![]() |
ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນປຶກສາຫາລືໃນການຊຸກຍູ້ບັນດາວຽກງານຂອງສອງຄະນະກຳມະການຮ່ວມມື ກໍຄືສອງກະຊວງການເງິນ ລາວ ແລະ ຫວຽດນາມ ໂດຍໄດ້ຮ່ວມກັນລົງເລິກຕີລາຄາສະພາບການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ລະຫວ່າງສອງປະເທດໃນ 6 ເດືອນຕົ້ນປີ 2026 ເປັນຕົ້ນການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ບໍາລຸງສ້າງວິຊາຊີບ, ດ້ານການຮ່ວມມືເສດຖະກິດ, ການຮ່ວມມືໃນຂົງເຂດອື່ນໆ, ການຊ່ວຍເຫຼືອຂອງຫວຽດນາມໃຫ້ລາວ, ຂໍ້ຄົງຄ້າງ, ຈຳກັດ ແລະ ຂໍ້ຫຍຸ້ງຍາກ. ພ້ອມທັງປຶກສາຫາລືແລກປ່ຽນກ່ຽວກັບການກະກຽມໃຫ້ກອງປະຊຸມກາງໄໝ, ກອງປະຊຸມສອງກະຊວງການເງິນ ໂດຍການເປັນປະທານຂອງສອງລັດຖະມົນຕີກະຊວງການເງິນ ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ທີ່ຈະມາເຖິງ.
ໂອກາດນີ້, ສອງຝ່າຍໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບຜົນການລົງຕິດຕາມຊຸກຍູ້ຝ່າຍດຽວຂອງຝ່າຍລາວ ສໍາລັບບັນດາໂຄງການຊ່ວຍເຫຼືອ ແລະ ໂຄງການລົງທຶນຂອງຫວຽດນາມຢູ່ບັນດາແຂວງພາກເໜືອ ແລະ ບັນດາແຂວງພາກໃຕ້ຂອງລາວ ໃນເດືອນກໍລະກົດ ຜ່ານມາ; ຮັບຟັງລາຍງານກ່ຽວກັບຜົນການເຮັດວຽກຮ່ວມກັນ. ໃນນັ້ນມີ: 1) ການປັບປຸງ 2 ຂໍ້ຕົກລົງລະບຽບການນໍາໃຊ້ທຶນຊ່ວຍເຫຼືອຂອງຫວຽດນາມ; 2) ການກູ້ຢືມທຶນຈໍານວນ 42 ລ້ານໂດລາ ເພື່ອຊຳລະແທນຄືນທະນາຄານ ໃນບ້ວງເງິນທີ່ໄດ້ກູ້ມາຊຳລະຄ່າຮຸ້ນທ່າເຮືອຫວຸງອາງ; 3) ການກະກຽມກອງປະຊຸມກາງສະໄໝ ຂອງສອງຄະນະຮ່ວມມື; 4) ການກະກຽມກອງປະຊຸມຄັ້ງທີ 19 ຂອງຄະນະຊີ້ນໍາແຜນການຮ່ວມມື ລະຫວ່າງສອງກະຊວງການເງິນລາວ-ຫວຽດນາມ.
![]() |
ສອງຝ່າຍ ຍັງໄດ້ມີຄໍາເຫັນຕໍ່ກັບທິດທາງແຜນການຮ່ວມມືໃນໄຕມາດ 2 ກໍຄືບັນດາໜ້າວຽກຈຸສຸມໃນທ້າຍປີ 2026 ກໍຄືທິດທາງ ແລະ ແຜນການຮ່ວມມື ໃນຕໍ່ໜ້າໂດຍສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈຳປີ 2026 ຂອງ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໃຫ້ເປັນຮູບປະທຳ; ສືບຕໍ່ປະສານສົມທົບກັນຊຸກຍູ້ການລົງທຶນຂອງບັນດາວິສາຫະກິດຫວຽດນາມເຂົ້າໃນບັນດາຂະແໜງການ, ຂົງ ເຂດທີ່ລາວມີທ່າແຮງ; ພ້ອມທັງແກ້ໄຂຂໍ້ຫຍຸ້ງຍາກ, ສ້າງເງື່ອນໄຂສະດວກ, ຊ່ວຍເຫຼືອ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍປະຕິບັດບັນດາໂຄງການລົງທຶນ ຂອງບັນດາວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ລາວຕາມການຊີ້ນໍາຂອງຂັ້ນເທິງ. ສືບຕໍ່ຕິດຕາມ, ຊຸກຍູ້ບັນດາໂຄງການນໍາໃຊ້ທຶນຊ່ວຍເຫຼືອຂອງຫວຽດ ນາມໃຫ້ລາວ. ໃນນັ້ນ, ສືບຕໍ່ຊຸກຍູ້ບັນດາໂຄງການທີ່ຄາດຄະເນຈະສໍາເລັດໃນທ້າຍປີ 2026 ນີ້ ເປັນຕົ້ນໂຄງການກໍ່ສ້າງໂຮງໝໍເມືອງວັງວຽງ ພາກຂະຫຍາຍ. ປະສານສົມທົບກັນ ເພື່ອດໍາເນີນກອງປະຊຸມຮ່ວມມືທະວິພາຄີກາງສະໄໝ ປະຈຳປີ 2026 ຂອງສອງຄະນະກຳມະການຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ຄາດຄະເນຈະຈັດຂຶ້ນ ຢູ່ນະຄອນດານັງ ສສ ຫວຽດນາມ ໃນທ້າຍເດືອນ ສິງຫາ 2026 ນີ້. ສ່ວນການປັບປຸງ 2 ຮ່າງເອກະສານລະບຽບການນໍາໃຊ້ທຶນຊ່ວຍເຫຼືອນັ້ນ, ໂດຍພື້ນຖານວິຊາການສອງຝ່າຍປຶກສາຫາລືກັນ ແລະ ເປັນເອກະພາບຕໍ່ກັບການປັບປຸງຮ່າງເອກະສານດັ່ງກ່າວ ຊຶ່ງວິຊາການສອງຝ່າຍ ຍັງຈະສືບຕໍ່ປຶກສາຫາລື ແລະ ປັບປຸງໃຫ້ສົມບູນຕື່ມຕໍ່ໜ້າ; ສະເໜີໃຫ້ວິຊາການສອງຝ່າຍ ສືບຕໍ່ຮ່ວມກັນປຶກສາຫາລືເປັນເອກະພາບ ເພື່ອໃຫ້ສາມາດລົງນາມຮ່ວມກັນໃນກອງປະຊຸມຄັ້ງທີ 49 ລະຫວ່າງສອງລັດຖະບານ ລາວ ແລະ ຫວຽດນາມ ໃນທ້າຍປີ 2026 ຫຼື ຕົ້ນປີ 2027 ທີ່ຈະມາເຖິງ.
(ຂ່າວ-ພາບ: ວັນເພັງ)


ຄໍາເຫັນ