ທ່ານ ສົມມາດ ພົນເສນາ ໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ເອົາໃຈໃສ່ແກ້ໄຂຫຼາຍບັນຫາສຳຄັນ ເປັນຕົ້ນ ໃຫ້ສືບຕໍ່ປະຕິບັດຄາດໝາຍ ທີ່ຕິດພັນກັບການແກ້ໄຂຄວາມຫຍຸ້ງດ້ານເສດຖະກິດ-ການເງິນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ, ຄວາມຍຸຕິທຳຂອງສັງຄົມ ໂດຍສະເພາະ ການປະຕິບັດກົດໝາຍໃຫ້ມີຜົນສັກສິດ ເປັນຕົ້ນ ການປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ຫຼາຍຂຶ້ນ.
ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂບາງຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ ທີ່ເຫັນວ່າມີຄວາມຄືບໜ້າຊ້າ ແລະ ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ການເຕີບໂຕຂອງເສດຖະກິດ ເຖິງວ່າລວມຍອດຜະລິດຕະພັນພາຍໃນ ໄດ້ຕາມແຜນການກໍຕາມ, ແຕ່ລາຍໄດ້ສະເລ່ຍຕໍ່ຫົວຄົນ ໄລຍະ 5 ປີ ໄດ້ພຽງ 2,085 ໂດລາຕໍ່ຫົວຄົນ (ມະຕິສະພາ 2,880 ໂດລາຕໍ່ຄົນຕໍ່ປີ), ເນື່ອງຈາກການອ່ອນຄ່າຂອງເງິນກີບ; ການຫັນປ່ຽນໂຄງປະກອບເສດຖະກິດ ເຫັນວ່າ ຍັງບໍ່ໄດ້ຕາມແຜນ ເປັນຕົ້ນ ຂະແໜງບໍລິການ ເຕີບໂຕພຽງ 4.52% (ມະຕິສະພາ 6%), ກວມ 36.10% ຂອງຈີດີພີ (ມະຕິສະພາ 40.7%); ການຜະລິດໃນຂະແໜງກະສິກຳ ແລະ ອຸດສາຫະກຳ ຍັງມີຂະບວນການປຸງແຕ່ງໜ້ອຍ ເຮັດໃຫ້ອັດຕາສ່ວນມູນຄ່າເພີ່ມຈາກການຜະລິດຍັງຕໍ່າ, ປະສິດທິພາບ, ປະສິດທິຜົນ ແລະ ຄຸນນະພາບຍັງບໍ່ທັນສູງ, ບໍ່ທັນຮັບປະກັນການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ.
ພ້ອມນີ້, ຍັງໄດ້ສະເໜີໃຫ້ແກ້ໄຂການຈັດຕັ້ງປະຕິບັດແຜນເງິນຕາ ເນື່ອງຈາກວ່າ ການປະຕິບັດມາດຕະການແກ້ໄຂເງິນເຟີ້ ບໍ່ທັນມີການປະສານສົມທົບຢ່າງເປັນລະບົບ ກັບຂະແໜງການກ່ຽວຂ້ອງເທົ່າທີ່ຄວນ ໂດຍສະເພາະ ກັບຂະແໜງການຜະລິດ, ຂະແໜງການຄ້າ ແລະ ມາດຕະການດ້ານຈິດຕະສາດສັງຄົມ; ການຄຸ້ມຄອງເງິນຕາ ຍັງບໍ່ທັນປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ເປັນຕົ້ນ ການນໍາໃຊ້ເງິນກີບ, ການນໍາເຂົ້າເງິນຕາຕ່າງປະເທດ ຈາກການນໍາເຂົ້າ-ສົ່ງອອກ ແລະ ການລົງທຶນ. ພ້ອມນັ້ນ, ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ເປັນຕົ້ນ ແຮ່ທາດ ເຫັນວ່າຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ ແລະ ສົ່ງຜົນກະທົບທາງລົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ເຖິງວ່າລັດຖະບານ ຍັງມີຄວາມພະຍາຍາມແກ້ໄຂ, ແຕ່ກໍຍັງມີຫຼາຍບັນຫາທີ່ຍັງຄົງຄ້າງ ແລະ ອື່ນໆ.
ຕໍ່ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນການປະ ຈໍາປີ 2026. ຕໍ່ແຜນການປະຈໍາປີ 2026 ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026, ເປັນປີທໍາອິດໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນການ ດັ່ງກ່າວ, ສະເໜີບາງທັດສະນະ ດັ່ງນີ້:1. ຕໍ່ກັບເນື້ອໃນຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026, ຄວນກໍານົດ ບາງເປົ້າໝາຍໃຫຍ່ ເຂົ້າໃນແຜນການດັ່ງກ່າວ ເປັນຕົ້ນຄາດໝາຍເສດຖະກິດມະຫາພາກ ໂດຍສະເພາະການເຕີບໂຕເສດຖະກິດ (GDP) ໃຫ້ຂະຫຍາຍຕົວ 5.5% ຂຶ້ນໄປ, ລາຍຮັບ GDP ສະເລ່ຍຕໍ່ຫົວຄົນ 2,238 ໂດລາ ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ປະມານ 2,100 ໂດລາ, ຫັນປ່ຽນໂຄງປະກອບເສດຖະກິດ ໄປສູ່ຂະແໜງການທີ່ມີທ່າແຮງ ເປັນຕົ້ນ ຂະແໜງບໍລິການ, ກະສິກຳ ແລະ ອຸດສະຫະກຳປຸງແຕ່ງ, ກຳນົດໂຄງການບູລິມະສິດຂອງການພັດທະນາທີ່ມີທ່າແຮງ, ເໝາະສົມກັບສະພາບຕົວຈິງຂອງປະເທດເຮົາ ເພື່ອຂັບເຄື່ອນການເຕີບໂຕເສດຖະກິດ.
ທ່ານຮອງປະທານສະພາແຫ່ງຊາດກ່າວອີກວ່າ: ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ເອົາໃຈໃສ່ການສ້າງແຜນງົບປະມານ ທີ່ມີຕົວຊີ້ບອກລັກສະນະບຸກທະລຸ ຮັບປະກັນການສ້າງຄວາມເຂັ້ມແຂງໃຫ້ງົບປະມານ ແຫ່ງລັດ ເປັນຕົ້ນ: ເກັບລາຍຮັບ ຕາມທ່າແຮງບົ່ມຊ້ອນຕົວຈິງທີ່ມີ ແລະ ຖານລາຍຮັບໃໝ່ໃຫ້ຄົບຖ້ວນ ໃຫ້ບັນລຸໄດ້ 83,600 ຕື້ກີບ ຫຼື ເທົ່າກັບ 20.13% ຂອງ GDP; ປະຕິບັດລາຍຈ່າຍ ປະມານ 81,400 ຕື້ກີບ ຫຼື ເທົ່າກັບ 19.60% ຂອງ GDP ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງແຜນການລົງທຶນຂອງລັດ ແລະ ຮັບປະກັນການຊຳລະໜີ້ສິນ ພາຍໃນ ແລະ ຕ່າງປະເທດ; ຮັບປະກັນແຫຼ່ງດຸ່ນດ່ຽງງົບປະມານ ທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ ໃຫ້ມີລາຍຮັບເກີນດູນ 2,200 ຕື້ກີບ ເທົ່າກັບ 0.53% GDP;ແຜນເງິນຕາ ທີ່ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ເຮັດໃຫ້ອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 5% (ເໜັງຕີງ ± 2%), ຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 5 ເດືອນ ຂຶ້ນໄປ, ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຢູ່ໃນລະດັບ ບໍ່ເກີນ 3%;ແຜນການຄ້າ ພາຍໃນ ແລະ ຕ່າງປະເທດ ໃຫ້ຕິດພັນກັບແຜນການສົ່ງເສີມການຜະລິດ ແລະ ການລົງທຶນພາຍໃນ, ສູ້ຊົນມູນຄ່າການຄ້າຕ່າງປະເທດ ໃຫ້ໄດ້ 22,887 ລ້ານໂດລາ, ໃຫ້ການຄ້າເກີນດຸນ 2,621 ລ້ານໂດລາ.
ສຳລັບແຜນການລົງທຶນເພື່ອການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການສົ່ງເສີມການເຂົ້າຮ່ວມຂອງທຸກພາກສ່ວນເສດຖະກິດ, ມີການປະສານສົມທົບ ແລະ ກົມກຽວກັນຢ່າງເປັນລະບົບ ເປັນຕົ້ນການລົງທຶນຂອງລັດ, ການສົ່ງເສີມການລົງທຶນເອກະຊົນ, ພາຍໃນ ແລະ ຕ່າງປະເທດ, ການລົງທຶນຈາກສັງຄົມ, ໃຫ້ບັນລຸຄວາມຕ້ອງການທຶນລວມທັງໝົດ 92,250 ຕື້ກີບ ເທົ່າກັບ 22% ຂອງ GDP;ແຜນພັດທະນາຂະແໜງການວັດທະນະທໍາ-ສັງຄົມ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ການບໍລິຫານລັດ ໃຫ້ເປັນແຜນການທີ່ມີສ່ວນຮ່ວມ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ປະເທດຊາດ ໃຫ້ໄດ້ຫຼາຍຂຶ້ນ;ກໍານົດມາດຕະການຈັດຕັ້ງປະຕິບັດ ທີ່ຈະແຈ້ງ, ຊັດເຈນ ແລະ ເປັນຮູບປະທຳ.
ຕໍ່ກັບຂໍ້ສະເໜີຂອງລັດຖະບານ ທີ່ ທ່ານ ນາຍົກລັດຖະມົນຕີ ໄດ້ມີ 3 ຂໍ້ສະເໜີ ດັ່ງນີ້:1. ຂໍອະນຸມັດດ້ານຫຼັກການ ໃຫ້ລັດຖະບານ ປັບປຸງດັດສະນີເງິນເດືອນ, ເງິນນະໂຍບາຍ ແລະ ເງິນອຸດໜູນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູ ແລະ ພະນັກງານບຳນານ ເພື່ອຈະເລີ່ມຈັດຕັ້ງ ປະຕິບັດໃນເດືອນ 1 ປີ 2026.
2. ຂໍການພິຈາລະນາອະນຸມັດດ້ານຫຼັກການໃນການດັດແກ້ງົບປະມານ ປີ 2025, ຊຶ່ງລັດຖະບານ ໄດ້ສະເໜີເຖິງສະພາແຫ່ງຊາດແລ້ວ.ຕໍ່ 2 ຂໍ້ສະເໜີຂ້າງເທິງນັ້ນ, ຄະນະປະຈຳສະພາແຫ່ງຊາດ ເຫັນດີໂດຍພື້ນຖານ ແຕ່ລາຍລະອຽດໃຫ້ສືບຕໍ່ຄົ້ນຄວ້າ ແລະ ມີຄໍາເຫັນໃນກອງປະຊຸມຄັ້ງນີ້.
3. ສະເໜີບໍ່ລະບຸ 6 ຄາດໝາຍ ດ້ານເງິນຕາ (ອັດຕາແລກປ່ຽນ, ປະລິມານເງິນ M2, ຍອດເຫຼືອເງິນຝາກ, ຍອດເຫຼືອສິນເຊື່ອ, ລາຍຮັບເງິນຕາຈາກການສົ່ງອອກ, ສ້າງຕະຫຼາດທຶນໃຫ້ມີຄວາມເຂັ້ມແຂງ) ເຂົ້າໃນມະຕິຂອງສະພາແຫ່ງຊາດ, ເນື່ອງຈາກໃນຫຼັກວິຊາການ ເຫັນວ່າ ການກຳນົດຫຼາຍຕົວຊີ້ວັດ ອາດບໍ່ຄ່ອງຕົວ ແລະ ບໍ່ມີປະສິດທິຜົນເທົ່າທີ່ຄວນ.ຕໍ່ຂໍ້ສະເໜີດັ່ງກ່າວ ໃນໄລຍະຜ່ານມາ ໄດ້ກຳນົດທັງໝົດ 9 ຄາດໝາຍດ້ານເງິນຕາໃນມະຕິກອງປະຊຸມສະພາແຫ່ງຊາດ.
ຂ່າວ:ບຸນຕອມ.
ຄໍາເຫັນ