![]() |
ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນຕີ ບັນດີ ຄີຍະວົງ, ຫົວໜ້າການທະຫານ, ກອງຮ້ອຍທະຫານຊາຍແດນ 541 ພ້ອມຄະນະ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພັນໂທ ບຸຍ ວັນ ແທັງ ຫົວໜ້າການທະຫານ ຄ້າຍທະຫານຊາຍແດນ 671 ພ້ອມຄະນະ ເຂົ້າຮ່ວມ.
ໂດຍອີງຕາມແຜນການກວດກາລາດຕະເວນຮ່ວມ 2 ຝ່າຍ ລະຫວ່າງກອງບັນຊາການທະຫານແຂວງອັດຕະປື ສ ປ ປ ລາວ ແລະ ກອງບັນຊາການທະຫານແຂວງກວາງຫງາຍ ສ ສ ຫວຽດນາມ ປະຈຳປີ 2026, ໂດຍປະຕິບັດຕາມບົດບັນທຶກ ຄັ້ງວັນທີ 26 ກຸມພາ 2024 ວ່າດ້ວຍ ຈັດຕັ້ງກອງປະຊຸມກວດກາລາດເວນ 2 ຝ່າຍ ລະຫວ່າງກອງຮ້ອຍທະຫານຊາຍແດນ 541 ກອງບັນຊາການທະຫານແຂວງອັດຕະປີ ສ ປ ປ ລາວ ກັບຄ້າຍທະຫານຊາຍແດນແຂວງກອນຕູມ (ສະບັບເກົ່າ) ປັດຈຸບັນປ່ຽນຊື່ມາເປັນ ແຂວງກວາງຫງາຍ ຢູ່ຂອບເຂດຫຼັກໝາຍ 761-763.
ຈຸດປະສົງ ໃນການເຄື່ອນໄຫວກວດກາຫຼັກໝາຍຮ່ວມກັນໃນຄັ້ງນີ້, ສະເເດງເຖິງຄວາມຮັບຜິດຊອບສູງຂອງສອງກຳລັງປ້ອງກັນຊາຍແດນ ຊຶ່ງຍາມໃດກໍ່ໄດ້ເອົາໃຈໃສ່ຮັກສາ ແລະເສີມສ້າງມູນເຊື້ອຄວາມສາມັກຄີອັນດີງາມ ຂອງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານໃຫ້ນັບມື້ນັບດີຂຶ້ນ, ເວົ້າລວມ, ເວົ້າສະເພາະ ກອງບັນຊາການທະຫານແຂວງອັດຕະປື ແລະ ກອງບັນຊາການທະຫານແຂວງກວາງຫງາຍ ໃຫ້ນັບມື້ ນັບກວ້າງຂວາງ ແລະ ເລິກເຊິ່ງ, ສອງຝ່າຍໄດ້ເພີ່ມທະວີແລກປ່ຽນສະພາບ ສົມທົບກັນໃນການຄຸ້ມຄອງ ປ້ອງກັນຊາຍແດນເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆ ທີ່ຈະເກີດຂຶ້ນຕາມຊາຍແດນໃຫ້ທັນເວລາ. ປະຊາຊົນສອງຝ່າຍມີຄວາມສາມັກຄີ ໄປມາຫາສູ່ເຊິ່ງກັນ ແລະ ກັນ. ເຄົາລົບລະບຽບກົດໝາຍຂອບເຂດຊາຍແດນຂອງ 2 ຝ່າຍ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມໝັ້ນຄົງທັງສອງຊາດລາວ-ຫວຽດນາມ.ພາບ: ທະຫານຊາຍເເດນ 541-ຂ່າວ: ສຸກສະໄໝ ທະຫານແຂວງອັດຕະປື

ຄໍາເຫັນ