ຄະນະຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ

ຄະນະຝຶກອົບຮົມວຽກຄຸ້ມຄອງສື່ມວນຊົນລາວຢ້ຽມຢາມ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເຖິດ

ຄະນະຝຶກອົບຮົມວຽກຄຸ້ມຄອງສື່ມວນຊົນລາວຢ້ຽມຢາມ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເຖິດ
ຄະນະຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານ ການພິມຈຳໜ່າຍ ແລະ ການຄຸ້ມຄອງການພິມຈຳໜ່າຍ ປຶ້ມທິດສະດີການເມືອງ ແລະ ປຶ້ມຕ່າງໆ ເພື່ອຊອກຮູ້,

ຊອກເຫັນ ແລະ ຄົ້ນຄວ້າກ່ຽວກັບການພິມຈຳໜ່າຍປຶ້ມຕ່າງໆ ຂອງສຳນັກພິມສຳນັກພິມຈຳໜ່າຍການເມືອງແຫ່ງຊາດສຶເຖິດ ໃນວັນທີ 26 ກັນຍາ ນີ້ ໂດຍການຕ້ອນຮັບຂອງ ທ່ານ ຫວູ ຈ້ອງ ເລິ່ມ ເລຂາຄະນະພັກຫົວໜ້າອຳນວຍການບັນນາທິການໃຫຍ່ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເຖິດ ພ້ອມຄະນະ.
ທ່ານ ຫວູ ຈ້ອງ ເລິ່ມ ໄດ້ໃຫ້ຮູ້ວ່າ: ສຳນັກພິມຈຳໜ່າຍການເມືອງແຫ່ງຊາດສຶເຖິດ ຂຶ້ນກັບສູນກາງພັກ ໂດຍລົງເລິກການຄົ້ນຄວ້າ, ດັດແກ້, ພິມຈຳໜ່າຍປຶ້ມກ່ຽວກັບການເມືອງ, ແນວຄິດທິດສະດີຂອງລັດທິມາກ-ເລນິນ, ກາກມາກ, ໂຮ່ຈິມິນ, ກົດໝາຍຂອງລັດ ແລະ ບົດຮຽນທີ່ສຳຄັນຂອງບັນດາປະເທດໃນໂລກ ລວມທັງມູນເຊື້ອ ແລະ ຜົນງານການຮ່ວມມືຂອງຫວຽດນາມ-ລາວ ໂດຍສະເພາະການເຄື່ອນໄຫວວຽກງານ, ແນວທາງນະໂຍບາຍຂອງພັກ ເພື່ອເປັນການໂຄສະນາ ແລະ ຮັບໃຊ້ໜ້າທີ່ການເມືອງ ກໍຄື ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນແຕ່ລະປີ ສຳນັກພິມ ໄດ້ພິມ ແລະ ຈຳໜ່າຍປຶ້ມຊະນິດຕ່າງໆ ຫຼາຍກວ່າ 1.000 ຫົວ ເປັນຕົ້ນ ປຶ້ມການເມືອງ, ທິດສະດີລັດທິມາກ-ເລນິນ ແລະ ອຸດົມການ ໂຮ່ຈິມິນ, ໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍ ແລະ ກົດໝາຍຂອງລັດ ຊຶ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ພັກ-ລັດຖະບານ ກໍຄື ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຍຸກປັດຈຸບັນ, ສຳນັກພິມດັ່ງກ່າວ ໄດ້ມີການຫັນປ່ຽນໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການພິມຈຳໜ່າຍປຶ້ມຊະນິດຕ່າງໆ ຈາກການພິມປຶ້ມແບບເຈ້ຍໄປສູ່ລະບົບດີຈີຕອນ ເປັນປຶ້ມເອເລັກໂຕຣນິກ (e-book) ຊຶ່ງໄດ້ພິມຈຳໜ່າຍແລ້ວຫຼາຍກວ່າ 500 ຊະນິດປຶ້ມ ໂດຍເຜີຍແຜ່ທາງສື່ອອນລາຍ ເປັນຕົ້ນ ເວັບໄຊ, ເຟສບຸກ ແລະ ອື່ນໆ.
ທ່ານ ຫວູ ຈ້ອງ ເລິ່ມ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເຖິດ ແຫ່ງ ສສ ຫວຽດນາມ ໄດ້ມີການຮ່ວມມືກັບ ສຳນັກພິມຈຳໜ່າຍແຫ່ງຊາດລາວ ໃນການເຄື່ອນໄຫວວຽກງານພິມຈຳໜ່າຍ, ຈຳໜ່າຍປຶ້ມ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການພິມຈຳໜ່າຍ ແລະ ປະສົບການໃນຫຼາຍຂົງເຂດຂອງອົງການຈັດຕັ້ງພັກ-ລັດ ເປັນຕົ້ນ ໜັງສືໃບລານ, ການຂຸດຄົ້ນລິຂະສິດ, ການຈັດຕັ້ງພິມຈຳໜ່າຍປຶ້ມ ແລະ ອື່ນໆ. ນອກນີ້, ຍັງໄດ້ຮ່ວມມືກັບກົມພິມຈຳໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ໂຄສະນາອົບຮົມສູນກາງພັກ ຂອງລາວ ຄົ້ນຄວ້າ ກ່ຽວກັບ ທິດສະດີ ແລະ ການເມືອງທີ່ມີຄຸນຄ່າຂອງຫວຽດນາມ ໂດຍສະເພາະ ວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ສັງລວມ ແລະ ປັບປຸງລະບົບກົດໝາຍ, ປະສົບການໃນການພັດທະນາເສດຖະກິດ-ສັງຄົມ ໂດຍແປ ແລະ ເຜີຍແຜ່ເປັນພາສາລາວ ໃຫ້ບັນດາການນຳພັກ, ລັດ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການຈັດຕັ້ງທາງດ້ານການເມືອງ-ສັງຄົມຂອງລາວ ແຕ່ປີ 2018-2023 ໄດ້ຈັດພິມປຶ້ມ 91 ເຫຼັ້ມ, ມີ 99.500 ສະບັບ ທີ່ເປັນພາສາລາວ ມອບໃຫ້ບັນດາການນຳຂອງພັກ, ລັດ, ບັນດາກະຊວງ, ທ້ອງຖິ່ນ, ບັນດາອົງການການເມືອງ ແລະ ສັງຄົມຂອງລາວ. ປັດຈຸບັນ, ສຳນັກພິມຈຳໜ່າຍພວມປະຕິບັດແຜນການຈັດພິມປຶ້ມທີ່ແປໃຫ້ປະເທດລາວ ໃນປີ 2024 ຈຳນວນ 15 ເຫຼັ້ມ, ມີ 19.500 ສະບັບ ແລະ ຄາດວ່າຈຳນວນປຶ້ມດັ່ງກ່າວ ຈະຖືກສົ່ງມາລາວໃນເດືອນທັນວາ 2024 ນີ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ