![]() |
ສະຫາຍຟາມນາມຮົງຮອງຫົວໜ້າພະແນກການຕ່າງປະເທດແຂວງລາວກ່າຍໄດ້ຜ່ານລັດຖະດຳລັດຂອງປະທານປະເທດສສຫວຽດນາມເລກທີ521ລົງວັນທີ2ມິຖຸນາ2023ວ່າດ້ວຍການປະດັບຫຼຽນໃຫ້ແກ່ກົມກອງລວມໝູ່ແລະບຸກຄົນທີ່ມີຜົນງານດີເດັ່ນໃນການສ້າງ, ປັບປຸງແລະພັດທະນາສາຍພົວພັນຮ່ວມມືມິດຕະພາບລະຫວ່າງແຂວງອ່ຽນບາຍ (ກ່ອນການໂຮມ) ແລະແຂວງໄຊຍະບູລີ2012-2022, ຜ່ານລັດຖະດຳລັດຂອງປະທານປະເທດສສຫວຽດນາມສະບັບເລກທີ590ລົງວັນທີ2ມິຖຸນາ2023ວ່າດ້ວຍການປະດັບຫຼຽນໃຫ້ແກ່ກົມກອງລວມໝູ່ແລະບຸກຄົນທີ່ມີຜົນງານດີເດັ່ນໃນການສ້າງ, ປັບປຸງແລະພັດທະນາສາຍພົວພັນຮ່ວມມືມິດຕະພາບລະຫວ່າງແຂວງອ່ຽນບາຍ (ກ່ອນການໂຮມ) ແລະແຂວງໄຊຍະບູລີ2012-2022ໃຫ້ສອງພັກ-ສອງລັດແລະປະຊາຊົນສອງຊາດລາວ-ຫວຽດນາມກໍຄືແຂວງໄຊຍະບູລີ - ແຂວງລາວກາຍໄດ້ມີພິທີມອບຫຼຽນໄຊເອກະລາດຊັ້ນII, ຊັ້ນIII, ຫຼຽນໄຊແຮງງານຊັ້ນII ຂອງລັດຖະບານສສຫວຽດນາມໃຫ້ແກ່ແຂວງໄຊຍະບູລີ, ກົມກອງລວມໝູ່, ບຸກຄົນ;ເປັນກຽດປະດັບຫຼຽນໂດຍສະຫາຍຮວາງຢາງຮອງເລຂາພັກແຂວງຜູ້ປະຈໍາການປະທານສະພາປະຊາຊົນແຂວງລາວກ່າຍສສຫວຽດນາມ.
![]() |
ສະຫາຍເພັງນິລັນຄໍາພັນເພັງໄດ້ກ່າວວ່າ: ລາວ-ຫວຽດນາມມີມູນເຊື້ອຄວາມສາມັກຄີຮັກແພງມາແຕ່ບູຮານນະການ, ໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າແລະໃໝ່, ກອງທັບແລະປະຊາຊົນສອງຊາດລາວ-ຫວຽດນາມຍາມໃດກໍຄຽງບ່າ-ຄຽງໄຫຼ່ຮ່ວມຂຸມຄອງສູ້ຮົບຕີຕ້ານສັດຕູໂຕດຽວກັນ, ເລືອດເນື້ອຂອງພະນັກງານ, ນັກຮົບແລະປະຊາຊົນໄດ້ເຈືອຈານເຂົ້າກັນເພື່ອແລກເອົາສັນຕິພາບ, ເອກະລາດແລະຄວາມສົມບູນມາໃຫ້ປະຊາຊົນ.
ຂ່າວ+ພາບ: ຄໍາໝັ້ນ


ຄໍາເຫັນ