![]() |
ສະຫາຍ ສົມພອນ ມິດຕະພອນ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະດໍາເນີນເປັນເວລາ 1 ວັນເຄິ່ງ, ພວກເຮົາຈະໄດ້ພ້ອມກັນປະຕິບັດໜ້າທີ່ອັນມີກຽດສະຫງ່າ, ຜ່ານການກວດກາຢ່າງເລິກເຊິ່ງຕາມຫຼັກການວິທະຍາສາດ ແລະ ພາວະວິໄສ ເພື່ອສັງເກດຕີລາຄາຄືນການນຳພາ-ຊີ້ນຳ ຂອງອົງຄະນະພັກແຂວງໃນໄລຍະ 5 ປີຜ່ານມາ, ຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ ຄັ້ງທີ XI ຂອງອົງຄະນະພັກແຂວງ. ພ້ອມທັງຈະໄດ້ຄົ້ນຄວ້າ ແລະ ຮັບຮອງເອົາທິດທາງຍຸດທະສາດ, ໜ້າທີ່ຕົ້ນຕໍ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2025-2030) ເພື່ອສືບຕໍ່ນຳພາແຂວງຜົ້ງສາລີ ກ້າວຂຶ້ນຢ່າງໜັກແໜ້ນ, ຜ່ານຜ່າທຸກຄວາມທ້າທາຍ, ໄຂສັງກາດໃໝ່ແຫ່ງການພັດທະນາຕາມເສັ້ນທາງສັງຄົມນິຍົມອັນສະຫວ່າງສະໄຫວ. ຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ສິນລະວົງ ຄຸດໄພທູນ ເພື່ອເປັນເຂັມຊີ້ທິດເຍືອງທາງ ນໍາພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກແຂວງໃຫ້ໄດ້ຮັບປະສິດທິຜົນ ແລະ ມີຄຸນນະພາບດີ ສ້າງແຂວງຜົ້ງສາລີ ໃຫ້ກາຍເປັນແຂວງທີ່ມີການພັດທະນາຢ່າງຮອບດ້ານໃນຊຸມປີຕໍ່ໜ້າ.
![]() |
(ຂ່າວ-ພາບ: ອ່ອນຄໍາ ວົງໄຊ)


ຄໍາເຫັນ