![]() |
ກິດຈະກໍາຖວາຍທຽນພັນສາເປັນໜຶ່ງໃນກິດຈະກໍາທາງດ້ານສາສະໜາແລະວັດທະນະທໍາທີ່ບໍລິສັດໃຫ້ຄວາມສໍາຄັນແລະດໍາເນີນການຢ່າງຕໍ່ເນື່ອງມາຕັ້ງແຕ່ປີ2012ສະທ້ອນເຖິງຄວາມມຸ່ງໝັ້ນໃນການເປັນສ່ວນໜຶ່ງຂອງຊຸມຊົນ,
![]() |
ຮ່ວມອະນຸລັກແລະສືບທອດປະເພນີອັນດີງາມຂອງຊາວເມືອງຫົງສາໃຫ້ຄົງຢູ່ສູ່ຄົນຮຸ່ນຕໍ່ໄປ
ວັດທີ່ໄດ້ນໍາເຄື່ອງໄປຖວາຍມີຄື: ວັດບ້ານນາແກ່ນຄໍາ, ວັດບ້ານຈໍາປາ, ວັດບ້ານວຽງແກ້ວ, ວັດບ້ານນາປຸ່ງ, ວັດດອນໄຊ, ວັດບ້ານແທ່ນຄໍາ, ວັດບ້ານໂພນສູງ, ວັດບ້ານສີມຸງຄຸນ, ວັດບ້ານຈອມແຈ້ງ, ວັດບ້ານໂພນຈັນ, ວັດບ້ານນາສ້ານ, ວັດບ້ານໂພນໄຊ, ວັດບ້ານຫານ, ວັດບ້ານສີບຸນເຮືອງແລະວັດທົ່ງ
ກິດຈະກໍາໃນຄັ້ງນີ້, ບໍ່ພຽງແຕ່ເປັນການສະແດງອອກເຖິງຄວາມຊັດທາແລະຄວາມເຄົາລົບຕໍ່ພຸດທະສາສະໜາເທົ່ານັ້ນ,
![]() |
ແຕ່ຍັງເປັນອີກໜຶ່ງຄວາມສໍາຄັນໃນການເຊື່ອມໂຍງຄວາມສໍາພັນອັນດີລະຫວ່າງບໍລິສັດ, ວັດແລະຊຸມຊົນສະທ້ອນເຖິງຄວາມເຕີບໃຫຍ່ຄຽງຄູ່ກັນໃນພື້ນຖານຂອງຄວາມເຂົ້າໃຈ, ຄວາມເອື້ອເຟື້ອເພື່ອແຜ່ແລະການມີສ່ວນຮ່ວມໃນການຮັກສາຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນຢ່າງຍືນຍົງພາຍໃຕ້ແນວຄິດ “ໄຟຟ້າຫົງສາຄຽງຄູ່ຊຸມຊົນ”ຢ່າງແທ້ຈິງ. (ຂ່າວ: ໄຟຟ້າຫົງສາ)



ຄໍາເຫັນ