ຄໍາສະດຸດີ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ

ຄໍາສະດຸດີ  ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ   ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ  ປະທານປະເທດ ແຫ່ງ ສປປ ລາວ
ປະທານຄະນະຮັບຜິດຊອບຊາປະນະກິດສົບລະດັບຊາດ ທີ່ຈັດຂຶ້ນຢູ່ເດີນພະທາດຫຼວງນະຄອນຫຼວງວຽງຈັນ ວັນ​ທີ 7 ເມສາ 2025.

 

ຂໍນ້ອມນະມັດສະການພະເຖລາ ນຸເຖລະ,ຮຽນ ບັນດາທ່ານ, ບັນດາສະຫາຍ ທີ່ເຄົາລົບນັບຖື,ບັນດາ ເພື່ອນມິດ ທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງ ຄອບຄົວ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ທີ່ຮັກແພງທັງຫຼາຍ.
ໃນທ່າມກາງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດກຳມະການສູນກາງພັກ ສະໄໝ ທີ I, II, III, IV, V, VI ແລະ VII ອະດີດກຳມະການກົມການເມືອງສູນກາງພັກ ແລະ ເລຂາທິການສູນກາງພັກ ອະດີດຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ ອະດີດຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ອະດີດນາຍົກລັດຖະມົນຕີ ອະດີດປະທານຄະນະບໍລິຫານງານສູນກາງພັກ ແລະ ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນເວລານາທີນີ້ ແລະ ໃນສະຖານທີ່ແຫ່ງນີ້, ພວກເຮົາ ໄດ້ມາເຕົ້າໂຮມກັນ ເພື່ອອຳລາ ສະຫາຍ ປະທານ ຄໍາໄຕ ສີພັນດອນ ເປັນຄັ້ງສຸດທ້າຍ.

ຮຽນບັນດາທ່ານ, ບັນດາສະຫາຍ,

 

ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈໍາປາສັກ ໃນປັດຈຸບັນ); ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ, ຊາຍ 4, ຍິງ 2; ສະຫາຍ ໄດ້ສ້າງຄອບຄົວກັບ ສະຫາຍ ພັນໂທ ນາງ ທອງວັນ ສີພັນດອນ, ມີລູກນໍາກັນ 6 ຄົນ, ຊາຍ 3 ແລະ ຍິງ 3; ປັດຈຸບັນຢູ່ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.

ນັບແຕ່ອາຍຸໄດ້ 7 ປີ, ສະຫາຍ ໄດ້ຈາກບ້ານເກີດເມືອງນອນຂອງຕົົົົົົນ ມາອາໄສຢູ່ນໍາພໍ່ເຖົ້າມະຫາແກ້ວ ຢູ່ວຽງຈັນ ແລະ ໄດ້ເຂົ້າຮຽນຢູ່ໂຮງຮຽນຊັ້ນປະຖົມ; ຫຼັງຈາກນັ້ນ, ກໍສອບເສັງເຂົ້າຮຽນໂຮງຮຽນຊັ້ນມັດທະຍົມປາວີ (College PAVIE) ຊຶ່ງເປັນໂຮງຮຽນມັດທະຍົມແຫ່ງທຳອິດຂອງລາວ ແລະ ເປັນໂຮງຮຽນມັດທະຍົມໜຶ່ງດຽວ ທີ່ຕັ້ງຢູ່ ວຽງຈັນ ໃນສະໄໝນັ້ນ.

- ທ້າຍປີ 1941 ປະທານ ຄໍາໄຕ ສີພັນດອນ ໄດ້ຕັດສິນໃຈອອກຈາກໂຮງຮຽນມັດທະຍົມ ແລ້ວເສັງເຂົ້າເຮັດວຽກ ຢູ່ຂະແໜງໄປສະນີ; ຫຼັງຈາກນັ້ນ, ໄດ້ໄປຮຽນຕໍ່ວິຊາສະເພາະໄປສະນີ 2 ປີ ຢູ່ ໄຊງ່ອນ ພາກໃຕ້ ຫວຽດນາມ (ນະຄອນໂຮ່ຈິມິນ ໃນປັດຈຸບັນ).

- ປີ 1944 ພາຍຫຼັງຮຽນຈົບ, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການແຕ່ງຕັ້ງເປັນນາຍສາຍ ແລະ ໄດ້ໄປປະຈໍາການ ຢູ່ແຂວງຜົ້ງສາລີ.

- ປີ 1946 ໄດ້ຖືກຍົກຍ້າຍຈາກແຂວງຜົ້ງສາລີ ໄປເປັນຫົວໜ້າໄປສະນີ ຢູ່ເມືອງປາກເຊ ແຂວງຈໍາປາສັກ.

- ປີ 1947 – 1948 ສະຫາຍ ໄດ້ຖືກມອບໝາຍໃຫ້ເປັນຜູ້ຊີ້ນຳ ກອງຮ້ອຍໄຊຈັກກະພັດ ປະຈໍາເຂດລາວໃຕ້.

- ປີ 1948 ຫາ 1950 ເປັນຜູ້ຕາງໜ້າລັດຖະບານລາວອິດສະຫຼະ ປະຈໍາເຂດລາວໃຕ້ ແລະ ຮັບຜິດຊອບກໍ່ຕັ້ງ ທີ່ໝັ້ນການປະຕິວັດ ຢູ່ເຂດໃຕ້ ຂອງລາວ.

- ປີ 1950 ຫາ 1952 ໄດ້ຮັບເລືອກຕັ້ງເປັນກໍາມະການສູນກາງແນວລາວອິດສະຫຼະ.

- ປີ 1952 ຫາ 1955 ໄດ້ຮັບແຕ່ງຕັ້ງເປັນປະທານຄະນະກໍາມະການເຂດ, ທັງຮັບຜິດ ຊອບການທະຫານເຂດກາງ ຂອງລາວ.

- ປີ 1953 ໄດ້ເຂົ້າເປັນສະມາຊິກພັກກອມມູນິດ ອິນດູຈີນ.

- ປີ 1955 ຫາ 1956 ພາຍຫຼັງສ້າງຕັ້ງພັກປະຊາຊົນລາວ, ສະຫາຍ ໄດ້ຖືກແຕ່ງຕັ້ງໃຫ້ເປັນເສນາທິການກອງທັບຝ່າຍປະເທດລາວ (ກຳລັງແນວລາວອິດສະຫຼະ).

- ປີ 1957 ຫາ 1959 ສະຫາຍ ໄດ້ຮັບເລືອກຕັ້ງເປັນກໍາມະການສູນກາງພັກ ແລະ ເປັນຫົວໜ້າຫ້ອງວ່າການສູນກາງພັກ.

- ປີ 1959 ຫາ 1960 ສືບຕໍ່ເປັນກໍາມະການສູນກາງພັກ, ເຮັດໜ້າທີ່ໂຄສະນາອົບຮົມ ແລະ ຮັບຜິດຊອບວຽກງານວິທະຍຸກະຈາຍສຽງຂອງສູນກາງພັກ ທີ່ເອີ້ນຊື່ວ່າ ວິທະຍຸກະຈາຍສຽງຝ່າຍປະເທດລາວ.

- ປີ 1960 ຫາ 1961 ເປັນກໍາມະການສູນກາງພັກ ແລະ ຖືກມອບໝາຍໃຫ້ຮັບຜິດຊອບວຽກງານການທະຫານ, ເປັນຜູ້ບັນຊາການສູງສຸດກອງທັບຝ່າຍປະເທດລາວ.

- ປີ 1972 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ II ຂອງພັກປະຊາຊົນລາວ, ສະຫາຍໄດ້ຮັບເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນປະຕິວັດລາວ.

- ປີ 1975 ພາຍຫຼັງຢຶດອໍານາດການປົກຄອງ ໃນທົ່ວປະເທດ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບສະຖາປະນາ, ສະຫາຍ ໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີ (ຮອງນາຍົກ), ທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ.

- ປີ 1982 ຫາ 1986 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ III ຂອງພັກ, ສະຫາຍ ໄດ້ຮັບເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ.

- ປີ 1986 ຫາ 1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງພັກ, ສະຫາຍ ໄດ້ຮັບເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແລະ ຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ.

- ປີ 1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V ຂອງພັກ, ສະຫາຍ ໄດ້ຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ ທັງສືບຕໍ່ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.

- ວັນທີ 15 ສິງຫາ 1991 ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ແຕ່ງຕັ້ງ ໃຫ້ສະຫາຍເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

- ວັນທີ 24 ພະຈິກ 1992 ກອງປະຊຸມຄົບຄະນະສະໄໝພິເສດ ຂອງຄະນະບໍລິຫານງານສູນກາງພັກ (ສະໄໝທີ V), ສະຫາຍ ໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ, ທັງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

- ປີ 1996 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກ, ສະຫາຍ ໄດ້ສືບຕໍ່ຖືກເລືອກຕັ້ງເປັນປະທານຄະນະບໍລິຫານງານສູນກາງພັກ, ທັງຮັບຕຳແໜ່ງເປັນນາຍົກລັດຖະມົນຕີ.

- ປີ 1998 ສະຫາຍ ໄດ້ຮັບເລືອກຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ.

- ປີ 2001 ຫາ 2006 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII ຂອງພັກ, ສະຫາຍ ໄດ້ສືບຕໍ່ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ, ເປັນປະທານປະເທດ ແຫ່ງ ສປປ ລາວ.

- ທ້າຍປີ 2006 ຍ້ອນອາຍຸກະສຽນສູງ, ຕາມການສະເໜີຂອງສະຫາຍ, ການຈັດ ຕັ້ງໄດ້ຕົກລົງໃຫ້ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ພັກການຮັບນະໂຍບາຍບໍານານ.

ຜ່ານການເຄື່ອນໄຫວປະຕິວັດ ຕະຫຼອດເວລາ ເກືອບ 8 ທົດສະວັດ ທີ່ຜ່ານມາ ໄດ້ຢືນຢັນຢ່າງໜັກແໜ້ນວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກເຄື່ອນໄຫວປະຕິວັດທີ່ໂດດເດັ່ນ, ເດັດດ່ຽວ ໜຽວແໜ້ນ ຂອງພັກເຮົາ, ຊຶ່ງຕະຫຼອດໄລຍະແຫ່ງຊີວິດປະຕິວັດຂອງເພິ່ນ ຍາມໃດກໍມີຄວາມຟົດຟື້ນຫ້າວຫັນ, ມີຄວາມມຸ່ງໝັ້ນໃນອຸດົມການ, ກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ມີວິໄສທັດແຫຼມຄົມ; ເພິ່ນໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຈັດ ຕັ້ງນໍາພາ ພາລະກິດປະຕິວັດຂອງພັກ ນັບແຕ່ພັກເຮົາໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ຂະຫຍາຍຕົວເປັນກ້າວໆ ຈົນກ້າວສູ່ໄຊຊະນະ ຢ່າງສົມບູນ. ສະຫາຍ ປະທານ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດ ທີ່ມີວິໄສທັດອັນກວ້າງໄກທາງການ ເມືອງ ແລະ ນັກຍຸດທະສາດການທະຫານທີ່ໂດດເດັ່ນ, ເປັນນັກບັນຊາການກອງກໍາລັງສູ້ຮົບ ທີ່ເດັດດ່ຽວໜຽວແໜ້ນ, ທັງເປັນຜູ້ສຶກສາອົບຮົມ ກໍສ້າງກໍາລັງປະກອບອາວຸດໃຫ້ມີຄວາມສາມາດຕ້ານທານສັດຕູ ຜູ້ຮຸກຮານທີ່ມີກຳລັງເໜືອກວ່າເປັນຫຼາຍຮ້ອຍເທົ່າ ໃຫ້ປະລາໄຊລົງ; ສະຫາຍ ເປັນຜູ້ມີຄວາມສາມາດຄາດຄະເນການຜັນແປ ຂອງສະຖານະການຢ່າງຖືກຕ້ອງ ເພື່ອເປັນເຈົ້າການໃນການແກ້ໄຂໄວ້ລ່ວງໜ້າຢ່າງແມ່ນຢໍາ; ສະຫາຍ ໄດ້ເປັນເພື່ອນຮ່ວມຮົບທີ່ໃກ້ຊິດທີ່ສຸດ ຂອງ ປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫຼ່ ກັບຜູ້ນໍາຄົນອື່ນໆ ໃນການຄົ້ນຄວ້າກໍານົດແນວທາງ ແຜນນະໂຍບາຍ ແລະ ຍຸດທະສາດ, ຍຸດໂທບາຍ ກໍຄືຍຸດທະວິທີປະຕິວັດ ທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວ ໃນແຕ່ລະໄລຍະ; ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາຂອງພັກເຮົາ ທີ່ກໍາຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວກໍາລັງປະຕິວັດ ກໍຄືປວງຊົນລາວທັງຊາດ, ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຈາກການຈັດຕັ້ງ ແລະ ເພື່ອນສະຫາຍ ຮ່ວມອຸດົມການ ແລະ ເພື່ອນຮ່ວມງານຕະຫຼອດມາ, ທັງໄດ້ຮັບຄວາມເຄົາລົບນັບຖື, ເຊື່ອໝັ້ນໄວ້ວາງໃຈຢ່າງສູງສົ່ງ ຈາກປະຊາຊົນຊັ້ນຄົນຕ່າງໆຂອງປະເທດເຮົາ.

ບັນດາທ່ານ, ບັນດາສະຫາຍ, ເພື່ອນມິດທີ່ນັບຖື,

ຄຸນສົມບັດສິນທຳປະຕິວັດ ອັນໂດດເດັ່ນ ແລະ ໜັກແໜ້ນ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ນັ້ນ ແມ່ນລວມຍອດຢູ່ທີ່ ຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ ຕໍ່ພັກ ຕໍ່ປະເທດຊາດ; ເວລາໃດ ສະຫາຍ ກໍຖືຜົນປະໂຫຍດຂອງພັກ ແລະ ຂອງຊາດ ເໜືອກ່ວາສິ່ງອື່ນໃດ, ນໍ້າໃຈຮັກຊາດອັນດູດດື່ມ, ນໍ້າໃຈຮັບໃຊ້ປະຊາຊົນຢ່າງບໍ່ມີຂອບເຂດຂອງ ສະຫາຍ ປະທານ ຄຳໄຕ ສີພັນດອນ ແມ່ນສະແດງອອກເຖິງຄວາມກ້າຫານ ເດັດດ່ຽວ ຕໍ່ສູ້ຕ້ານກັບສັດຕູ ຂອງປະເທດຊາດ ແລະ ຂອງປະຊາຊົນ ໃຫ້ປະລາໄຊລົງ. ອີກອັນໜຶ່ງ ທີ່ສະແດງອອກເຖິງຄວາມໂດດເດັ່ນ ຂອງຄຸນສົມບັດສິນທຳປະຕິວັດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ກໍຄື ການອຸທິດຕົນໃຫ້ພາລະກິດປະຕິວັດ, ໃຫ້ຄວາມເປັນເອກະລາດແຫ່ງຊາດ, ໃຫ້ແກ່ການພັດທະນາປະເທດຊາດ ແລະ ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາ ຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ໃນຕະຫຼອດຊີວິດຂອງເພິ່ນ; ຄວາມເປັນແບບຢ່າງໃນການດຳລົງຊີວິດ ທີ່ປອດໄສຂາວສະອາດ, ລຽບງ່າຍ, ປະຢັດມັດທະຍັດ, ໃກ້ຊິດມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຟື້ອເພື່ອແຜ່ຕໍ່ເພື່ອນຮ່ວມງານ, ແຕ່ເຂັ້ມງວດໃນດ້ານຫຼັກການ, ເຄັ່ງຄັດຕໍ່ລະບຽບວິໄນ, ເຮັດວຽກມີປະຊາທິປະໄຕ ແລະ ຕົກລົງເປັນໝູ່ຄະນະ... ຂອງປະທານ ຄຳໄຕ ສີພັນດອນ ນັ້ນ ຖືວ່າເປັນບົດຮຽນ ອັນລໍ້າຄ່າ ໃຫ້ຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປ ຂອງພັກ ແລະ ຂອງຊາດເຮົາ.

ດ້ວຍຜົນງານຄຸນງາມຄວາມດີຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາ ແລະ ກຳລັງວັງຊາ ໃຫ້ແກ່ພາລະກິດຕໍ່ສູ້ເພື່ອປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດຊີວິດຂອງສະຫາຍ. ສະນັ້ນ, ສະຫາຍ ຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເປັນຈໍານວນຫຼວງຫຼາຍ ເຊັ່ນ:

ຫຼຽນຄໍາແຫ່ງຊາດ ຈໍານວນ 2 ຫຼຽນ;

ຫຼຽນໄຊອິດສະຫຼະ ຊັ້ນ I ແລະ ຊັ້ນ II ຈໍານວນ 4 ຫຼຽນ.

ຫຼຽນໄຊປະຕິວັດຊະນະເລີດ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈໍານວນ 3 ຫຼຽນ;

ຫຼຽນໄຊແຮງງານ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈໍານວນ 19 ຫຼຽນ;

ຫຼຽນກາຕໍ່ຕ້ານຝຣັ່ງ ຈໍານວນ 1 ຫຼຽນ;

ຫຼຽນກາຕໍ່ຕ້ານອາເມລິກາ ຈໍານວນ 1 ຫຼຽນ;

ຫຼຽນກາລະນຶກ 5 ປີ ແຫ່ງ ສປປ ລາວ ຈໍານວນ 1 ຫຼຽນ.

ຫຼຽນກາລະນຶກ 50 ປີ ຂອງພັກ ຈໍານວນ 1 ຫຼຽນ;

ຫຼຽນກາລະນຶກ 70 ປີ ຂອງພັກ ຈໍານວນ 1 ຫຼຽນ.

ນອກຈາກນັ້ນ, ຍັງໄດ້ຮັບຫຼຽນກຽດຕິຍົດລະດັບສູງ ຈາກປະເທດເພື່ອນມິດ ເປັນຈໍານວນຫຼາຍ.

ເພື່ອນມິດສະຫາຍ ທີ່ຮັກແພງ ທັງຫຼາຍ !

ຕະຫຼອດໄລຍະທີ່ຜ່ານມາ, ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຖິງວ່າເພິ່ນມີອາຍຸສູງ ແລະ ໄດ້ອອກພັກຜ່ອນແລ້ວກໍຕາມ, ແຕ່ເພິ່ນກໍຍັງມີຄວາມເປັນຫ່ວງເປັນໄຍຢູ່ຕະຫຼອດເວລາ ຕໍ່ການສ້າງສາພັດທະນາປະເທດຊາດ, ຕໍ່ຊີວິດການເປັນຢູ່ຂອງພະນັກງານ ແລະ ປະຊາຊົນ; ເພິ່ນພະຍາຍາມລົງໄປຊີ້ນຳ, ຕິດຕາມ, ຊຸກຍູ້ວຽກງານຕ່າງໆ ຢູ່ບັນດາຂະແໜງການ ແລະ ທ້ອງຖິ່ນ ເທົ່າທີ່ເງື່ອນໄຂທາງດ້ານສຸຂະພາບຂອງເພິ່ນອຳນວຍໃຫ້.

ແຕ່ໄລຍະຫຼັງໆມານີ້, ຍ້ອນອາຍຸກະສຽນສູງຂຶ້ນ, ສຸຂະພາບຂອງເພິ່ນ ກໍອ່ອນເພຍລົງ. ເຖິງວ່າການຈັດຕັ້ງ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ, ແພດໝໍ ທັງພາຍໃນ ແລະ ປະເທດເພື່ອນມິດ ຕາງກໍໄດ້ເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ແລະ ສຸມໃສ່ປິ່ນປົວຢ່າງສຸດຄວາມສາມາດ, ແຕ່ກໍບໍ່ສາມາດກອບກູ້ ເອົາຊີວິດຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ໄວ້ໄດ້. ສະຫາຍໄດ້ສິ້ນລົມຫາຍໃຈຈາກພວກເຮົາໄປ ຢ່າງສະຫງົບ ໃນເວລາ 10 ໂມງ 30 ນາທີ ຂອງວັນທີ 2 ເມສາ 2025 ລວມອາຍຸໄດ້ 102 ປີ.

ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການສູນເສຍ ຜູ້ເປັນການນຳຍຸດທະສາດ, ສູນເສຍນັກການເມືອງ ຜູ້ປີຊາສາມາດ, ນັກຍຸດທະສາດການທະຫານ ຜູ້ອົງອາດກ້າແກ່ນ ແລະ ນັກພັດທະນາເສດຖະກິດ-ສັງຄົມ ຜູ້ມີຄວາມສາມາດໂດດເດັ່ນ, ນັກການທູດ ແລະ ການເມືອງຕ່າງປະເທດ ທີ່ແຫຼມຄົມ ຂອງພັກ ແລະ ຂອງຊາດເຮົາໄປຢ່າງບໍ່ມີວັນກັບມາ, ແຕ່ເພິ່ນໄດ້ປະມູນມໍລະດົກຕົກທອດອັນລໍ້າຄ່າ, ຄຸນງາມ ຄວາມດີ ແລະ ບົດຮຽນອັນປະເສີດ ໄວ້ນໍາພວກເຮົາ, ນັ້ນຄື: ນໍ້າໃຈຮັກຊາດອັນດູດດື່ມ ແລະ ສູງສົ່ງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ ແລະ ຕໍ່ລະບອບປະຊາທິປະໄຕປະຊາຊົນ; ຄວາມເຊື່ອໝັ້ນຕໍ່ເສັ້ນທາງກ້າວຂຶ້ນ ຂອງປະເທດຊາດ; ນໍ້າໃຈພິລະອາດຫານ ແລະ ຄວາມເສຍສະຫຼະອັນສູງສົ່ງ, ຖືເອົາຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ ເໜືອກວ່າສິ່ງໃດໝົດ; ອຸທິດເຫື່ອແຮງ, ສະຕິປັນຍາ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວາມຢູ່ດີມີສຸກຂອງປະຊາຊົນ ແລະ ຄວາມຈະເລີນວັດທະນາຂອງປະເທດຊາດ; ບົດຮຽນພຶດຕິກໍາ ໃນການນໍາພາກໍ່ສ້າງ, ປັບປຸງກໍາລັງປະກອບອາວຸດປະຊາຊົນ ມີໄຫວພິບ, ສະຫຼາດຄ່ອງແຄ້ວ ໃນການບັນຊາສູ້ຮົບ ແລະ ສູ້ຮົບມີໄຊ; ບົດຮຽນພຶດຕິກໍາໃນການກໍ່ສ້າງຮາກຖານການເມືອງ, ສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ ກໍຄື ການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມຂັ້ນ; ຄວາມເອົາໃຈໃສ່ ແລະ ຖືສໍາຄັນຢ່າງສະເໝີຕົ້ນສະເໝີປາຍຕໍ່ວຽກງານກໍ່ສ້າງ, ປັບປຸງລະບົບການເມືອງ ຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ; ຄວາມເປັນຫຼັກແຫຼ່ງ ແລະ ຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ຂອງຊາດລາວ; ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍ ໃຫ້ມີການປະພຶດປະຕິບັດ ທີ່ເປັນແບບຢ່າງນໍໍາໜ້າ; ການສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ກວ້າງຂວາງ, ເລິກເຊິ່ງ ກັບປະເທດເພື່ອນມິດ ໃນພາກພື້ນ ແລະ ສາກົນ ດ້ວຍວິໄສທັດອັນກວ້າງໄກ ແລະ ໜັກແໜ້ນ.

ບັນດາທ່ານ, ບັນດາສະຫາຍ, ເພື່ອນມິດທີ່ນັບຖື,

ໃນທ່າມກາງແຫ່ງຄວາມໂສກເສົ້າເສຍດາຍ ຫາອັນປຽບບໍ່ໄດ້ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ພວກເຮົາ ຂໍໃຫ້ຄຳໝັ້ນສັນຍາຕໍ່ດວງວິນຍານຂອງສະຫາຍ ວ່າ: ຈະສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດທີ່ພວກເຮົາຍາດມາໄດ້ນັ້ນ, ໄວ້ຢ່າງໝັ້ນຄົງ ແລະ ຈະສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ພັກ-ລັດ ແລະ ກໍາລັງປະກອບອາວຸດ ກໍຄືຄວາມສາມັກຄີທົ່ວປວງຊົນລາວທັງຊາດ ແລະ ສືບຕໍ່ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ; ເຮັດໃຫ້ອຸດົມການຂອງພັກ ແລະ ຄວາມມຸ່ງຫວັງຂອງປະຊາຊົນທັງຊາດ ກໍຄື ຂອງສະຫາຍເອງ ໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ, ກໍຈະສືບຕໍ່ເບິ່ງແຍງຄອບຄົວ ແລະ ຊ່ວຍເຫຼືອກໍ່ສ້າງລູກຫຼານຂອງສະຫາຍ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາສືບຕໍ່ໄປ.

ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ທີ່ອາໄລຮັກ,

ສະຫາຍ ໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຈະກັບຄືນມາແລ້ວ, ແຕ່ພັກ, ລັດ ແລະ ທົ່ວປວງຊົນລາວທັງຊາດ ຂໍຈົດຈໍາຜົນງານ, ຄຸນງາມຄວາມດີຂອງສະຫາຍ ທີ່ໄດ້ອຸທິດໃຫ້ແກ່ພາລະກິດປະຕິວັດ ຕະຫຼອດໄລຍະເຄື່ອນໄຫວປະຕິວັດ ຂອງສະຫາຍ ໃນ 80 ກວ່າປີທີ່ຜ່ານມານັ້ນ ໄວ້ຢ່າງບໍ່ມີວັນຫຼົງລືມ, ຊື່ສຽງຮຽງນາມ ແລະ ກຽດຕິຄຸນຂອງສະຫາຍ ຈະໄດ້ບັນທຶກໄວ້ໃນປຶ້ມຄຳແຫ່ງໜ້າປະຫວັດສາດຂອງຊາດລາວ ຂອງພວກເຮົາຕະຫຼອດໄປ.

ຂໍໃຫ້ດວງວິນຍານຂອງສະຫາຍ ຈົ່ງໄປສູ່ສຸຄະຕິເທີ້ນ

ພວກເຮົາຂໍອຳລາສະຫາຍເປັນຄັ້ງສຸດທ້າຍ

ຮຽນເຊີນລຸກຂຶ້ນກົ້ມຫົວໄວ້ອາໄລ

ຂໍເຊີນ

(ເຊີນພັກ.... ຂໍຂອບໃຈ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ເພີ່ມເຕີມ