ຄໍາມ່ວນ ເປີດງານຕະຫຼາດນັດ ແລະ ຈຳໜ່າຍສິນຄ້າ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແລະ ສະຫຼອງ ພູຫີນໜາມໜໍ່ ເປັນມໍລະດົກໂລກ

ຄໍາມ່ວນ ເປີດງານຕະຫຼາດນັດ ແລະ ຈຳໜ່າຍສິນຄ້າ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແລະ ສະຫຼອງ ພູຫີນໜາມໜໍ່ ເປັນມໍລະດົກໂລກ

ຄໍາມ່ວນ ເປີດງານຕະຫຼາດນັດ ແລະ ຈຳໜ່າຍສິນຄ້າ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແລະ ສະຫຼອງ ພູຫີນໜາມໜໍ່ ເປັນມໍລະດົກໂລກ
ໃນຕອນແລງ ວັນທີ 18 ມີນານີ້ ທີ່ສວນອານຸສອນສະຖານປະທານສຸພານຸວົງ ແຂວງຄໍາມ່ວນ ໄດ້ຈັດພິທີເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ເພື່ອລະນຶກເຖິງວັນປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ (21 ມີນາ 1946 - 21 ມີນາ 2026) ຄົບຮອບ 80 ປີ ແລະ ສະເຫຼີມສະຫຼອງ ອຸທິຍານແຫ່ງຊາດ ພູຫີນໜາມໜໍ່ ທີ່ໄດ້ຮັບຮອງເຂົ້າເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນ ກັບ ອຸທິຍານຟອງຍາ-ແກບາງ ສສ ຫວຽດນາມ, ໃຫ້ກຽດເຂົ້າຮ່ວມໃນງານໂດຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ພ້ອມຄະນະນຳແຂວງ, ອະດີດການນໍາ, ແຂກຖືກເຊີນ, ຈາກສູນກາງ, ບໍລິສັດ, ຫ້າງຮ້ານຂອງລາວ, ສສ ຫວຽດນາມ ແລະ ຣາຊະອານາຈັກໄທ ເຂົ້າຮ່ວມ.
ຄາມວນ ເປດງານຕະຫາດນດ ແລະ ຈຳໜາຍສນຄາ ບນຮບປອງກນຕວເມອງທາແຂກ ແລະ ສະຫອງ ພຫນໜາມໜ ເປນມລະດກໂລກ - image 1
 

ໃນພິທີ, ຜຸ້ເຂົ້າຮ່ວມໄດ້ຮັບຊົມການສະແເດງສິລະປະ, ບົດຟ້ອນ, ບົດເພງ ທີ່ສ່ອງແສງໃຫ້ເຫັນເຫດການປະຫວັດສາດໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ. ຈາກນັ້ນ, ກໍໄດ້ມອບໃບຍ້ອງຍໍໃຫ້ພາກສ່ວນທີ່ປະກອບສ່ວນສະໜັບສະໜູນໃນການຈັດງານຄັ້ງນີ້.

ຄາມວນ ເປດງານຕະຫາດນດ ແລະ ຈຳໜາຍສນຄາ ບນຮບປອງກນຕວເມອງທາແຂກ ແລະ ສະຫອງ ພຫນໜາມໜ ເປນມລະດກໂລກ - image 2
 

ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການວ່າ: ການຈັດງານໃນຄັ້ງນີ້, ມີຄວາມໝາຍສຳຄັນຢ່າງຍິ່ງ ໂດຍມີຈຸດປະສົງເພື່ອລະນຶກເຖິງວິລະກຳຂອງບັນພະບຸລຸດ, ພ້ອມທັງເປັນເວທີໃນການໂຄສະນາ ແລະ ສົ່ງເສີມຜະລິດຕະພັນສິນຄ້າພາຍໃນແຂວງ ໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ ກະຕຸ້ນການຜະລິດ ແລະ ຂະຫຍາຍຕະຫຼາດພາຍໃນ ແລະ ຕ່າງປະເທດ. ມີສິນຄ້າຫຼາກຫຼາຍປະເພດທັງສິນຄ້າກະສິກຳ, ອຸດສາຫະກຳ, ຫັດຖະກຳ ແລະ ອຸປະໂພກບໍລິໂພກ ມາວາງສະແດງ ແລະ ຈຳໜ່າຍຫຼາຍກວ່າ 30 ຮ້ານ. ພິເສດມີເພື່ອນຫວຽດນາມ ແລະ ແຂວງໃກ້ຄຽງຣາຊະອະນາຈັກໄທໄດ້ເອົາສິນຄ້າແຂວງຕົນມາວາງຂາຍ ສ້າງບັນຍາກາດຄືກຄື້ນ. ງານວາງສະແດງ, ຈຳໜ່າຍສິນຄ້າໃນຄັ້ງນີ້ ບໍ່ພຽງແຕ່ສະທ້ອນເຖິງການລະນຶກປະຫວັດສາດອັນສຳຄັນ ແຕ່ຍັງເປັນໂອກາດດີໃນການສົ່ງເສີມເສດຖະກິດ, ການທ່ອງທ່ຽວ ແລະ ການຮ່ວມມື ລະຫວ່າງ ລາວ, ຫວຽດນາມ ແລະ ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຊຶ່ງການຈັດງານຄັ້ງນີ້ ຈະດຳເນີນໄປເປັນເວລາ 4 ວັນ (ວັນທີ 18-21 ມີນາ).

ຄາມວນ ເປດງານຕະຫາດນດ ແລະ ຈຳໜາຍສນຄາ ບນຮບປອງກນຕວເມອງທາແຂກ ແລະ ສະຫອງ ພຫນໜາມໜ ເປນມລະດກໂລກ - image 3
 

ໃນນາມຕາງໜ້າອົງການປົກຄອງແຂວງ, ຂໍເຊື້ອເຊີນບັນດາແຂກທີ່ເຂົ້າຮ່ວມທ່ຽວຊົມຮ້ານວາງສະແດງ ແລະ ຈຳໜ່າຍສິນຄ້າ ທີ່ໄດ້ຈັດຂຶ້ນນະທີ່ນີ້, ພ້ອມທັງເຊີນຊວນໄປທ່ຽວຊົມ ສະຖານທີ່ແຫຼ່ງທ່ອງທ່ຽວທີ່ສໍາຄັນຫຼາຍແຫ່ງພາຍໃນແຂວງ ແລະ ເຂົ້າຮ່ວມພິທີ ເປີດບໍລິການແຫຼ່ງທ່ອງທ່ຽວ ຂຸນກອງແລງ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 20 ມີນາ 2026ນີ້.

ເພື່ອຄວາມເປັນສິຣິມຸງຄຸນ ແລະ ເປີດງານຢ່າງເປັນທາງການໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ຍັງໄດ້ໃຫ້ກຽດ ຕັດແຖບຜ້າ ແລະ ລັ່ນຄ້ອງ ຮ່ວມກັບບັນດາການນໍາແຂວງ, ພ້ອມທັງ ເລາະຢ້ຽມຊົມ-ຊື້ສິນຄ້າ ພາຍໃນງານ.

(ຂ່າວ: ມະນີວັນ. ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 2 ສະໄໝທີ I ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາລະວັນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 6 ພະຈິກຜ່ານມາ,ທີ່ ພະແນກ ວທ ແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາໄພ ໄຊຍະເດດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ວທ ແຂວງ,ມີຄະນະພັກຮາກຖານ, ເລຂາໜ່ວຍພັກ,ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບຸນນະມັດສະການພະທາດຫຼວງວຽງຈັນ ຈະຈັດຂຶ້ນໃນວັນທີ 20-24 ພະຈິກ​ 2026

ບຸນນະມັດສະການພະທາດຫຼວງວຽງຈັນ ຈະຈັດຂຶ້ນໃນວັນທີ 20-24 ພະຈິກ​ 2026

ວັນທີ 9 ພະຈິກຜ່ານມາ, ນະຄອນ​ຫຼວງວຽງຈັນ ໄດ້ກະກຽມຄວາມພ້ອມຈັດງານບຸນນະ​ມັດສະການພະ ທາດຫຼວງວຽງຈັນ ພ້ອມງານວາງສະແດງ ແລະ ຈຳໜ່າຍສິນຄ້າປະຈຳປີ 2026 ໃນລະຫວ່າງວັນທີ 20-24 ພະຈິກ 2026 ຢູ່ບໍລິເວນພະທາດຫຼວງວຽງຈັນ ພາຍໃຕ້ຄຳຂວັນ “ຮ່ວມກັນອະນຸລັກຮັກສາວັດທະນະທຳລາວ”.
ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຊຸດທີ V ຢ່າງເປັນທາງການ

ເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຊຸດທີ V ຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ V ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ; ເຂົ້າຮ່ວມມີທ່ານປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ມີບັນດາທ່ານການນໍາພັກ-ລັດ ຂອງ ນວ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນວ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ຊຸດທີ V, ປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າ ພະແນກການ, ອົງການຈັດ ຕັ້ງພັກ-ລັດ, ແນວລາວສ້າງຊາດ ພ້ອມດ້ວຍແຂກຖືກເຊີນ.
ລົງນາມຮ່ວມມືນໍາພາເຍົາວະຊົນ-ອະນຸຊົນ ຮຽນຮູ້ປະຫວັດສາດຈາກສະຖານທີ່ຈິງ

ລົງນາມຮ່ວມມືນໍາພາເຍົາວະຊົນ-ອະນຸຊົນ ຮຽນຮູ້ປະຫວັດສາດຈາກສະຖານທີ່ຈິງ

ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການສູນກາງພັກ, ກົມເຍົາວະຊົນສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ແລະ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນຳປະຕິວັດຂອງຫ້ອງວ່າການສູນກາງພັກ ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນຈັດຕັ້ງທັດສະນະສຶກສາ ແລະ ກິດຈະກຳຮຽນຮູ້ປະຫວັດສາດໃຫ້ເຍົາວະຊົນ ແລະ ອະນຸຊົນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍບັນດາການນຳ ແລະ ພະນັກງານຈາກສອງພາກສ່ວນ. ຮ່ວມລົງນາມໂດຍ ທ່ານ ນາງ ໃບຄູນ ສົມບັດດວງ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ແລະ ທ່ານ ນາງ ວິໄລວັນ ວົງພັກດີ ວ່າການຫົວໜ້າກົມເຍົາວະຊົນ ສຊປລ.
ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ວັນທີ 7 ພະຈິກ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ພ້ອມຄະນະ ໄດ້ລົງຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302 ເມືອງຜາອຸດົມ ແຂວງບໍ່ແກ້ວ ເຂົ້າຮ່ວມໃນຄັ້ງນີ້ມີທ່ານ ອາຄົມເດດ ວົງໄຊ ກຳມະການສຳຮອງສູນກາງພັກ ປະທານສະພາບໍລິຫານ ບໍລິສັດລັດວິສາຫະກິດໄຟຟ້າລາວ, ທ່ານ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ສຸກສະຫວັນ ດາລາສຸກ ຜູ້ບັນຊາການກອງພົນທະຫານຮາບທີ 3, ພ້ອມດ້ວຍບັນດາການນຳ, ນາຍ ແລະ ພົນທະຫານ.
ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ພິທີມອບ-ຮັບເຂົ້າສານຈຳນວນ 200 ໂຕນ ລວມມູນຄ່າ 185,616 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມໃນ 2 ແຂວງພາກເໜືອ ຄື: ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ ຈັດຂຶ້ນໃນວັນທີ 9 ພະຈິກນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໃຫ້ກຽດກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ ຫົວໜ້າອົງການໃຈບຸນສາກົນ ເດເຊເຣັດ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ວິຣະພົງສ໌ ພົມດວງສີ ຮອງປະທານ ສນຊ ໂດຍມີຄະນະນຳ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ແຂວງຄຳມ່ວນ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ປະຈຳປີ 2026ໃນ​ວັນ​ທີ 9 ພະ​ຈິກ​ນີ້ ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ,ມີ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສື່ມວນຊົນຈາກ8 ເມືອງແລະຕາໜ່າງຂ່າວຈາກພະແນກການອ້ອມຂ້າງແຂວງສາລະວັນ ຈຳນວນ 26 ທ່ານ,ໄດ້ສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດ ປະຈຳປີ2026ເຊິ່ງໄດ້ມີການຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ, ຍົກສູງຂີດຄວາມສາມາດໃນການຜະລິດຂ່າວ, ບົດຄວາມ.
ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ ສົກປີ 2026-2027 ໃນ​ວັນ​ທີ 6 ພະ​ຈິກ​ຜ່ານ​ມາທີ່ ໂຄງການຊົນລະປະທານຈັກສູບນ້ຳປາກແຈ້ງ ບ້ານປາກແຈ້ງ ເມືອງວຽງຄຳ, ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ການນຳເມືອງວຽງຄຳ, ຜູ້ຕາງໜ້າກົມຊົນລະປະທານ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນຕາແສງປາກແຈ້ງເຂົ້າຮ່ວມ.
ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

​ແຂວງສະຫວັນນະເຂດ ກໍແມ່ນແຂວງໜຶ່ງ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸທີ່ເກີດຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນຕົກຫຼາຍ ຊຶ່ງສົ່ງຜົນກະທົບໂດຍກົງ ຕໍ່ວິຖີຊີວິດ, ການໄປ-ການມາ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງເຮັດໃຫ້ມີນ້ຳຖ້ວມເນື້ອທີ່ການຜະລິດ ພ້ອມທັງທີ່ອາໄສຂອງປະຊາຊົນ, ໂດຍສະເພາະປະຊາຊົນບ້ານດົງໝາກໄຟ ເມືອງໄຊບູລິ ແຂວງສະຫວັນນະເຂດ ດີໃຈຫຼາຍ ທີ່ໄດ້ຮັບເງິນຊ່ວຍເຫຼືອ ຈາກໄພພິບັດທາງທໍາມະຊາດ.
ເພີ່ມເຕີມ