ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2025, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.

ໃນກອງປະຊຸມ, ບັນດາສະມາຊິກສະພາປະຊາຊົນແຂວງ ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບກົງຈັກ ຂອງຄະນະກຳມະການປົກຄອງແຂວງ, ຮັບຮອງເອົາ ປະທານ, ຮອງປະທານ ຄະນະກຳມະການປົກຄອງແຂວງ ແລະ ຮັບຮອງເອົາການຍົກຍ້າຍ, ສະເໜີແຕ່ງຕັ້ງ ບຸກຄະລາກອນອົງການປົກຄອງແຂວງ, ຊຶ່ງມີລາຍລະອຽດດັ່ງນີ້: ຮັບຮອງເອົາ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ເດດສັກດາ ມະນີຄໍາ ເປັນຮອງປະທານຄະນະກຳມະການປົກຄອງແຂວງ (ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມ), ທ່ານ ໝັ້ນຍືນ ຄີນສະໝອນ ເປັນຮອງປະທານຄະນະກຳມະການປົກຄອງແຂວງ (ຊີ້ນໍາວຽກງານຂົງເຂດເສດຖະກິດ), ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເປັນຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ສິນນະສອນ ແສງຈັນທະວົງ ເປັນເລຂາຄະນະບໍລິຫານງານພັກເມືອງໄຊບົວທອງ, ທ່ານ ນາງ ມຸນທາ ລັດຖະຈັກ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ນວນຕາ ແກ້ວນະວົງ ເປັນຫົວໜ້າຄະນະໂຄສະນາອົາຮົມແຂວງ, ທ່ານ ພັອ ສີສົມພູ ແກ້ວບຸນລ້ອມ ກຳມະການປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງ, ທ່ານ ພ້ອ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ທ່ານ ນາງ ກຽນຕາ ວັນມະນາ ຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ສົມບູນ ແກ້ວວົງສາ ຫົວໜ້າຫ້ອງວ່າການແຂວງ, ທ່ານ ລຳພອນ ສີອັກສອນ ວ່າການຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ຄໍາສິງ ໄຊສິດເດດ ຫົວໜ້າພະແນກການເງິນແຂວງ, ທ່ານ ສົມວິໄຊ ວົງທິລາດ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງ, ທ່ານ ສຸທັດ ສຸມາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ນາງ ມຸນທາ ລັດຖະຈັກ ຫົວໜ້າພະແນກແຮງງານ ແລະ ສະຫວັດດີ ການສັງຄົມແຂວງ, ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຟຟ້າຫົງສາຖວາຍທຽນພັນສາແລະຜ້າອາບນໍ້າຝົນແດ່ວັດພາຍໃນເມືອງຫົງສາປະຈໍາປີ2026

ໄຟຟ້າຫົງສາຖວາຍທຽນພັນສາແລະຜ້າອາບນໍ້າຝົນແດ່ວັດພາຍໃນເມືອງຫົງສາປະຈໍາປີ2026

ໃນລະຫວ່າງວັນທີ22ກໍລະກົດ - 4ສິງຫາ2026,ບໍລິສັດໄຟຟ້າຫົງສາຈໍາກັດໄດ້ຈັດກິດຈະກໍາຖວາຍທຽນພັນສາແລະຜ້າອາບນໍ້າຝົນແດ່ວັດພາຍໃນເມືອງຫົງສາຈໍານວນ15ວັດເນື່ອງໃນໂອກາດວັນບຸນເຂົ້າພັນສາປະຈໍາປີ2026ເພື່ອຮ່ວມສືບສານປະເພນີອັນດີງາມແລະສົ່ງເສີມຄຸນຄ່າທາງຈິດໃຈຂອງຊຸມຊົນທ້ອງຖິ່ນໃຫ້ຄົງຢູ່ສືບໄປ
ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ

ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ

ໃນວັນທີ 5 ສິງຫານີ້, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຮ່ວມກັບ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ ແລະ ປະເມີນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ນັບແຕ່ມື້ປະກາດໃຊ້ມາຮອດປັດຈຸບັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຮອງລັດມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ປະຈໍາການ ແລະ ປະທານຮ່ວມ ໂດຍ ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ. ໃນວັນທີ 5 ສິງຫານີ້, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຮ່ວມກັບ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ ແລະ ປະເມີນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ນັບແຕ່ມື້ປະກາດໃຊ້ມາຮອດປັດຈຸບັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຮອງລັດມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ປະຈໍາການ ແລະ ປະທານຮ່ວມ ໂດຍ ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ.
ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ

ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ

ທ່ານ ໄພທອງ ແສງປະທຸມ ປະທານສະຫະກອນ ຜະລິດເສັ້ນເຝີພັດທະນາຊຸມຊົນ ດອນຂະເໝົາ ລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງຕາແສງຂະເໝົາໃນວັນທີວັນທີ 4 ສິງຫາ ນີ້ວ່າ: ເສັ້ນເຝີ ດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ມີຈຸດເລີ່ມຕົ້ນຈາກພູມປັນຍາຊາວບ້ານ ທີ່ສືບທອດກັນມາແຕ່ຮຸ່ນປູ່ຍ່າຕາຍາຍ ເຊິ່ງໃນອະດີດແມ່ນເຮັດແບບຄອບຄົວກະແຈກກະຈາຍ, ຕໍ່ມາໃນປີ 2013 ໄດ້ໂຮມໂຕກັນສ້າງຕັ້ງເປັນກຸ່ມຜະລິດ ໂດຍມີ 17 ຄອບຄົວ, ດ້ວຍລົດຊາດ ແລະ ຄຸນນະພາບທີ່ເປັນເອກະລັກ, ໃນປີ 2015 ຈຶ່ງໄດ້ຮັບນາມມະຍົດເປັນສິນຄ້າ ODOP ແຫ່ງຊາດ.
ການນໍາເມືອງທຸລະຄົມ ລົງຕິດຕາມຈຸດລະບາຍນໍ້າ ຢູ່ບ້ານປາກຫາງ

ການນໍາເມືອງທຸລະຄົມ ລົງຕິດຕາມຈຸດລະບາຍນໍ້າ ຢູ່ບ້ານປາກຫາງ

ຍ້ອນຄວາມເປັນຫ່ວງເປັນໃຍຕໍ່ກັບພື້ນຖານການດໍາລົງຊີວິດພໍ່ແມ່ປະຊາຊົນ ໃຫ້ໄດ້ຮັບການແກ້ໄຂທີ່ເໝາະສົມ, ໃນຕອນບ່າຍຂອງວັນທີ 4 ສິງຫາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ ແຂວງວຽງຈັນ, ທ່ານ ພອນແກ້ວ ແສງສຸລິຈັນ ຮອງຜູ້ອໍານວຍການເຂື່ອນໄຟຟ້າ ນໍ້າມັງ 3, ທ່ານ ຄໍາສອນ ກຸນນະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ມີຄະນະປະຈໍາ ພ້ອມດ້ວຍພະນັກງານວິຊາການ ຈາກຫ້ອງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ແລະ ເກັບກໍາຂໍ້ມູນຈຸດລະບາຍນໍ້າກ້ອງທາງເລກ 10 ຢູ່ເຂດບ້ານປາກຫາງ ແລະ ບ້ານໃກ້ຄຽງ.
ກອງປະຊຸມຖອນບົດຮຽນ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ປ່າໄມ້

ກອງປະຊຸມຖອນບົດຮຽນ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ປ່າໄມ້

ວັນທີ 5 ສິງຫາ 2026 ນີ້, ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ແລະ ທ່ານ ຈັນຊະນະ ສີຈັນທອງທິບ ຮອງຫົວໜ້າກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂດຍມີຜູ້ຕາງໜ້າຈາກກອງບັນຊາການ ປກສ, ປກຊ, ພາສີ, ອົງການໄອຍະການ, ອົງການປົກຄອງທ້ອງຖິ່ນ 5 ເມືອງ (ໂຂງ, ສຸຂຸມາ, ໂພນທອງ, ມຸນລະປາໂມກ, ປະທຸມພອນ) ແລະ ອົງການອະນຸລັກສັດປ່າ (WCS) ເຂົ້າຮ່ວມ.
ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ໄດ້ຈັດພິທີປະກາດສ້າງຕັ້ງ 4 ຕາແສງ ໃນ​ວັນ​ທີ 5 ສິງ​ຫາ​ນີ້ ທີ່ ນະ​ຄອນ ຫຼວງ​ພະ​ບາງ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳນະຄອນ ຫຼວງພະບາງ, ຕາງໜ້າພະແນກການ-ກົມກອງ ແລະປະທານບ້ານ ເຂົ້າຮ່ວມ.
ປະກາດ ແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 12

ປະກາດ ແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 12

ພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ຈັດ​ຂຶ້ນ​ໃນ​ວັນ​ທີ 4 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ຄຳ​ມ່ວນ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ມີທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກຄະນະບໍລິຫານງານແຂວງ ປະທານສະພາປະຊາຊົນແຂວງ (ສພຂ), ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ພະ​ນັກ​ງານ​ບຳ​ນານ ​ຜູ້​ທົດລອງປູກໝາກ ກາດີເມຍ

ພະ​ນັກ​ງານ​ບຳ​ນານ ​ຜູ້​ທົດລອງປູກໝາກ ກາດີເມຍ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ພັກ​ແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ ການທົດລອງປູກໝາກກາດີເມຍ ຢູ່ ບ້ານ​ພູ​ຜັກ​ແພວ ເມືອງວຽງຄຳ ໃນ​ວັນ​ທີ 4 ສິງ​ຫາ​ຜ່ານ​ມາ.
ກອງປະຊຸມເຜີຍແຜ່ຄູ່ມືວຽກງານເສດຖະກິດ - ການເງິນ

ກອງປະຊຸມເຜີຍແຜ່ຄູ່ມືວຽກງານເສດຖະກິດ - ການເງິນ

ກອງປະຊຸມເຜີຍແຜ່ປຶ້ມຄູ່ມືວຽກງານຂົງເຂດເສດຖະກິດ ແລະ ການເງິນ ໄດ້ຈັດຂຶ້ນໃນວັນທີ 3-5 ສິງຫານີ້ ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ ແລະ ການເງິນ (ກສງ); ເຂົ້າຮ່ວມມີທ່ານ ພູລຳພອນ ສີຫາວົງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ທີ່ເປັນກໍາມະການຂອງ ກສງ ທີ່ມາຈາກ 6 ແຂວງຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ.
ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ

ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ

ໃນວັນທີ 1 ສິງຫາ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳແຂວງ ຫຼວງ ນໍ້າທາ ສືບຕໍ່ຢ້ຽມຢາມຕາແສງທົ່ງອົ້ມ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.
ເພີ່ມເຕີມ