ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກກະດິງ ຄັ້ງທີ VIII

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກກະດິງ ຄັ້ງທີ VIII

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກກະດິງ ຄັ້ງທີ VIII
ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 29 ມັງກອນນີ້ ຢູ່ສະໂມສອນຫ້ອງວ່າການເມືອງປາກກະດິງ,

 

ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານພັກເມືອງປາກກະດິງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 121 ສະຫາຍ, ຍິງ 10 ສະຫາຍ.

ສະຫາຍ ບຸນຄົບ ຈັນທະວົງ ໄດ້ກ່າວໄຂກອງປະຊຸມ ພ້ອມທັງກ່າວຈຸດປະສົງວາລະດຳເນີນກອງປະຊຸມວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ອົງຄະນະພັກເມືອງພ້ອມດ້ວຍປະຊາຊົນບັນດາເຜົ່າຊາວເມືອງປາກກະດິງ ໄດ້ອອກແຮງສູ້ຊົນ ແລະ ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີເປັນປຶກແຜ່ນພາຍໃຕ້ການນຳພາຂອງພັກ ບວກກັບການອຸ້ມຊູຊ່ວຍເຫຼືອຂອງທຸກພາກສ່ວນ ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຫຼຸດລົງເປັນກ້າວໆ.

ກອງປະຊຸມຄັ້ງນີ້, ຈະໄດ້ດໍາເນີນໄປເປັນເວລາ 2 ວັນ ຊື່ງຈະໄດ້ຮັບຮອງເອົາຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ແລະ ຈະໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງປາກກະດິງ ສະໄໝທີ VIII, ຄັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສອນທະນູ ທຳມະວົງ ເພື່ອຊີ້ທິດເຍືອງທາງໃຫ້ແກ່ຄະນະບໍລິຫານງານພັກເມືອງປາກກະດິງຊຸດໃໝ່ ຢ່າງໜັກແໜ້ນ ແລະ ມີຄວາມໝາຍໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ.

(ຂ່າວ-ພາບ: ຄຳຟອງ)

ຄໍາເຫັນ

ຂ່າວການເມືອງ

ຮອງນາຍົກລັດຖະມົນຕີ ຊີ້ນຳການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ

ຮອງນາຍົກລັດຖະມົນຕີ ຊີ້ນຳການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ

ໃນຕອນເຊົ້າວັນທີ 8 ກໍລະກົດນີ້, ທີ່ສະໂມສອນເມືອງແປກ, ແຂວງຊຽງຂວາງ, ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຊຽງຂວາງ ໄດ້ໃຫ້ກຽດເປັນປະທານ ແລະ ຊີ້ນຳ ຕໍ່ກອງປະຊຸມກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ ສະໄໝທີ IX; ມີສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງຊຽງຂວາງ; ສະຫາຍ ນາງ ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ອະດີດການນຳແຂວງ ແລະ ຜູ້ຕາງໜ້າພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ຕິດຕາມການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ

ຄໍາມ່ວນ ຕິດຕາມການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ

ກອງປະຊຸມຕິດຕາມຊຸກຍູ້ ການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດຜ່ານມາ ຢູ່ທີ່ຫ້ອງປະຊຸມເຮືອນພັກເລກ 1 ຂອງແຂວງ, ເຂົ້າຮ່ວມໃນກອງປະຊຸມມີສະຫາຍ ແກ້ວອຸດອນ ບຸດສິງຂອນ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຄະນະກໍາມະການຮັບຜິດຊອບວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກແຂວງ, ສະຫາຍ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຫົວໜ້າຄະນະລົງຊ່ວຍວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຂັ້ນສູງກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະ.
ຄະນະບໍລິຫານງານພັກແຂວງ ເປີດກອງປະຊຸມຄົບຄະນະຄັ້ງທີ 12 ສະໄໝທີ IX

ຄະນະບໍລິຫານງານພັກແຂວງ ເປີດກອງປະຊຸມຄົບຄະນະຄັ້ງທີ 12 ສະໄໝທີ IX

ໃນວັນທີ 7 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 12 ສະໄໝທີ IX ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະບັນຊາການ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດເປີດກວ້າງ ຄັ້ງທີ 19 ສະໄໝມທີ IX ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດນີ້ ທີ່ສະໂມສອນຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປລາວ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ-ນະຄອນ, ເລຂາຄະນະພັກກອງບັນຊາການ ປກຊ-ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ແຕ່ງຕັ້ງສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ ສສຍລ

ແຕ່ງຕັ້ງສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ ສສຍລ

ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ຖືກແຕ່ງຕັ້ງເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ)ຊຶ່ງພິທິປະກາດການແຕ່ງຕັ້ງໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ ນີ້ ທີ່ສູນກາງສະຫະພັນແມ່ຍິງລາວ. ໂດຍການເຂົ້າຮ່ວມມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະບໍລິຫານງານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງ ຫົວໜ້າ ຫສພ

ປະກາດການແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງ ຫົວໜ້າ ຫສພ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດພິທີປະກາດການຈັດຕັ້ງຕໍາແໜ່ງບໍລິຫານ ການນໍາຂັ້ນສູງ ຂຶ້ນໃນວັນທີ 7 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງ ຫສພ ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຫສພ; ມີບັນດາສະຫາຍຄະນະພັກ-ຄະນະນໍາ, ພະນັກງານ-ສະມາຊິກພັກພາຍໃນ ຫສພ ພ້ອມດ້ວຍບັນດາສະຫາຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາລະວັນ ທາບທາມບຸກຄະລາກອນຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ

ສາລະວັນ ທາບທາມບຸກຄະລາກອນຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ

ກອງປະຊຸມ ທາບທາມບຸກຄະລາກອນທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2) ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດນີ້ ທີ່ສະໂມສອນແຂວງ, ໂດຍໃຫ້ກຽດເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີແຂກຖືກເຊີນ ແລະ ຕາງໜ້າໃຫ້ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທາບທາມລະດົມຄວາມຄິດເຫັນຕໍ່ຮ່າງແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V

ທາບທາມລະດົມຄວາມຄິດເຫັນຕໍ່ຮ່າງແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມເປີດກວ້າງເພື່ອລະດົມຄວາມຄິດເຫັນຕໍ່ຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V, ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີບັນດາທ່ານຄະນະປະຈຳພັກ,ກຳມະການຄະນະບໍລິຫານງານພັກ, ຄະນະໜ່ວຍພັກອ້ອມຂ້າງ ສານປະຊາຊົນສູງສຸດເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II ໄດ້ເປີດຂຶ້ນ ໃນວັນທີ 7ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານ ຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ), ເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍແຂກຖືກເຊີນ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX

ເມືອງພຽງ ແຂວງໄຊຍະບູລີ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງ 3 ສະໄໝທີ IX ຂືນໃນວັນທີ 2 ກໍລະກົດຜ່ານມາ ຢູ່ທີຫ້ອງປະຊຸມໃຫຍ່ຂອງເມືອງພາຍໃຕ້ການເປັນປະທານຂອງສະຫາຍ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.
ເພີ່ມເຕີມ