ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ
ໃນວັນທີ 3 ສິງຫາ ນີ້ ທີ່ສະພາແຫ່ງຊາດ, ສະຫາຍ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ມີຄຳເຫັນໃນໂອກາດລະນຶກວັນເກີດຂອງສະຫາຍ ຟິແດນ ກັສໂຕຣ (Fidel Castro) ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນ ຂອງການປະຕິວັດກູບາ ຄົບຮອບ 100 ປີ (13/8/1926-13/8/2026) ຊຶ່ງສະຫາຍ ຈະເລີນ ເຢຍປາວເຮີ ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ຮ່ວມກັບບັນດາສະຫາຍ ແລະ ເພື່ອນມິດຈາກທົ່ວໂລກ ມີຄຳເຫັນຕໍ່ສະຫາຍ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ.

 

ສຳລັບປະຊາຊົນລາວບັນດາເຜົ່າ ກໍຄືບັນດາປະຊາຊາດທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທຳໃນທົ່ວໂລກ, ສະຫາຍ ຟິແດນ ກັສໂຕຣ ແມ່ນເພື່ອນມິດທີ່ຍິ່ງໃຫຍ່ ແລະ ສັນຍາລັກດີເດັ່ນແຫ່ງການຕໍ່ສູ້ຕ້ານຈັກກະພັດ ເພື່ອປົກປ້ອງເອກະລາດແຫ່ງຊາດ ແລະ ຄວາມກ້າວໜ້າທາງສັງຄົມ; ນັບແຕ່ປີ 1959 ຈົນຮອດວັນທີ່ສິ້ນລົມຫາຍໃຈນັ້ນ, ສະຫາຍ ຟິແດນ ໄດ້ນຳເອົາການປະຕິວັດສັງຄົມນິຍົມຢູ່ກູບາ ກ້າວໄປຂ້າງໜ້າຢ່າງມີໄຊ ໃນທ່າມກາງນະໂຍບາຍຮຸກຮານທາງການທະຫານ, ແຊກແຊງທາງການເມືອງ ແລະ ປິດລ້ອມທາງເສດຖະກິດຢ່າງຕໍ່ເນື່ອງຂອງ 11 ອໍານາດການປົກຄອງຂອງສະຫະລັດ ລວມທັງຄວາມພະຍາຍາມລອບສັງຫານຂອງຈັກກະພັດຫຼາຍກວ່າ 600 ຄັ້ງ.

ມາຮອດປັດຈຸບັນ, ພາຍໃຕ້ການຊີ້ນຳຍຸດທະສາດ ແລະ ອຸດົມການປະຕິວັດອັນໜັກແໜ້ນຂອງສະຫາຍ ຟິແດນ ໃນຕະຫຼອດໄລຍະເກືອບ 6 ທົດສະວັດ, ກູບາສັງຄົມນິຍົມ ຈຶ່ງສາມາດຢືນຢູ່ແຖວໜ້າໃນອາເມລິກາລາຕິນ ທາງດ້ານການສຶກສາ, ສາທາລະນະສຸກ, ປ້ອງກັນຊາດ ແລະ ເຕັກໂນໂລຊີຊີວະພາບ; ສັງຄົມກູບາມີຄວາມສະຫງົບປອດໄພ ແລະ ປະຊາຊົນກູບາມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ຟົດຟື້ນປະຕິວັດຢູ່ອ້ອມຂ້າງພັກກອມມູນິດກູບາ ຢ່າງສະເໝີຕົ້ນສະເໝີປາຍ; ສິ່ງໜຶ່ງອີກທີ່ໜ້າພາກພູມໃຈທີ່ສະຫາຍ ຟິແດນ ກັສໂຕຣ ໄດ້ສ້າງຈິດສຳນຶກອັນໄດ້ກາຍເປັນຫີນສີລາ ແລະ ຫຼັກການທີ່ບໍ່ປ່ຽນແປງຂອງການປະຕິວັດກູບາ ຄືຄວາມສາມັກຄີສາກົນ ! ໂດຍຢຶດໝັ້ນນໍ້າໃຈສາກົນກຳມະຊີບ, ສະຫາຍ ຟິແດນ ໄດ້ເວົ້າຢູ່ສະເໝີວ່າ ພວກເຮົາຕ້ອງແບ່ງປັນສິ່ງທີ່ມີໃຫ້ແກ່ເພື່ອນ ບໍ່ແມ່ນສິ່ງທີ່ເຫຼືອຈາກຄວາມຕ້ອງການ; ຈາກແນວຄິດດັ່ງກ່າວນີ້, ເຖິງແມ່ນວ່າກູບາຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງຢູ່ພາຍໃນປະເທດຂອງຕົນກໍຕາມ ນັບແຕ່ປີ 1963 ເປັນຕົ້ນມາ ສະຫາຍ ຟິແດນ ກັສໂຕຣ ໄດ້ຕັດສິນໃຈສົ່ງແພດ ແລະ ຊ່ຽວຊານດ້ານຕ່າງໆຫຼາຍກວ່າ 5 ແສນຄົນ ໄປປະຕິບັດໜ້າທີ່ສາກົນຢູ່ຫຼາຍກວ່າ 150 ປະເທດໃນທົ່ວໂລກ ແລະ ໃຫ້ທຶນແກ່ຊາວໜຸ່ມຫຼາຍກວ່າ 52 ພັນຄົນ ຈາກ 132 ປະເທດ ມາສຶກສາຢູ່ປະເທດກູບາ, ໃນນີ້ລວມທັງການສົ່ງໜ່ວຍແພດສຸກເສີນໄປຊ່ວຍປະເທດຕ່າງໆ ໃນເວລາເກີດໄພພິບັດທາງທຳມະຊາດ ແລະ ໃນເວລາເກີດໂລກລະບາດທີ່ຮ້າຍແຮງຕ່າງໆ.

ໃນເວທີສາກົນ, ໃນຖານະທີ່ກູບາເປັນປະທານຂະບວນການປະເທດບໍ່ຮ່ວມກຸ່ມເຖິງສອງຄັ້ງ ແລະ ປະທານກຸ່ມປະເທດ 77 ແລະ ຈີນ ສອງຄັ້ງ, ສະຫາຍ ຟິແດນ ກັສໂຕຣ ໄດ້ສະເໜີແນວທາງການທູດທີ່ຊັດເຈນ ແລະ ໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ ແລະ ເພື່ອລະບຽບເສດຖະກິດສາກົນທີ່ເປັນທຳ ໂດຍສະເພາະແມ່ນການປົກປ້ອງຜົນປະໂຫຍດຂອງບັນດາປະເທດກຳລັງພັດທະນາ ບົນພື້ນຖານຂອງຫຼັກ ການກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ!

ຈາກຍຸດທະສາດ ແລະ ວິໄສທັດປະຕິວັດຂອງສະຫາຍ ຟິແດນກັສໂຕຣ, ກູບາໃນປັດຈຸບັນ ຈຶ່ງໄດ້ກາຍ ເປັນຄັນທຸງ ແລະ ຫົວຈັກໃນບັນດາປະເທດອາເມລິກາລາຕິນ ເພື່ອກ້າວໄປສູ່ສັງຄົມທີ່ດີກວ່າເກົ່າທີ່ປາສະຈາກການຄອບງຳຈາກພາຍນອກ.

ກ່ຽວກັບການພົວພັນມິດຕະພາບກັບລາວເຮົາ, ສະຫາຍ ຟິແດນ ກັສໂຕຣ ໄດ້ຊີ້ນຳໃຫ້ສູນກາງພັກ ຈັດຕັ້ງຄະນະກຳມະການ ເພື່ອຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ ໃນປີ 1968 ເພື່ອເປັນກຳລັງໃຈສະໜັບສະໜູນການຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມຣິກາຂອງປະຊາຊົນລາວ. ກ່ອນປີ 1975, ສະຫາຍ ຟິແດນ ກັສໂຕຣ ໄດ້ມີໂອກາດຕ້ອນຮັບ ແລະ ພົບປະກັບສະຫາຍ ພູມີ ວົງວິຈິດ ແລະ ສະຫາຍ ໜູຮັກ ພູມສະຫວັນ ຢູ່ນະຄອນຫຼວງລາຮາວານ ໃນຖານະຄະນະນຳຂອງສູນກາງແນວລາວຮັກຊາດ ແລະ ໄດ້ຈັດສົ່ງທີມແພດຊຸດທຳອິດໄປຊ່ວຍປະຊາຊົນລາວໃນເຂດທີ່ໝັ້ນປະຕິວັດຢູ່ເມືອງວຽງໄຊ ແຂວງຫົວພັນ; ພາຍຫຼັງການສະຖາປະນາ ສປປ ລາວ, ສະຫາຍ ຟິແດນ ກັສໂຕຣ ຍັງໄດ້ມີໂອກາດຕ້ອນຮັບ ແລະ ພົບປະກັບບັນດາຜູ້ນຳຮຸ່ນທຳອິດຂອງພັກປະຊາຊົນປະຕິວັດລາວ ທັງໝົດ 7 ສະຫາຍ ຢູ່ນະຄອນຫຼວງລາຮາວານ ໂດຍສະເພາະແມ່ນການຢ້ຽມຢາມມິດຕະພາບຢູ່ກູບາຂອງ ສະຫາຍ ໄກສອນ ພົມວິຫານ ເມື່ອເດືອນກັນຍາ 1976 ທີ່ຈະຄົບຮອບ 50 ປີ ໃນເດືອນກັນຍານີ້, ອັນນີ້ ແມ່ນຂີດໝາຍທີ່ສໍາຄັນໃນການພົວພັນຖານມິດສະຫາຍອ້າຍນ້ອງ ຊຶ່ງໄດ້ສະແດງອອກໃນຖະແຫຼງການຮ່ວມລະຫວ່າງສອງປະເທດພວກເຮົາ. ບົນຈິດໃຈດັ່ງກ່າວນີ້, ການຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຈິງໃຈ ແມ່ນສຸດທີ່ສຳຄັນ ຊຶ່ງປະຊາຊົນລາວພວກຂ້າພະເຈົ້າຍາມໃດກໍຮູ້ບຸນຄຸນຕໍ່ ສະຫາຍ ຟິແດນກັສໂຕຣ, ຕໍ່ພັກ, ລັດ ແລະ ປະ ຊາຊົນກູບາ.

ໃນໂອກາດຄົບຮອບ 100 ປີ ທີ່ພວກເຮົາພ້ອມກັນລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີທີ່ສະຫາຍ ຟິແດນ ໄດ້ປະໄວ້ເປັນມໍລະດົກອັນລໍ້າຄ່ານີ້, ອີກເທື່ອໜຶ່ງ ໃນນາມປະທານສະມາຄົມມິດຕະພາບ ລາວ-ກູບາ, ພວກເຮົາຈະເຮັດສຸດຄວາມສາມາດເພື່ອສືບຕໍ່ເປັນສ່ວນໜຶ່ງໃນແນວຫຼັງຍຸດທະສາດສຳລັບການສະໜັບສະໜູນການຕໍ່ສູ້ຂອງປະຊາຊົນກູບາທີ່ພິລະອາດຫານ ໃນການປົກປັກຮັກສາປະເທດຊາດສັງຄົມນິ ຍົມ, ຕ້ານການປິດລ້ອມ ແລະ ການລົງໂທດທຸກຮູບແບບຂອງສະຫະລັດ!

ທ້າຍສຸດນີ້, ຂ້າພະເຈົ້າເຊື່ອໝັ້ນຢ່າງແຮງກ້າວ່າ ການປະຕິວັດກູບາພາຍໃຕ້ອຸດົມການທີ່ ສະຫາຍ ຟິແດນ ກັສໂຕຣ ໄດ້ປູກຝັງໄວ້ ຈະສືບຕໍ່ກ້າວໄປຂ້າງໜ້າຢ່າງມີໄຊ!

ແນວຄິດ, ທັດສະນະ ແລະ ອຸດົມການຂອງ ສະຫາຍ ຟິແດນ ກັສໂຕຣ ຍືນຍົງຢູ່ໃນດວງໃຈຂອງພວກເຮົາຕະຫຼອດໄປ!

(ຂ່າວ: ສພຊ)

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ