ຂະບວນລົດໄຟຂົນສົ່ງສິນຄ້າສາກົນສາຍທຳອິດລະຫວ່າງຊຽງໄຮ້-ຢຸນນານ· ແມ່ນ້ຳຂອງ-ລ້ານຊ້າງໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ

ຂະບວນລົດໄຟຂົນສົ່ງສິນຄ້າສາກົນສາຍທຳອິດລະຫວ່າງຊຽງໄຮ້-ຢຸນນານ· ແມ່ນ້ຳຂອງ-ລ້ານຊ້າງໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ
ໃນວັນທີ 8 ຕຸລາ ທີ່ຜ່ານມານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ"ຊຽງໄຮ-ຢຸນນານ·ແມ່ນ້ຳຂອງ-ລ້ານຊ້າງ"ໄດ້ ເລີ່ມດຳເນີນຂະບວນການແລ່ນລົດໄຟຢ່າງເປັນທາງການ, ເຊິ່ງຂະບວນລົດໄຟຈະເລີ່ມເດີນທາງອອກຈາກນະຄອນຊຽງໄຮແລ້ວຜ່ານແດນຄຸນໝິງ, ເມື່ອໄດ້ອອກຈາກດ່ານສາກົນຊາຍແດນແລ້ວ, ສຸດທ້າຍຈຶ່ງໄດ້ມາຮອດນະຄອນຫຼວງວຽງຈັນ.
ນະຄອນຊຽງໄຮ້ໄດ້ເປັນຜູ້ນໍາ ທາງດ້ານເຄື່ອງຈັກ ແລະ ຂັບເຂື່ອນເສດຖະກິດຂອງປະເທດຈີນ, ເປັນເຂດການຄ້າ ຂາຍເສລີ ໃນພາກພື້ນແຫ່ງທໍາອິດຂອງປະເທດຈີນ, ເປັນເຂດໜຶ່ງໃນເຂດທົ່ງພຽງແມ່ນ້ຳຢາງເຊທີ່ມີຄວາມເຂັ້ມແຂງດ້ານ ເສດຖະກິດ ເຊິ່ງໄດ້ເຮັດໃຫ້ຕົວເມືອງມີການພັດທະນາ ແລະ ຍັງໄດ້ຍົກລະດັບຕາໜ່າງການຄົມນາຄົມສະດວກສະບາຍຢ່າງຫລວງຫຼາຍ, ແລ້ວຍັງເປັນເຂດທີ່ມີລະບົບຕ່ອງໂສ້ອຸດສາຫະກຳຄົບຖ້ວນທີ່ສຸດຂອງປະເທດຈີນ.
ແຂວງຢຸນນານ, ເປັນເຂດທີ່ກຳລັງສ້າງໃຫ້ກາຍເປັນສູນກາງພັດທະນາທີ່ສົ່ງຜົນສະທ້ອນອັນກວ້າງຂວາງຢ່າງໃຫຍ່ ຫຼວງຕໍ່ພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ເຊິ່ງມັນໄດ້ມີທ່າໄດ້ປຽບທີ່ຕັ້ງຢ່າງແຈ່ມແຈ້ງໃນການເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ ຫລື ໃນປະເທດເຊັ່ນດຽວກັນ ຊ່ອງທາງທອງຄຳໄດ້ກ້າວກະໂດດຂັ້ນຂຶ້ນຢ່າງຈະແຈ້ງ ຈາກ ຄາດວ່າຈະເປັນປ້າຍເປີດປະຕູສູ່ພາຍນອກແຕ່ໄດ້ກາຍເປັນການເປີດປະຕູຢູ່ແຖວຫນ້າຢ່າງຕໍ່ເນື່ອງ.
ນະຄອນຄຸນໝິງ, ເປັນເສັ້ນທາງທີ່ສໍາຄັນເພື່ອເຊື່ອມຕໍ່ຈີນກັບອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້, ມີຂໍ້ໄດ້ປຽບພິເສດໃນ ຂໍ້ລິເລີ່ມຫນຶ່ງແລວຫນຶ່ງເສັ້ນທາງ.,ຂະບວນລົດໄຟຂົນສົ່ງສິນຄ້າສາກົນສາຍທຳອິດລະ ຫວ່າງຊຽງໄຮ້-ຢຸນນານ·ແມ່ນ້ຳຂອງ-ລ້ານຊ້າງໄດ້ເປີດນໍາໃຊ້ຈະນຳມາເຊິ່ງກາລະໂອກາດ ແລະ ອະນາຄົບການພັດທະນາຫຼາຍກວ່າເກົ່າໃຫ້ແກ່ການຮ່ວມມືໃນດ້ານເສດຖະກິດ, ວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງນະຄອນຫຼວງວຽງຈັນ ກັບ ນະຄອນຄຸນໝິງ. ຈະເຮັດໃຫ້ຂໍ້ໄດ້ປຽບຂອງນະຄອນຫຼວງວຽງຈັນ ແລະ ຄຸນໝິງດີຂຶ້ນກວ່າເກົ່າ.
ພູເຂົາ ແລະ ທະເລ ໄດ້ມີສ່ວນຮ່ວມ ແລະ ເສີມຂະຫຍາຍຄວາມໄດ້ປຽບ. ການເປີດນໍາໃຊ້ຂະບວນການເດີນລົດ ໄຟຂົນສົ່ງສິນຄ້າສາກົນສາຍທຳອິດລະຫວ່າງຊຽງໄຮ້-ຢຸນນານ-ແມ່ນ້ຳຂອງ-ລ້ານຊ້າງແມ່ນການຜັນຂະຫຍາຍຂໍ້ໄດ້ປຽບ ຢ່າງໃຫຍ່ຫຼວງທາງທອງຄຳຂອງທາງລົດໄຟລາວ-ຈີນ ເຊິ່ງໄດ້ຮັບຜົນດີ ແລະ ຜົນປະໂຫຍດຢ່າງມະຫາສານ. ພ້ອມກັນນັ້ນຍັງໄດ້ຕອບສະຫນອງຂໍ້ລິເລີ່ມ "ຫນຶ່ງແລວຫນຶ່ງເສັ້ນທາງ" ຢ່າງຕັ້ງຫນ້າ, ຊຸກຍູ້ການປະຕິວັດ ແລະ ປະຕິບັດຕົວຈິງຢ່າງຕັ້ງໜ້າຕັ້ງຕາໃນການກໍ່ສ້າງຊ່ອງທາງໃຫຍ່ທັງທາງບົກ ແລະ ທາງທະເລໄປສູ່ມະຫາສະມຸດອິນເດຍ. ທັງໄດ້ເປັນບາດກ້າວບຸກເບີກອັນໃໝ່ທີ່ສອງເມືອງໄດ້ລິເລີ່ມພັດທະນາສ້າງສາ ເພື່ອຊຸກຍູ້ຕາບຈູນທ່າແຮງຮ່ວມຂອງກັນ ແລະ ໄດ້ຮ່ວມກັນລົງ ເລິກທາງດ້ານການຮ່ວມມືຂອງຝາກຕາເວັນອອກ-ຕາເວັນຕົກໃຫ້ກ້າວໄປສູ່ລະດັບສູງ ແລະ ມີຄຸນນະພາບທີ່ສູງກວ່າເກົ່າ.
ເສັ້ນທາງລົດໄຟແລ່ນໄດ້ດີກວ່າ ແມ່ນສອດຄ່ອງກັບຄຳວ່າ "ເສັ້ນເລືອດທີ່ເຂັ້ມແຂງ" ທີ່ໄດ້ເປີດປະຕູສູ່ພາຍນອກ ຂອງການຮ່ວມມືຂອງສອງເມືອງ ລະຫວ່າງ ນະຄອນຊຽງໄຮ້ ແລະ ຢຸນນານ ຄາດວ່າຈະສາມາດເຊື່ອມຕໍ່ຕະຫຼາດພາຍ ໃນປະເທດຈີນກັບຕະຫຼາດຂອງອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ໄດ້ດີກວ່າແຕ່ກ່ອນຢ່າງມະຫາສານ, ໄດ້ກາຍ ເປັນແຫຼ່ງກະຕຸ້ນການພັດທະນາຂອງດ່ານສາກົນຊາຍແດນໃຫ້ດີຂຶ້ນຢ່າງແຂງແຮງ ພ້ອມກັນນັ້ນຍັງໄດ້ຊຸກຍູ້ແຮງການ ເຊື່ອມໂຍງຂອງລະບົບຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງ, ຕ່ອງໂສ້ທຶນຮອນ, ຕ່ອງໂສ້ພອນສະຫວັນ ແລະ ໄດ້ພາກັນເຕົ້າໂຮມຄົ້ນຄ້ວາເສັ້ນທາງໃໝ່ເພື່ອພັດທະນາການປະສານງານຂອງພາກພື້ນໃນອີກພາຍພາກຫນ້າ.
ທາງດ້ານຂະບວນລົດໄຟແມ່ນໄດ້ເດີນຕາມທາງລົດໄຟ, ເຊິ່ງໄດ້ມີການເຊື່ອມຕໍ່ທາງຝາກຕາເວັນອອກ ແລະ ຕາເວັນຕົກ, ແລ້ວເປີດປະຕູສູ່ໂລກພາຍນອກອັນກ້ວາງຂວາງຢ່າງສວຍງາມ.
 

ຄໍາເຫັນ

ຂ່າວຕ່າງປະເທດ

ເປີດງານວາງສະແດງ ຜົນງານແຫ່ງຊາດ ຫວຽດນາມ

ເປີດງານວາງສະແດງ ຜົນງານແຫ່ງຊາດ ຫວຽດນາມ

ພິທີເປີດງານວາງສະແດງຜົນງານແຫ່ງຊາດ "80 ປີແຫ່ງເອກະລາດ - ເສລີພາບ-ຄວາມສຸກ" ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (1945-2025) ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 28 ສິງຫານີ້ ທີ່ສູນວາງສະແດງແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ; ມີ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງ ອະດີດການນໍາຂັ້ນສູງຂອງພັກ-ລັດ ຫວຽດນາມ, ບັນດາແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມປະມານ 6,000 ຄົນ.
ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະພາສູງຂອງລັດຖະສະພາອິນເດຍ ໄດ້ຜ່ານຮ່າງກົດໝາຍສົ່ງເສີມ ແລະ ຄວບຄຸມເກມອອນລາຍ ປີ 2025 ຊຶ່ງຫ້າມການບໍລິການເກມອອນລາຍທີ່ກ່ຽວຂ້ອງກັບເງິນ, ລວມທັງການໂຄສະນາ ແລະ ທຸລະກໍາທາງດ້ານການເງິນທີ່ກ່ຽວຂ້ອງ. ຫຼັງຈາກສະພາຕໍ່າຂອງລັດຖະສະພາອິນເດຍ​ຜ່ານ​ຮ່າງ​ກົດ ໝາຍ​ດັ່ງກ່າວ​ ​ໃນ​ວັນທີ 20 ສິງຫາ ຜ່ານມາ.
WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ສິງຫາ ຜ່ານມາວ່າ: ບົດ​ລາຍ​ງານ​ສະບັບສົມບູນ ​ແລະ ຄຳແນະນຳທາງ​ດ້ານ​ເຕັກນິກ ​ຊຶ່ງ​ອົງການ​ອະນາ​ໄມ​ໂລກ (WHO) ​ແລະ ອົງການ​ອຸຕຸນິຍົມ​ວິທະຍາ​ໂລກ (WMO) ​ໄດ້​ປະກາດ​ຫວ່າງມໍ່ໆມານີ້, ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ທົ່ວ​ໂລກ​ເພື່ອ​ແກ້​ໄຂ​ໄພ​ຂົ່ມຂູ່​ຂອງ​ຄື້ນຄວາມ​ຮ້ອນ​ທີ່ທະວີຄວາມຮຸ່ນແຮງຍິ່ງຂຶ້ນ​ຕໍ່​ແຮງ​ງານ​ໃນ​ທົ່ວ​ໂລກ. ພາຍຫຼັງ ​ປີ 2024, ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ໃນ​ສະຖິຕິ, ດ້ວຍ​ອຸນຫະພູມ​ໃນ​ຕອນ​ກາງ​ເວັນ​ສູງ​ເຖິງ 40 ອົງສາ ​ແລະ ບາງພາກພື້ນສູງເຖິງ 50 ອົງສາ ຊຶ່ງກໍາລັງກາຍເປັນປະກົດການທີ່ນັບມື້ນັບເພີ່ມຂຶ້ນ.
ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ

ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ໂຮງງານຫັດຖະກຳ Gwat Gwat ຢູ່ນະຄອນຢາງກຸ້ງ ປະເທດມຽນມາ, ວາງສະແດງຜະລິດຕະພັນຈາກຄວາມຄິດສ້າງສັນຫຼາກຫຼາຍຊະນິດທີ່ເຮັດຈາກກະໂປະໝາກພ້າວທີ່ເຫຼືອຖິ້ມ ຊຶ່ງສະແດງໃຫ້ເຫັນວ່າຂີ້ເຫຍື້ອສາມາດປ່ຽນມາເປັນທັງສິລະປະ ແລະ ວັດຖຸທີ່ເປັນປະໂຫຍດໃຊ້ສອຍ.
ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຈະອອກອາກາດໃນສື່ຫຼັກປະເທດສະມາຊິກ SCO

ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຈະອອກອາກາດໃນສື່ຫຼັກປະເທດສະມາຊິກ SCO

ເນື່ອງໃນໂອກາດຈະມີກອງປະຊຸມສຸດຍອດອົງການຮ່ວມມືຊາງໄຮ້ (shanghai cooperation organization; SCO) ໃນປີ 2025 ນີ້. ໃນວັນທີ 25 ສິງຫາ ຜ່ານມາ, ສະຖານີໂທລະພາບສາກົນແຫ່ງປະເທດຈີນ (CGTN) ທີ່ນະຄອນຫຼວງປັກກິ່ງ ໄດ້ຈັດງານແນະນຳລາຍການ ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຜ່ານທາງໂທລະພາບ ຊຶ່ງຈະອອກອາກາດໃນສື່ຫຼັກຂອງບັນດາປະເທດສະມາຊິກ SCO, ໂດຍການເຂົ້າຮ່ວມ ຂອງທ່ານ ເສິ່ນໃຫ່ສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸ-ໂທລະພາບສູນກາງ ແຫ່ງ ສປ ຈີນ, ທ່ານ ເຢີເມັກບາເຢຟ ເລຂາທິການໃຫຍ່ SCO ແລະ ທ່ານ ຈີເລບາເຢຟ ຜູ້ອຳນວຍການໃຫຍ່ ສະຖານີໂທລະພາບແຫ່ງຊາດກຽກກິດສະຖານ ພ້ອມດ້ວຍບັນດາສື່ຈາກສູນການສື່ສານຂ່າວສານສາກົນແຫ່ງ ສປ ຈີນ (CIPCC) ເຂົ້າຮ່ວມ.
ຫວຽດນາມ ຝຶກຊ້ອມໃຫຍ່ A80 ເທື່ອທີ 2 ຢູ່ສະໜາມຫຼວງບາດິ່ງ

ຫວຽດນາມ ຝຶກຊ້ອມໃຫຍ່ A80 ເທື່ອທີ 2 ຢູ່ສະໜາມຫຼວງບາດິ່ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນຄ່ຳວັນທີ 24 ສິງຫາ ຜ່ານມາ, ຢູ່ສະໜາມຫຼວງບາດິ່ງ ທີ່ນະຄອນຫຼວງຮ່າໂນ້ຍ, ອານຸກຳມະການເດີນຂະບວນສວນສະໜາມສະແດງກ້ອນກຳລັງ ໄດ້ຈັດການຝຶກຊ້ອມກຳລັງປະກອບອາວຸດເຂົ້າຮ່ວມການເດີນຂະບວນສວນສະໜາມສະແດງກ້ອນກຳລັງໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ 80 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ໂດຍເອີ້ນຫຍໍ້ວ່າ: A80.
ຫວຽດນາມຍູ້ແຮງການປະຕິຮູບຮອບດ້ານ ໃນພາລະກິດການປ່ຽນແປງໃໝ່ ໝັ້ນຄົງ ເຂັ້ມແຂງ ສີວິໄລ ແລະ ຈະເລີນຮຸ່ງເຮືອງ

ຫວຽດນາມຍູ້ແຮງການປະຕິຮູບຮອບດ້ານ ໃນພາລະກິດການປ່ຽນແປງໃໝ່ ໝັ້ນຄົງ ເຂັ້ມແຂງ ສີວິໄລ ແລະ ຈະເລີນຮຸ່ງເຮືອງ

ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ພວມຈັດຕັ້ງປະຕິບັດຕາມແນວທາງການເມືອງ (ປັບປຸງ ແລະ ພັດທະນາປີ 2011), ລັດຖະທຳມະນູນປີ 2013, ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIII ແລະ ບັນດາມະຕິຂອງສູນກາງພັກ ໂດຍສຸມໃສ່ "ສາມຍຸດທະສາດການປະຕິຮູບຫຼັກ, 6ພາລະກິດສຳຄັນ ແລະ 12 ກຸ່ມມາດຕະການໃຫຍ່" ເພື່ອຊຸກຍູ້ການປະຕິຮູບຢ່າງຮອບດ້ານ ເຂົ້າກັບພາລະກິດການປ່ຽນແປງໃໝ່, ຮັກສາໄວ້ຢ່າງເດັດຂາດເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ. ເດັດດ່ຽວຮັກສາຄວາມເປັນເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ. ຮັກສາສະພາບແວດລ້ອມທີ່ສັນຕິ ແລະ ໝັ້ນຄົງ, ນໍາໃຊ້ຊັບພະຍາກອນ ແລະ ກໍາລັງຂັບເຄື່ອນທຸກດ້ານ ໂດຍສະເພາະ ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນປ່ຽນສູ່ດີຈີຕອນ ເພື່ອການພັດທະນາທີ່ວ່ອງໄວ ແລະ ຍືນຍົງ. ຍົກສູງລະດັບຄຸນນະພາບຊີວິດການເປັນຢູ່ປະຊາຊົນ, ຫຼຸດຜ່ອນຄວາມແຕກໂຕນກັບປະເທດທີ່ກ້າວໜ້າໃນພາກພື້ນ. ຍົກສູງຖານະບົດບາດຂອງປະເທດ ໃນເວທີສາກົນ ແລະ ມຸ່ງໝັ້ນໃຫ້ຫວຽດນາມ ກາຍເປັນປະເທດອຸດສາຫະກໍາທັນສະໄໝ ໃນກາງສະຕະວັດທີ XXI.
ໄວໜຸ່ມທີ່ສູບຢາສູບໄຟຟ້າ ສ່ຽງຕໍ່ການຕິດຢາສູບ ແລະ ບັນຫາສຸຂະພາບ

ໄວໜຸ່ມທີ່ສູບຢາສູບໄຟຟ້າ ສ່ຽງຕໍ່ການຕິດຢາສູບ ແລະ ບັນຫາສຸຂະພາບ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ນັກຄົ້ນຄວ້າຈາກມະຫາວິທະຍາໄລຢອກ ແລະວິທະຍາໄລສຸຂະອະນາໄມ ແລະ ການແພດເຂດຮ້ອນ ນະຄອນຫຼວງລອນດອນ ປະເທດອັງກິດ ເປີດເຜີຍວ່າ: ໄວໜຸ່ມທີ່ໃຊ້ຢາສູບໄຟຟ້າມີທ່າອ່ຽງເລີ່ມຕົ້ນການສູບຢາແບບດັ່ງເດີມໃນເວລາຕໍ່ມາ ແລະ ປະເຊີນກັບບັນຫາຄວາມສ່ຽງກ່ຽວກັບລະບົບຫາຍໃຈ ແລະ ສຸຂະພາບຈິດ ເພີ່ມຂຶ້ນ.
ຣັດເຊຍ ຕັ້ງເປົ້າໝາຍເພີ່ມອັດຕາສ່ວນພາຫະນະບໍ່ມີຄົນຂັບຂຶ້ນເປັນ 50%

ຣັດເຊຍ ຕັ້ງເປົ້າໝາຍເພີ່ມອັດຕາສ່ວນພາຫະນະບໍ່ມີຄົນຂັບຂຶ້ນເປັນ 50%

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ວະລາດີເມຍ ໂປເຕຊກິນ ຮອງລັດຖະມົນຕີກະຊວງຄົມມະນາຄົມຂອງຣັດເຊຍ ໄດ້ເປີດເຜີຍການຄາດຄະເນວ່າ, ປະມານ 50% ຂອງພາຫະນະຂົນສົ່ງທັງໝົດໃນຣັດເຊຍ ຈະຂັບເຄື່ອນແບບບໍ່ມີຄົນຂັບພາຍໃນປີ 2050. ໂດຍປັດຈຸບັນ ຣັດເຊຍ ພະຍາຍາມສ້າງເງື່ອນໄຂທີ່ຈຳເປັນເພື່ອບັນລຸເປົ້າໝາຍດັ່ງກ່າວ.
ມູນຄ່າການຄ້າສິນຄ້າລະຫວ່າງຈີນກັບປະເທດສະມາຊິກອົງການຮ່ວມມືຊຽງໄຮ ບັນລຸ 293 ຕື້ 180 ລ້ານໂດລາ

ມູນຄ່າການຄ້າສິນຄ້າລະຫວ່າງຈີນກັບປະເທດສະມາຊິກອົງການຮ່ວມມືຊຽງໄຮ ບັນລຸ 293 ຕື້ 180 ລ້ານໂດລາ

ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາວ່າ, ອີງຕາມແຫຼ່ງຂ່າວຈາກກະຊວງການຄ້າຈີນ ແຈ້ງໃຫ້ຮູ້ວ່າ: ຊຸມປີຜ່ານມານີ້, ການຮ່ວມມືດ້ານເສດຖະກິດໃນພາກພື້ນອົງການຮ່ວມມືຊຽງໄຮ ໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ, ມູນຄ່າການຄ້າສິນຄ້າໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດປີນີ້, ມູນຄ່າການຄ້າສິນຄ້າລະຫວ່າງຈີນກັບປະເທດສະມາຊິກອື່ນໆ ຂອງອົງການຮ່ວມມືຊຽງໄຮ ບັນລຸເຖິງ 293 ຕື້ 180 ລ້ານໂດລາ ເພີ່ມຂຶ້ນ 1.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ເພີ່ມເຕີມ