![]() |
ການລົງຕິດຕາມຄັ້ງນີ້, ໄດ້ລົງເບິ່ງໜ້າວຽກຕົວຈິງໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າເຫືອງ (ເຂດບ້ານພວນ) 2 ຈຸດ ຄື: ຈຸດທີ 1: ມີຄວາມຍາວທັງໝົດ 590 ແມັດ, ມູນຄ່າການກໍ່ສ້າງ 17 ຕື້ກວ່າກີບ, ຮັບເໝົາກໍ່ສ້າງໂດຍບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງຈໍາກັດ. ປັດຈຸບັນ, ການຈັດຕັ້ງປະຕິບັດໜ້າວຽກມີຄວາມຄືບໜ້າແລ້ວ 87% ແລະ ຈຸດທີ 2 (ຈຸດທີ່ມີຄວາມສ່ຽງ) ການນຳແຂວງ ແລະ ເມືອງ ໄດ້ຕົກລົງອະນຸມັດໃຫ້ ບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງຈໍາກັດ ເປັນຜູ້ຮັບຜິດຊອບ ໃນການປະຕິບັດໜ້າວຽກລອັກຕີນ ເພື່ອປ້ອງກັນການເຈື່ອນໄຫຼໃນໄລຍະຍາວ, ຊຶ່ງມີຄວາມຍາວ 300 ແມັດ.
ໃນໂອກາດນີ້, ທ່ານເລຂາພັກແຂວງ ຍັງໄດ້ໄປຕິດຕາມຄວາມຄືບໜ້າຂອງໂຄງການສ້ອມແປງ ແລະ ຟື້ນຟູເສັ້ນທາງປູຢາງເທດສະບານເມືອງ ຊຶ່ງໂຄງການດັ່ງກ່າວ ມີ 21 ເສັ້ນ, ມີຄວາມຍາວ 8,6 ກິໂລແມັດ, ມູນຄ່າການກໍ່ສ້າງ 21,16 ຕື້ກີບ, ຮັບເໝົາໂດຍ ບໍລິສັດ ສົມວັນຈະເລີນ ກໍ່ສ້າງຂົວ-ທາງ ແລະ ເຄຫະສະຖານ ຈໍາກັດ, ຊຶ່ງມາຮອດປັດຈຸບັນ ແມ່ນປະຕິບັດໄດ້ແລ້ວ 91,5%.
![]() |
ຜ່ານການລົງຕິດຕາມຕົວຈິງ, ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ເນັ້ນໜັກໃຫ້ບໍລິສັດຜູ້ຮັບ ເໝົາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ໃນການກໍ່ສ້າງໃຫ້ໄດ້ມາດຕະຖານເຕັກນິກ, ຮັບປະກັນຄຸນນະພາບ ແລະ ຊຸກຍູ້ໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ.
(ແຫຼ່ງຂ່າວ: ເມືອງແກ່ນທ້າວ)


ຄໍາເຫັນ