![]() |
ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ພົງສາ ໄດ້ກ່າວວ່າ: ບົດບັນທຶກຮ່ວມມືສະບັບນີ້ເປັນການສືບຕໍ່ ແລະ ພັດທະນາການຮ່ວມມືອັນດີງາມຂອງສອງຝ່າຍທີ່ໄດ້ດໍາເນີນມາຕັ້ງແຕ່ປີ 2011 ໂດຍເນັ້ນໃສ່ການພັດທະນາບຸກຄະລາກອນສື່ມວນຊົນ, ການແລກປ່ຽນປະສົບການ, ການຄົ້ນຄວ້າດ້ານວິຊາການ ແລະ ການຈັດກິດຈະກໍາຮ່ວມກັນ.
ຕາມບົດບັນທຶກສະບັບໃໝ່, ສະຖາບັນສື່ມວນຊົນ ແລະ ໂຄສະນາ ຈະສືບຕໍ່ສະໜັບສະໜູນການບໍາລຸງ ແລະ ກໍ່ສ້າງບຸກຄະລາກອນສື່ມວນຊົນລາວ ຜ່ານການຝຶກອົບຮົມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ເພີ່ມຈໍານວນຊຸດອົບຮົມຜູ້ນໍາພາ ແລະ ຄຸ້ມຄອງສື່ມວນຊົນເປັນ 2 ຊຸດຕໍ່ປີ ພ້ອມທັງຈັດສັນທຶນການສຶກສາໃນລະດັບປະລິນຍາຕີ ແລະ ປະລິນຍາໂທ ດ້ານສື່ມວນຊົນໃຫ້ແກ່ບຸກຄະລາກອນຂອງ ສປປ ລາວ.
ພິທີລົງນາມໃນຄັ້ງນີ້ ນັບເປັນອີກໜຶ່ງຈຸດໝາຍສໍາຄັນໃນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ–ຫວຽດນາມ, ພ້ອມທັງຍົກສູງຄຸນນະພາບການພັດທະນາບຸກຄະລາກອນສື່ມວນຊົນ ເພື່ອຮັບໃຊ້ການພັດທະນາວຽກງານສື່ມວນຊົນຂອງ ສປປ ລາວ ໃນໄລຍະໃໝ່.
ຂ່າວ: ກົມສື່ມວນຊົນ

ຄໍາເຫັນ