຄຳສັ່ງຖອນ ອາເມຣິກາ ອອກຈາກ 66 ອົງການຈັດຕັ້ງສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມັງກອນ ຜ່ານມາວ່າ: ທຳນຽບຂາວ ຂອງສະຫະລັດ ອາເມຣິກາ ໄດ້ປະກາດໃນວັນທີ 7 ມັງກອນ ຜ່ານມາວ່າ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄຳສັ່ງບໍລິຫານທີ່ຖອນສະຫະລັດ ອາເມຣິກາ ອອກຈາກການເປັນສະມາຊິກຂອງອົງການຈັດຕັ້ງສາກົນ ຈຳນວນ 66 ແຫ່ງ ໃນນີ້ລວມມີອົງການຈັດຕັ້ງທີ່ຂຶ້ນກັບສະຫະປະຊາຊາດ 31 ແຫ່ງ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບສະຫະປະຊາຊາດ 35 ແຫ່ງ.
ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງ ​ໄດ້​ທັງ​ໝົດ 258.000 ຄະ​ດີ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ປ້ອງ​ກັນ​ຄວາມ​ປະ​ຫງົບ​ຈີນ​ໄດ້ຖະ​ແຫຼງ​ໃຫ້​ຮູ້​ວ່າ​, ປີ 2025 ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປະ​ເທດ​ຈີນ​ໄດ້​ປາບ​ປາມ​ອາ​ຊະ​ຍາ​ກຳ​ຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ ແລະ​ ອອນ​ລາຍ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ, ເຮັດ​ໃຫ້​ການ​ເກີດ​ອາ​ຊະ​ຍາ​ກຳ​ດັ່ງ​ກ່າວ​ຫຼຸ​ດ​ລົງ ໂດຍ​ສາ​ມາດ​ມ້າງ​ຄະ​ດີ​ທີ່​ກ່ຽວ​ຂ້ອງ​ໄດ້​ທັງ​ໝົດ 258.000 ຄະ​ດີ, ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕັດ​ສາຍ​ຫຼອກ​ລວງ 3 ຕື້ 600 ລ້ານ​ເທື່ອ, ຂໍ້​ຄວາມ​ສັ້ນ 3 ຕື້ 300 ລ້ານ​ຂໍ້ຄວາມ, ຊ່ວຍ​ຢຸດ​ການ​ໂອນ​ເງິນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຫຼອກ​ລວງ​ໄດ້ 21 ລ້ານ 7 ແສນ 7 ພັນ​ຢວນ. ​ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສຶກ​ສາ​ອົບ​ຮົມ ​ແລະ​ ຕັກ​ເຕືອນ​ຕໍ່​ໜ້າ​ລວມ​ທັງ​ໝົດ 6 ລ້ານ 7 ແສນ 4 ໝື່ນ 7 ພັນ​ເທື່ອ​ຄົນ.
ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ນາຍົກຫວຽດນາມ ເນັ້ນ ເພື່ອເຕີບໂຕ 2 ໂຕເລກ ຕ້ອງຫັນປ່ຽນໂຄງປະກອບເສດຖະກິດ ແລະ ກຳນົດຮູບແບບການເຕີບໂຕໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 8 ມັງກອນ ຜ່ານມາ, ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ຈາກສູນກາງໄປເຖິງ 34 ແຂວງ, ນະຄອນຂຶ້ນກັບສູນກາງ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ທ່ານ ເລືອງເກື່ອງ ປະທານປະເທດ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ທ່ານ ວິຈິດຕາ ເຮຣາດ ລັດຖະມົນຕີກະຊວງການຕ່າງປະເທດ, ການຈ້າງງານໃນຕ່າງປະເທດ ແລະ ການທ່ອງທ່ຽວຂອງສີລັງກາ ໄດ້ເປີດເຜີຍໃນກອງປະຊຸມຂ່າວ ຫວ່າງມໍ່ໆມານີ້ວ່າ, ສີລັງກາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ໃນປີ 2025, ໃນຂະນະທີ່ລາຍຮັບຈາກການທ່ອງທ່ຽວປະຈຳປີກໍທຳລາຍສະຖິຕິໃໝ່ເຊັ່ນດຽວກັນ, ເຖິງວ່າຈະປະເຊີນກັບອຸປະສັກຈາກພາຍຸໄຊໂຄລນ Ditwah ກໍຕາມ.
ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ອິນເດຍກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງຕົນ ທ່າມກາງຄວາມກັງວົນທົ່ວໂລກວ່າເຕັກໂນໂລຊີດັ່ງກ່າວອາດຈະເຂົ້າມາທົດແທນວຽກເຮັດງານທຳຈຳນວນຫຼາຍ. ໂດຍລັດຖະບານອິນເດຍໄດ້ເປີດໂຄງການພັດທະນາທັກສະດ້ານ AI ແຫ່ງຊາດຂະໜາດໃຫຍ່ ຊຶ່ງມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໃຫ້ໄດ້ 1 ລ້ານຄົນພາຍໃນ 1 ປີ.
Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Samsung Electronics ຊຶ່ງເປັນບໍລິສັດເອເລັກໂຕຣນິກຊັ້ນນໍາຂອງໂລກຈາກ ສ ເກົາຫຼີ ຄາດຄະເນວ່າ, ບັນຫາການຂາດແຄນຊິບໜ່ວຍຄວາມຈໍາຈະເຮັດໃຫ້ລາຄາສິນຄ້າໃນອຸດສາຫະກໍາເອເລັກໂຕຣນິກເພີ່ມສູງຂຶ້ນ ຊຶ່ງອາດຈະລວມທັງສິນຄ້າຂອງ Samsung ດ້ວຍ, ເຖິງແມ່ນວ່າ Samsung ເບິ່ງຄືວ່າມີຂໍ້ໄດ້ປຽບຫຼາຍກວ່າຄູ່ແຂ່ງຂອງຕົນ ເພາະວ່າເປັນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ.
ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ຂ່າວສານຊີອາໄອລາຍງານວ່າ: ຕາມ​ນັກ​ຂ່າວ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກກອ​ງ​ປະ​ຊຸມ​ວຽກ​ງານ​​ໄປ​ສະ​ນີ​ທົ່ວ​ປະ​ເທດ​ປີ 2026 ທີ່​ກົມ​​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ ຜ່ານມາ​ນີ້​​ວ່າ:
ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.
ເພີ່ມເຕີມ