ໄຂກອງປະຊຸມໃຫຍ່ໜ່ວຍພັກຮາກຖານຄະນະກວດກາພັກ-ລັດແຂວງ ຄັ້ງທີ IX.

ໄຂກອງປະຊຸມໃຫຍ່ໜ່ວຍພັກຮາກຖານຄະນະກວດກາພັກ-ລັດແຂວງ ຄັ້ງທີ IX.

ໄຂກອງປະຊຸມໃຫຍ່ໜ່ວຍພັກຮາກຖານຄະນະກວດກາພັກ-ລັດແຂວງ ຄັ້ງທີ IX.
ກອງປະຊຸມໃຫຍ່ໜ່ວຍພັກຮາກຖານຄະນະກວດກາພັກ-ລັດແຂວງຄໍາມ່ວນ ຄັ້ງທີ IX ໄດ້ໄຂຂຶ້ນໃນວັນທີ 6 ມິຖຸນານີ້, ໂດຍການເປັນປະທານຂອງ ສະຫາຍ ສີສຸກ ພິມມະສອນ ເລຂາໜ່ວຍພັກຮາກຖານ ຄະນະກວດກາພັກ-ລັດແຂວງ.
ໄຂກອງປະຊມໃຫຍໜວຍພກຮາກຖານຄະນະກວດກາພກ-ລດແຂວງ ຄງທ IX. - image 1
 
       ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງ 2 ພາກ ແລະ ຮ່າງບົດສໍາຫຼວດ ການນຳພາລວມຂອງຄະນະໜ່ວຍພັກຮາກຖານ ໃນໄລຍະ 5 ປີຜ່ານມາ, ຊຶ່ງສາມາດຍາດໄດ້ຜົນງານຫຼາຍດ້ານ ແລະ ໄດ້ຖືສໍາຄັນ ການສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ບັນດາສະຫາຍສະມາຊິກພັກ-ພະນັກງານ ໃນຄວາມຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນໄດ້ນໍາເອົາເນື້ອໃນເອກະສານສໍາຄັນຕ່າງໆ ຂອງພັກ-ລັດ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃຫ້ສະມາຊິກພັກ-ພະນັກງານຂັ້ນຕົນ ແລະ ພະນັກງານກວດກາອາຊີບໃນທົ່ວແຂວງ ໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ ແລະ ວຽກງານທີ່ກ່ຽວພັນກັບການກວດກາ, ໄດ້ກວດກາການນໍາພາຮອບດ້ານ ພະແນກ-ຂະແໜງການຈໍານວນໜຶ່ງ, ຕິດຕາມການ ດໍາເນີນຊີວິດການເມືອງຕາມຄໍາສັ່ງຂອງຂັ້ນເທິງ; ຕິດຕາມການດໍາເນີນຊີວິດການເມືອງກາງສະໄໝ ແລະ ທ້າຍສະໄໝຂອງບັນດາໜ່ວຍພັກ, ຮາກຖານພັກ, ອົງຄະນະພັກເມືອງ, ອົງຄະນະພັກ ປກຊ- ປກສ ແຂວງ, ຕິດຕາມ, ກວດກາຕາມມະຕິຂອງສະພາປະຊາຊົນແຂວງ, ມະຕິຂອງຄະນະປະຈໍາພັກ ແຂວງ, ຕາມແຈ້ງການຂອງອົງການກວດກາແຫ່ງລັດ, ຕາມອົງການກວດສອບປະຈຳພາກກາງ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ, ສາມາດ ແກ້ໄຂຄໍາຮ້ອງ ແລະ ຄໍາສະເໜີໄດ້ຫຼາຍບັນຫາ, ເຮັດໃຫ້ຄູ່ກໍລະນີມີຄວາມພໍໃຈ ແລະ ສັງຄົມມີຄວາມສະຫງົບໂດຍພື້ນຖານ. 
ໄຂກອງປະຊມໃຫຍໜວຍພກຮາກຖານຄະນະກວດກາພກ-ລດແຂວງ ຄງທ IX. - image 2
 
ໃນກອງປະຊຸມ, ໄດ້ສະເໜີມາດຖານ ແລະ ເງື່ອນໄຂຜູ້ສະໝັກ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການຮັບຮອງເອົາລາຍຊື່ບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງຄະນະໜ່ວຍພັກຮາກຖານຊຸດໃໝ່. ຜ່ານການປ່ອນບັດ ແລະ ກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ພິມພອນ ສຸລິວົງສາ ເປັນເລຂາໜ່ວຍພັກ, ສະຫາຍ ວິໄລມອນ ອິນທະວົງ ເປັນຮອງເລຂາ ທັງເປັນຜູ້ກວດກາໜ່ວຍພັກ ແລະ ສະຫາຍ ວົງພະຈັນ ສູນທະລາ ເປັນກຳມະການໜ່ວຍພັກຮາກຖານ.
(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວການເມືອງ

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຄັ້ງທີ VII ໄດ້ສໍາເລັດຜົນຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 27-28 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ຮອງຫົວໜ້າອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 28 ຕຸ​ລານີ້ ທີ່​ສະ​ພາ​ແຫ່ງ​ຊາດກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສ​ສ​ຂ) ຊຸດທີ V ແລະ ຜົນສຳເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດໃຫ້​ຮູ້ວ່າ: ອີງຕາມມາດຕາ 55 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ກ່ຽວກັບການກໍານົດອາຍຸການຂອງສະພາແຫ່ງຊາດ ທີ່ວ່າ: “ສະພາແຫ່ງຊາດ ມີອາຍຸການ 5 ປີ”; “ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ”. ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ແລະ ຈະໝົດອາຍຸການ ໃນວັນທີ 22 ມີນາ 2026 ນີ້.
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຖະແຫຼງ​ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ໃນວັນທີ 28 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງສະຫາຍໄດ້ຖະແຫຼງວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ດໍາເນີນຢ່າງເປັນທາງການໃນວັນທີ 27-28 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.
ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ.
ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານ ສກລ

ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານ ສກລ

ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ (ສກລ), ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ໄດ້ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 28 ຕຸລານີ້. ພາຍຫຼັງດຳເນີນມາແຕ່ວັນທີ 27 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາຄະນະບໍລິຫານງານ ສກລ, ປະທານສະຫະພັນກຳມະບານກະຊວງ, ອົງການທີ່ເປັນຕົວແທນຈາກກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ຮາກຖານການຜະລິດຕ່າງໆໃນທົ່ວປະເທດຈໍານວນ 389 ສະຫາຍ ຍິງ 91 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານທັງໝົດ 211,092 ສະຫາຍ ຍິງ 99,531 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ V

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ V

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 26 ຕຸລາ ນີ້ ທີ່ຫ້ອງປະຊຸມສະໂມສອນສະຖາບັນການທະນາຄານ ພາຍໃຕ້ໂດຍການເປັນປະທານຂອງ ສະຫາຍ ນາງ ບຸນຄໍາ ວໍລະຈິດ ເລຂາຄະນະບໍລິຫານງານພັກ ຜູ້ວ່າທະນາຄານແຫ່ງ ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີຜູ້ແທນສົມບູນ ທັງໝົດ 149 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 1,046 ສະຫາຍ, ພ້ອມນັ້ນ ມີບັນດາຜູ້ຕາງໜ້າອົງຄະນະພັກກະຊວງ-ອົງການ ແລະ ບາງອົງຄະນະພັກແຂວງ-ນະຄອນຫຼວງວຽງຈັນ, ພະນັກງານອາວຸໂສບຳນານເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ