ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ

ຄໍາມ່ວນ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II

ຄໍາມ່ວນ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງຄໍາມ່ວນ ຊຸດທີ II ໄຂຂຶ້ນໃນວັນທີ 21 ມັງກອນນີ້ ທີ່ສະໂມສອນແຂວງ ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ

 ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີແຂກຖຶກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນຂອງແຂວງປະກອບມີ: ບົດລາຍງານຂອງເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນແຂວງປະຈຳປີ 2024 ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນແຂວງ ປະຈໍາປີ 2025; ບົດລາຍງານການກວດສອບຄືນ ການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2023, ແຜນການກວດສອບຄືນບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2024 ແລະ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024, ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2025 ຂອງອົງການກວດສອບ ປະຈໍາພາກກາງ 2; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈໍາປີ 2022, ແຜນການກວດກາຕາມຜົນການກວດສອບ ປະຈໍາປີ 2023 ແລະ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024, ທິດທາງແຜນການ ປະຈໍາປີ 2025 ຂອງອົງການກວດກາລັດແຂວງ, ບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025; ບົດລາຍງານ ຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025; ບົດລາຍງານ ຂອງສະພາປະຊາຊົນແຂວງຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025; ການຈັດຕັ້ງການປະເມີນຜົນຕໍ່ຄວາມຮັບຜິດຊອບ ຂອງບຸກຄະລາກອນ ທີ່ມາລາຍງານ, ຊີ້ແຈງ ແລະ ຕອບຄໍາຊັກຖາມ ຢູ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ; ການຈັດຕັ້ງ ການປະເມີນຜົນຄວາມໄວ້ວາງໃຈ ຕໍ່ບຸກຄະລາກອນດໍາລົງຕໍາແໜ່ງ ທີ່ສະພາປະຊາຊົນຂັ້ນແຂວງ ເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ; ຄົ້ນຄວ້າ ພິຈາລະນາ ນິຕິກໍາໃຕ້ກົດໝາຍ ຂອງອົງການປົກຄອງແຂວງ ຈໍານວນ 3 ສະບັບຄື: ຮ່າງຂໍໍ້ຕົກລົງ ວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ, ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ອະນຸລັກພູຫີນຄັນນາ ເມືອງທ່າແຂກ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ລັດຖະກອນຄູ ແລະ ນັກຮຽນພາຍໃນແຂວງຄຳມ່ວນ. ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງ ຈາກພາກສ່ວນນຕ່າງໆ ທີ່ກ່ຽວຂ້ອງຈຳນວນໜຶ່ງ ຕາມຫົວຂໍ້ສະເພາະ ຫຼື ຄໍາຊັກຖາມ ທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງໄດ້ຕັ້ງຂຶ້ນ ກ່ອນການດໍາເນີນກອງປະຊຸມ ແລະ ຕາມການປະກອບຄຳເຫັນ, ຄໍາຊັກຖາມ ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ໄດ້ຍົກຂືຶ້ນໃນວາລະດໍາເນີນກອງປະຊຸມ

ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 4 ວັນ, ນັບແຕ່ວັນທີ 21-24 ມັງກອນ 2025 ຈິ່ງຈະສຳເລັດ. ບັນດາທ່ານສາມາດສົ່ງຄໍາຄິດຄໍາເຫັນ ແລະ ຄໍາສະເໜີໄປຍັງສາຍດ່ວນ ໝາຍເລກໂທລະສັບ 051 156 ໂດຍບໍ່ເສຍຄ່າ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ