ຄະນະນຳກົມສ່ວຍສາອາກອນຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ

ຄະນະນຳກົມສ່ວຍສາອາກອນຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ

ຄະນະນຳກົມສ່ວຍສາອາກອນຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ
ທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ ໃນວັນທີ 20 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມສ່ວຍສາອາກອນປະຈຳແຂວງຫຼວງພະບາງ, ໂດຍມີທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍພະນັກງານ ສ່ວຍສາອາກອນປະຈຳແຂວງ ແລະ ນະຄອນ-ຫຼວງພະບາງໃຫ້ການຕ້ອນຮັບ.
ຄະນະນຳກມສວຍສາອາກອນຊກຍວຽກງານຢແຂວງຫວງພະບາງ - image 1
 

ໃນພິທີ, ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຊຶ່ງຄະນະຮັບ ຜິດຊອບຂອງສ່ວຍສາອາກອນປະຈໍາແຂວງ ໄດ້ລົງເກັບກຳຂໍ້ມູນການຕິດຕັ້ງ ແລະ ເຊື່ອມຕໍ່ໃບເກັບເງິນຂາຍສິນ ຄ້າ ແລະ ການບໍລິການອີແທັກອິນວອຍ (E-Tax Invoice), ໃນໄລຍະທີ 1 ມີແຜນຕິດຕັ້ງຈໍານວນ 716 ຫົວໜ່ວຍ, ໃນນີ້ຂັ້ນແຂວງຄຸ້ມຄອງລວມມີໂຮງແຮມ-ລີສອດຈໍານວນ 165 ຫົວໜ່ວຍ ແລະ ຂັ້ນນະຄອນ-ຫຼວງພະບາງຄຸ້ມຄອງ 551 ຫົວໜ່ວຍ ລວມມີເຮືອນພັກ, ຮ້ານອາຫານ, ຮ້ານບັນເທິງ, ຮ້ານກາເຟ, ຮ້ານສະດວກຊື້, ຕົວແທນຂາຍເບຍ ແລະ ອື່ນໆ. ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດວັນທີ 19 ພຶດສະພາ 2026, ຕິດຕັ້ງສໍາເລັດ 496 ຫົວໜ່ວຍ, ນໍາໃຊ້ປົກກະຕິ 94 ຫົວໜ່ວຍ, ນໍາໃຊ້ບໍ່ປົກກະຕິ 107 ຫົວໜ່ວຍ, ບໍ່ນໍາໃຊ້ 295 ຫົວໜ່ວຍ.

ຜ່ານການປະຕິບັດເຫັນວ່າ: ຄະນະນໍາຈາກສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ໃນການຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຂອງຄະນະຮັບຜິດຊອບຕາມຂໍ້ຕົກລົງຢ່າງໃກ້ສິດຕິດແທດ ແລະ ເປັນປະຈຳ; ພະນັກງານສ່ວຍສາອາກອນ ແລະ ບໍລິສັດຜູ້ພັດທະນາ ໄດ້ເອົາໃຈໃສ່ໃນການລົງຕິດຕາມ-ເກັບກຳຂໍ້ມູນ, ຕິດຕັ້ງເຄື່ອງພິມຕາມແຜນການທີ່ກຳນົດໄວ້; ຫົວໜ່ວຍທຸລະກິດສ່ວນຫຼາຍແມ່ນເຫັນດີ ແລະ ເອກະພາບ ຕໍ່ກັບການປະຕິຮູບລະບົບໃບເກັບເງິນ, ຫັນເຂົ້າສູ່ລະບົບ ອມພ, ນໍ້າໃຊ້ໃບເກັບເງິນທີ່ສ່ວຍສາອາກອນກຳນົດ; ແຕ່ມີຫົວໜ່ວຍທຸລະກິດຈໍານວນໜຶ່ງສະຕິຕື່ນຕົວຍັງບໍ່ທັນສູງ ບໍ່ເປັນເຈົ້າການ ບໍ່ຍອມຮັບໃນການຕິດຕັ້ງ ແລະ ບໍ່ຍອມນໍາໃຊ້ໃບເກັບເງິນທີ່ສ່ວຍສາອາກອນກຳນົດ; ການເຊື່ອມຕໍ່ລະບົບເກົ່າ ແລະ ລະບົບໃໝ່ຍັງມີຫຼາຍຂຶ້ນຕອນ ແລະ ບັນຫາອື່ນໆ.

ໂອກາດນີ້, ທ່ານ ອານຸວົງ ບົວພັນ ໄດ້ນັ້ນໃຫ້ຄະນະນຳພະແນກການເງິນ ສຸມໃສ່ການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ-ເມືອງ ແລະ ນະຄອນ-ຫຼວງພະບາງຄັດເລືອກຫົວໜ່ວຍທຸລະກິດເປົ້າໝາຍຕິດຕັ້ງລະບົບ ຂອງສ່ວຍສາອາກອນ, ແບ່ງຈຸ ເພື່ອຄຸ້ມຄອງຫົວໜ່ວຍເປົ້າໝາຍທຸລະກິດທີ່ໄດ້ມີການຄັດເລືອກ ເພື່ອແບ່ງຄວາມຮັບຜິດຊອບຈາກຄະນະຂັ້ນແຂວງ-ເມືອງ-ນະຄອນ; ຝຶກອົບຮົມວຽກງານການຄຸ້ມຄອງລະບົບຄຸ້ມຄອງໃບເກັບເງິນແບບເອເລັກໂຕຣນິກ (E-Tax Invoice) ໃຫ້ເຈົ້າໜ້າທີ່ສ່ວຍສາອາກອນປະຈໍາແຂວງ/ເມືອງ-ນະຄອນ-ຫຼວງພະບາງ ພ້ອມກັນກວດກາການນຳໃຊ້ລະບົບໃຫ້ທົ່ວເຖິງ. ການເຄື່ອນໄຫວຄັ້ງນີ້, ທ່ານ ອານຸວົງ ບົວພັນ ໄດ້ໄປກວດກາການນຳໃຊ້ລະບົບຢູ່ບາງຫົວໜ່ວຍທຸລະກິດຕື່ມອີກ. ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບການນຳພາ-ຊີ້ນຳຮອບດ້ານ ຂອງຄະນະພັກ-ຄະນະບັນຊາໃນການປະຕິບັດມະຕິ, ແຜນດໍາເນີນງານຂອງຄະນະພັກ, ແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວວຽກງານວິຊາສະເພາະ ໃນວັນທີ 11 ມິຖຸນານີ້, ໃຫ້ກຽດເປັນປະທານໂດຍ ສະຫາຍ ພົຕ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025 ໂດຍໄດ້ຮັບການສະໜັບສະໜູນຈາກ ຄະນະຊີ້ນຳລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນເມື່ອວັນທີ 10 ມິຖຸນາຜ່ານມາ, ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວາດສະໜາ ຈັນທະນະສິນ ເລຂາຄະນະພັກຮາກຖານ ຄສບ ຫົວໜ້າຄະນະວິຊາ ຄສບ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ພ້ອມດ້ວຍຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຄະນະໂຄສະນາອົບຮົມແຂວງຈຳປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດຊຸດຝຶກອົບຮົມວຽກງານເກັບກຳ, ສະພາບແນວຄິດຫາງສຽງ-ສັງຄົມ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນເມືອງປາກຊ່ອງ ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ປາກ​ຊ່ອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ, ມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ຂັ້ນເມືອງ, ຫົວໜ້າຄະນະຈັດຕັ້ງເມືອງປາກຊ່ອງ, ມີ​ພະ​ນັກ​ງານ​ຈາກ​ບັນ​ດາ​ກົມ​ກອງ​ອ້ອມ​ຂ້າງ​ເມືອງ​ປາກ​ຊ່ອງ​ເຂົ້າ​ຮ່ວມ.
ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ ເຮັດວຽກ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງຈຳກັດ ໃນ​ວັນ​ທີ 9 ມິ​ຖຸ​ນາ​ຜ່ານ​ມາ ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະ ພະນັກງານພາຍໃນໂຮງງານ.
ປະທານສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ

ປະທານສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ

ໃນວັນທີ 10 ມິຖຸນານີ້ ທີ່ວັດໂພທາຣາມ ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ລົງພື້ນທີ່ຕົວຈິງ ເພື່ອພົບປະຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ພາຍຸໝາກເຫັບ ທີ່ພັດຖະຫຼົ່ມໃນໄລຍະຜ່ານມາ ຊຶ່ງການລົງພື້ນທີ່ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ມີຄະນະນຳຂັ້ນສູງຈາກສະພາແຫ່ງຊາດ ອຳນາດການປົກຄອງນະຄອນຫຼວງວຽງຈັນ ຄະນະກຳມະການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສສຊ-ສປນວ ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ

ສສຊ-ສປນວ ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ

ໃນວັນທີ 10 ມິຖຸນານີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສະພາປະຊາຊົນນະຄອນຫຼວງວຽງຈັນ ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X (ສສຊ) ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V (ສປນວ) ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໃຫ້ການຕ້ອນຮັບຂອງທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ບຸນມີ ໄຊຍະວົງ ປະທານຄະນະກໍາມະການປົກຄອງເມືອງສີໂຄດຕະບອງ ມີບັນດາສະມາຊິກສະພາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງ ວທ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງ ວທ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດພິທີປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ໃນວັນທີ 10 ມິຖຸນານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການປາຖະກະຖາຂອງທ່ານ ພົນຈັດຕະວາ ສຸລິນພອນ ຄໍາພະຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ​ ພະຂັນໄຊ ສີຂັນໄຊ ຫົວໜ້າກົມຈັດຕັ້ງພະນັກງານ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ປາຖະກະຖາ 3 ວັນປະຫວັດສາດ

ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ປາຖະກະຖາ 3 ວັນປະຫວັດສາດ

ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີຂຶ້ນໃນວັນທີ 9 ມິຖຸນາ ຜ່ານມາ, ໃຫ້ກຽດປາຖະກະຖາໂດຍສະຫາຍ ພົຈວ ອຸດົມ ສີສົງຄາມ ຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ສະຫາຍ ພົຈວ ພູທອນ ພົນໂພສີລາຫົງ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຫົວໜ້າກົມ-ຮອງກົມ ພ້ອມດ້ວຍນາຍຕໍາຫຼວດເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຕິດຕາມໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊ

ການນຳແຂວງຫຼວງພະບາງ ຕິດຕາມໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊ

ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ຕິດຕາມຄວາມຄືບໜ້າ ຂອງໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼາຍແຫ່ງ, ເຊິ່ງ ທ່ານ ຄໍາກ້ຽງ ຈົ່ງຮົ່ວຖໍ່ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະາປະຊາຊົນແຂວງ ປະຈໍາເມືອງໂພນໄຊ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊປະກອບມີ ໂຄງການກໍ່ສ້າງ ໂຮງໝໍເມືອງ, ໂຄງການກໍ່ສ້າງສຳນັກງານຫ້ອງວ່າການເມືອງ ແລະ ສະຖານທີ່ຈັດງານບຸນຊ່ວງເຮືອປະຈຳປີ, ເຊິ່ງການລົງຕິດຕາມໃນຄັ້ງນີ້ ເປັນການກວດກາ ແລະ ຊຸກຍູ້ໃຫ້ການກໍ່ສ້າງ ດຳເນີນໄປຢ່າງມີປະສິດທິພາບ ຕາມແຜນການທີ່ວາງໄວ້.
ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025

ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025

ທະນາຄານສົ່ງເສີມກະສິກຳ ຈຳກັດ (APB) ຈັດກອງປະຊຸມສະຫຼຸບຜົນການດໍາເນີນທຸລະກິດປະຈໍາປີ 2025 ແລະ ວາງທິດທາງປີ 2026 ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັດ ເສນາພວນ ປະທານສະພາບໍລິຫານ APB, ໂດຍມີຄະນະກໍາມະການສະພາບໍລິ ຫານ, ຄະນະອຳນວຍການ, ຜູ້ຈັດການຝ່າຍ, ຄະນະພະແນກ, ຄະນະສາຂາ, ຄະນະຂະແໜງເຂົ້າຮ່ວມ.
ເພີ່ມເຕີມ