ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຍົກລະດັບ ທິດສະດີການເມືອງຂັ້ນຕົ້ນ 

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຍົກລະດັບ ທິດສະດີການເມືອງຂັ້ນຕົ້ນ 
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ I ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດຂຶ້ນໃນວັນທີ 20 ພະຈິກນີ້ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີໃນ ມຽງລາວັນ ຮອງເລຂາຄະນະພັກຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ທ່ານ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ຕາງໜ້າຈາກຫ້ອງການ-ບັນດາກົມ ແລະ ສະມາຊິກພັກ, ພ້ອມດ້ວຍພະນັກງານ-ລັດຖະກອນທີ່ເຂົ້າຮຽນທິດສະດີການເມືອງຂັ້ນຕົ້ນເຂົ້າຮ່ວມທັງໝົດ 47 ທ່ານ, ໃນນັ້ນ, ມີຜູ້ເຂົ້າຮຽນທິດສະດີການເມືອງ ຈໍານວນ 40 ທ່ານຍິງ 20 ທ່ານ.
ເພື່ອເປັນການຍົກລະດັບທາງດ້ານທິດສະດີການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນຂອງຕົນ ໄດ້ມີຄວາມຮູ້, ຄວາມສາມາດໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ມີປະສິດທິຜົນສູງ ແລະ ແນໃສ່ສ້າງຄວາມຮັບຮູ້, ຄວາມເຂົ້າໃຈເປັນເອກະພາບກ່ຽວກັບພື້ນຖານທາງດ້ານທິດສະດີການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ຖືເອົາທິດສະດີການເມືອງເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ. ໂດຍສະເພາະທາງດ້ານທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໄດ້ຮັບການຄົ້ນຄວ້າ, ເຊື່ອມຊຶມເຂົ້າສູ່ວຽກງານຕົວຈິງ ແລະ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຂອງບັນດາກົມ. ພ້ອມນີ້ ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ; ຜ່ານຂໍ້ຕົກລົງ ຂອງຄະນະກວດກາສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານເຂົ້າຮ່ວມຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ1 ລະບົບ 3 ເດືອນ; ຜ່ານແຜນການຈັດຕັ້ງການຮຽນ-ການສອນ ທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ. ສໍາລັບຫຼັກສູດຂອງການຮຽນ-ການສອນຄັ້ງນີ້ ແມ່ນຮຽນຕາມຫຼັກສູດຂອງສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ແລະ ວຽກງານກວດກາຈໍານວນໜຶ່ງຊຶ່ງການຮຽນຊຸດນີ້ມີຢູ່ 7 ກຸ່ມວິຊາ, ລວມມີ 420 ຊົ່ວໂມງ. ໃນນີ້, ຂຽນບົດເກັບກ່ຽວຈົບຂັ້ນ ຄື: ກຸ່ມວິຊາ ມາກ-ເລນິນ ມີ 7 ບົດ; ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ ມີ 9 ບົດ; ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 12 ບົດ; ກຸ່ມວິຊາແນວຄິດ ໄກສອນ ພົມວິຫານ ມີ 5 ບົດ; ກຸ່ມວິຊາທິດສະດີລັດ ແລະ ກົດໝາຍ ມີ 7 ບົດ; ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ ມີ 10 ບົດ. ນອກນັ້ນ, ຍັງມີຫົວຂໍ້ລາຍງານເພີ່ມຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດອີກຈໍານວນໜຶ່ງ.
    ໃນໂອກາດດຽວກັນນີ້ ຄະນະປະທານກອງປະຊຸມຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ພິທີ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານບໍາລຸງກໍ່ສ້າງ ແລະ ຍົກລະດັບທາງດ້ານທິດສະດີການເມືອງໃຫ້ບັນດາສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຊຶ່ງໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມໃນຊຸດຮຽນທິດສະດີການເມືອງຂັ້ນຕົ້ນໃນຄັ້ງນີ້ ໃຫ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ກໍາແໜ້ນບັນດາຫຼັກມູນພື້ນຖານຂອງທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດ ຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ພ້ອມກັນແລກປ່ຽນບົດຮຽນ, ຂໍ້ຂ້ອງໃຈຕ່າງໆ ຈາກຄູ-ອາຈານຜູ້ທີ່ມີປະສົບການສູງ  ແລະ ນັກສໍາມະນາກອນດ້ວຍກັນ ຊຶ່ງຍົກບັນດາທິດສະດີມາສົມທຽບກັບພຶດຕິກໍາຕົວຈິງ ໂດຍສະເພາະແມ່ນບັນຫາທີ່ຕິດພັນກັບວຽກງານກວດກາ ເພື່ອມາເປັນບ່ອນອີງ ແລະ ໝູນໃຊ້ເຂົ້າໃນຂົງເຂດວຽກງານຂອງຕົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ. 
(ຂ່າວ-ພາບ: ຄໍາຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ