ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດຄັ້ງທີ V ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 10 ກັນຍາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ຜູ້ຕາງໜ້າບັນດາສະຫາຍສະມາຊິກພັກອາວຸໂສບຳນານພ້ອມດ້ວຍບັນດາສະຫາຍຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຜູ້ແທນສົມບູນເຂົ້າຮ່ວມ ທັງໝົດ 218ສະຫາຍ ຍິງ 71 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກກະຊວງການຕ່າງປະເທດຈໍານວນ 725 ສະຫາຍ ຍິງ 260 ສະຫາຍ ແລະ ທົ່ວອົງຄະນະພັກກະຊວງການຕ່າງປະເທດ (ລວມທັງສະມາຊິກພັກນັກສຶກສາທີ່ກຳລັງສຶກສາຢູ່ຕ່າງປະເທດຈໍານວນ 1,290 ສະຫາຍ ຍິງ 226 ສະຫາຍ). ປັດຈຸບັນ, ທົ່ວອົງຄະນະພັກປະກອບມີ 59 ໜ່ວຍພັກຂຶ້ນກັບກະຊວງ (ລວມທັງ 41 ໜ່ວຍພັກສໍານັກງານການທູດຢູ່ຕ່າງປະເທດ) ເເລະ ມີ 1 ຄະນະພັກຮາກຖານ.
ສານປະຊາຊົນສູງສຸດ (ສສປສ) ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂັວນ: ຍົກສູງບົດບາດການນໍາພາຂອງພັກເຂົ້າໃນວຽກງານບໍລິຫານສານ-ບໍລິຫານຄະດີໃນໄລຍະໃໝ່ ເພື່ອໃຫ້ສານປະຊາຊົນມີການພັດທະນາຢ່າງບໍ່ຢຸດຢັ້ງໃນວັນທີ 10 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ແລະ ສໍາເລັດຜົນຢ່າງຈົບງາມໃນວັນດຽວກັນ ທີ່ສະໂມສອນ ຂອງຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6) ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ; ມີແຂກຖືກເຊີນຈາກບັນ ດາອົງການອ້ອມຂ້າງສຳນັກງານສູນກາງພັກ; ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາສະຫາຍສະມາຊິກພັກອາວຸໂສ ແລະ ບັນດາສະມາຊິກພັກສົມບູນທົ່ວອົງຄະນະພັກ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 9 ກັນຍານີ້ ທີ່ສະໂມສອນແຂວງໄຊສົມບູນ, ໂດຍການເປັນປະທານຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ; ມີແຂກຖືກເຊີນຈາກສູນກາງ, ແຂວງ ແລະ ຜູ້ແທນສົມບູນ 135 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກຈໍານວນ 5,127 ສະຫາຍ ໃນທົ່ວແຂວງເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ກັນຍານີ້ ທີ່ສະໂມສອນຂອງ ໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ເລຂາ ຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາຄະນະພັກ, ຄະນະນໍາພາຍໃນ ຄຕພ, ບັນດາສະຫາຍສະມາຊິກພັກອາວຸໂສບໍານານ, ບັນດາແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.
ກອງປະຊຸມ ແນະນໍາກ່ຽວກັບການປະກອບຄໍາເຫັນ ຕໍ່ເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI ຈັດຂຶ້ນໃນວັນທີ 8 ກັນຍານີ້ ທີ່ເຮືອນພັກເລກ 1 ຂອງແຂວງ ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາພະແນກການ ແລະ ຕາງໜ້າອົງການປົກຄອງເມືອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງແຮງງານ ແລະ ສະຫວັັດດີການສັງຄົມ (ຮສສ) ຄັ້ງທີ VII ເປີດຂຶ້ນຢ່າງເປັນທາງການໃນວັນທີ 4 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຮສສ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາອະດີດການນໍາກະຊວງ, ຜູ້ແທນສົມບູນຈໍານວນ 131 ສະຫາຍ ຍິງ 59 ສະຫາຍເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 3 ກັນຍານີ້ ທີ່ຫ້ອງ ປະຊຸມໃຫຍ່ຂອງຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ແລະ ສໍາເລັດຜົນຢ່າງຈົບງາມໃນວັນດຽວກັນ, ພາຍໃຕ້ຄໍາຂວັນ “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານວຽກງານຄົ້ນຄວ້າ, ເປັນຄັງປັນຍາທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ, ສ້າງຜະລິດຕະພັນທີ່ມີຄຸນນະພາບອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ” ໂດຍການເປັນປະທານຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີບັນດາການນໍາພັກ-ລັດ, ອະດີດການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ຄະນະປະຈຳພັກ, ກຳມະການຄະນະພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ພ້ອມດ້ວຍແຂກຖືກເຊີນຈາກຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພົວພັນການຕ່າງປະເທດສູນກາງພັກ ເຂົ້າຮ່ວມທັງໝົດຈໍານວນ 183 ສະຫາຍ ຍິງ 79 ສະຫາຍ. ໃນນີ້ ມີຜູ້ແທນກອງປະຊຸມ 148 ສະຫາຍ, ຍິງ 65 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X ໄດ້ສຳເລັດລົງດ້ວຍຄວາມຈົບງາມໃນຕອນເຊົ້າວັນທີ 3 ກັນຍາ 2025ນີ້ ຢູ່ທີ່ຫໍວັດທະນະທຳໄກສອນພົມວິຫານ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນໂຈມອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຜູ້ແທນ ແລະ ແຂກກອງປະຊຸມເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ຄັ້ງທີ 2 ສະໄໝທີ VI ຈັດຂຶ້ນໃນວັນທີ 2 ກັນຍານີ້ ໂດຍການເປັນປະທານຂອງສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ປກສ, ມີຮອງເລຂາຄະນະພັກກະຊວງ, ບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງເຂົ້າຮ່ວມ.
ຄໍາເຫັນ