ໄຂກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XII ຂອງອົງຄະນະພັກເມືອງບົວລະພາ

ໄຂກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XII ຂອງອົງຄະນະພັກເມືອງບົວລະພາ

ໄຂກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XII ຂອງອົງຄະນະພັກເມືອງບົວລະພາ
ວັນທີ 5 ພຶດສະພາ 2025 ຢູ່ທີ່ສະໂມສອນເມືອງ, ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງອົງຄະນະພັກເມືອງບົວລະພາ ແຂວງຄຳມ່ວນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພັອ ຄໍາສິງ ນົນທະສອນ ເລຂາຄະນະບໍລິຫານງານພັກເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ພ້ອມດ້ວຍແຂກຖຶກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

ສະຫາຍ ພັອ ຄໍາສິງ ນົນທະສອນ ໄດ້ກ່າວວ່າ: ນັບແຕ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງບົວລະພາ ຄັ້ງຜ່ານມາ ຮອດປັດຈຸບັນ ບັນດາຖັນແຖວສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວເມືອງບົວລະພາ ໄດ້ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍຄາດໝາຍສູ້ຊົນຕ່າງໆ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດຢ່າງໜ້າພໍໃຈ ຊຶ່ງສະແດງໃຫ້ເຫັນສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບ-ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສະພາບເສດຖະກິດ-ສັງຄົມ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງ, ມີການຈັດສັນພູມລໍາເນົາອາຊີບຄົງທີ່ ແລະ ການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ, ການຂະຫຍາຍການສຶກສາ ແລະ ສາທາລະນະສຸກໄດ້ໄປຮອດເຂດຫ່າງໄກສອກຫຼີກ, ຈໍານວນບ້ານສາທາລະນສຸກ, ບ້ານວັດທະນະທໍາ ແລະ ບ້ານພັດທະນາເພີ່ມຂຶ້ນ, ຄຽງຄູ່ກັນນັ້ນ ດ້ານລະບົບການຈັດຕັ້ງທຸກຂັ້ນໄດ້ຮັບການປັບປຸງ, ດໍາເນີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຕິດຕາມກວດກາການເຄື່ອນໄຫວນໍາພາ-ຊີ້ນໍາຂອງໜ່ວຍພັກຂັ້ນຕ່າງໆ ຢ່າງເປັນປະຈໍາ.

ກອງປະຊຸມຈະໄດ້ສຸມໃສ່ເນື້ອໃນສໍາຄັນຄື: ຮັບຟັງ ແລະ ປະກອບຄໍາຄິດ-ຄໍາເຫັນຕໍ່ຮ່າງລາຍງານການເມືອງຄັ້ງທີ XI, ແຜນພັດທະນາເສດຖະກິດ-ສັງຄົມໃນ 5 ປີຕໍ່ໜ້າ ແລະ ຮ່າງບົດສໍາຫຼວດການນໍາພາ- ຊີ້ນໍາລວມ ຂອງອົງຄະນະພັກເມືອງ ຊຸດທີຜ່ານມາ, ສິ່ງສໍາຄັນບັນດາຜູ້ແທນສົມບູນ ຈະໄດ້ໃຊ້ສິດປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ຮັບຟັງຄໍາເຫັນຊີ້ນໍາຈາກຄະນະພັກຂັ້ນເທິງ ເພື່ອເປັນທິດທາງ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຜົນສໍາເລັດ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສພ ຄັ້ງທີ VIII ຢ່າງເປັນທາງການ

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສພ ຄັ້ງທີ VIII ຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນະພາບ ວ່ອງໄວ ແລະ ຫັນສະ ໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ