ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງສະຫວັນນະເຂດ ຄັ້ງທີ XI ຢ່າງເປັນທາງການ

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງສະຫວັນນະເຂດ ຄັ້ງທີ XI ຢ່າງເປັນທາງການ

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງສະຫວັນນະເຂດ ຄັ້ງທີ XI ຢ່າງເປັນທາງການ
ກອງປະຊຸມໃຫຍ່ ຄັ້ງທີ XI ຜູ້ແທນແມ່ຍິງແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງສະຫງ່າຜ່າເຜີຍໃນຕອນເຊົ້າວັນທີ 16 ມິຖຸນານີ້ ທີ່ສະໂມສອນຂອງຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ນາງ ທຳມາ ເພັດວິໄຊ ຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ 179 ສະຫາຍ ທີ່ເປັນຕົວແທນແກ່ສະມາຊິກແມ່ຍິງທົ່ວແຂວງ ເຂົ້າຮ່ວມ.
ໄຂກອງປະຊມໃຫຍຜແທນແມຍງແຂວງສະຫວນນະເຂດ ຄງທ XI ຢາງເປນທາງການ - image 1
 

ສະຫາຍ ນາງ ມະໄລທອງ ທຳມະຕິກາ ປະທານສະຫະພັນແມ່ຍິງແຂວງ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານຄຸນລັກສະນະຜູ້ແທນສົມບູນກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ສະຫວັນນະເຂດ ຄັ້ງທີ XI. ຈາກນັ້ນ, ສະຫາຍ ນາງ ເພັດອຸດອນ ອາດສະຜັນທອງ ຮອງປະທານສະຫະພັນແມ່ຍິງແຂວງ ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມ ຊຶ່ງມີບາງຕອນວ່າ: ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ຖືເປັນວຽກງານຕົ້ນຕໍ ແລະ ສຳຄັນຕໍ່ກັບການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ດ້ວຍຫຼາຍວິທີທີ່ສອດຄ່ອງກັບແຕ່ລະກຸ່ມເປົ້າໝາຍ ເຮັດໃຫ້ຖັນແຖວສະມາຊິກສະຫະພັນແມ່ຍິງ, ເອື້ອຍນ້ອງແມ່ຍິງບັນດາເຜົ່າ ມີຄວາມຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຢູ່ພາຍໃຕ້ການນຳພາຂອງພັກ, ມີສະຕິເປັນເຈົ້າຂອງປະເທດຊາດ, ຮັກກຽດສັກສີຂອງແມ່ຍິງລາວ, ຊຶ່ງຢັ້ງຢືນໄດ້ເຖິງຄວາມເຊື່ອໜັ້ນຕໍ່ການນຳພາຂອງພັກ, ເຊື່ອໜັ້ນຕໍ່ພາລະບົດບາດຂອງອົງການຈັດຕັ້ງສະຫະພັນແມ່ຍິງ.

ໄຂກອງປະຊມໃຫຍຜແທນແມຍງແຂວງສະຫວນນະເຂດ ຄງທ XI ຢາງເປນທາງການ - image 2
 

ປັດຈຸບັນທົ່ວແຂວງ, ມີສະມາຊິກສະຫະພັນແມ່ຍິງທັງໝົດ 196,060 ສະຫາຍ ກວມ 35.31%ຂອງແມ່ຍິງທັງໝົດ. ໃນນັ້ນ, ຂະຫຍາຍສະມາຊິກໃໝ່ໄດ້ຈໍານວນ 14,329 ສະຫາຍ (ທຽບໃສ່ກອງປະຊຸມໃຫຍ່ ຄັ້ງທີ X ຈໍານວນ 181,731 ສະຫາຍ), ທົ່ວແຂວງປະກອບມີ 4 ໜ່ວຍ, 50 ຮາກຖານຂັ້ນແຂວງ, 195 ຮາກຖານ, 275 ໜ່ວຍຂັ້ນເມືອງ, ສາມາດຂະຫຍາຍຮາກຖານສະຫະພັນແມ່ຍິງໄປສູ່ຂົງເຂດທຸລະກິດໄດ້ 2 ຮາກຖານ, ໄດ້ຈັດຕັ້ງເຊື່ອມຊຶມເອກະສານກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວອ້ອມຂ້າງແຂວງ ແລະ ເມືອງ-ນະຄອນໄດ້ 6,232 ຄັ້ງ, ມີ 299 ໜ່ວຍ, 258 ຮາກຖານ, 1,025 ບ້ານ, ມີຜູ້ເຂົ້າຮ່ວມທັງໝົດ 791,651 ເທື່ອຄົນ, ນໍາພາເປີດບັ້ນຂໍ້ແຂ່ງຂັນ 3 ດີ ໄດ້ 14 ເມືອງ 1 ນະຄອນ, 299 ໜ່ວຍ, 258 ຮາກຖານ, 1,025 ບ້ານ, ຜູ້ເຂົ້າຮ່ວມແຂ່ງຂັນ 709,002 ເທື່ອຄົນ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສາມາດປະເມີນ ແລະ ຄັດເລືອກບຸກຄົນ 3 ດີ ປະເພດ 1 ໄດ້ 650,333 ເທື່ອຄົນ, ເທົ່າກັບ 91.72% ຂອງຜູ້ເຂົ້າຮ່ວມແຂ່ງຂັນ, ບຸກຄົນ 3 ດີ ປະເພດ 2 ໄດ້ 53,760 ເທື່ອຄົນ, ເທົ່າກັບ 7.58%, ກົມກອງ 3 ດີ ມີ 258 ຮາກຖານ, 299 ໜ່ວຍ, 1,025 ບ້ານ, ສະຫະພັນແມ່ຍິງເມືອງ 3 ດີ 14 ເມືອງ ແລະ 1 ນະຄອນ; ບຸກຄົນຕົວແບບ 5,823 ສະຫາຍ, ຄອບຄົວຕົວແບບ 6,405 ຄອບຄົວ, ບຸກຄົນ-ຄອບຄົວຕົວແບບ 2,500 ສະຫາຍ.

ໄຂກອງປະຊມໃຫຍຜແທນແມຍງແຂວງສະຫວນນະເຂດ ຄງທ XI ຢາງເປນທາງການ - image 3
 

ສະຫາຍ ນາງ ສົມຫວັງ ລຳພູວົງ ຮອງປະທານສະຫະພັນແມ່ຍິງແຂວງໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ 5 ປີ (2020-2025) ແລະ ແຜນພັດທະນາແມ່ຍິງ 5 ປີຕໍ່ໜ້າ (2026-2030). ຈາກນີ້, ໃນກອງປະຊຸມ ຍັງໄດ້ຮັບຟັງການປະກອບຄຳເຫັນຂອງຄອບຄົວຕົວແບບການຕ່ຳແພຝ້າຍລາວ ຢູ່ເມືອງສອງຄອນ ແລະ ຄອບຄົວຕົວແບບທາງດ້ານການຜະລິດກະສິກຳ ເມືອງຈຳພອນ ພ້ອມນັ້ນ ກໍຍັງໄດ້ມີການຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານຊຸດເກົ່າ ແລະ ມີການມອບໃບຍ້ອງຍໍຂອງສູນກາງສະຫະພັນແມ່ຍິງລາວໃຫ້ຜູ້ມີຜົນງານພົ້ນເດັ່ນໃນການເຄື່ອນໄຫວວຽກງານແມ່ຍິງໃນໄລຍະຜ່ານມາ.

ໂອກາດນີ້, ບັນດາສະຫາຍຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຸດໃໝ່ນຳອີກ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ