ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ
ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ (ສປສສ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດ ແລະ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ເພື່ີອເຮັດໃຫ້ແຜນການຕໍ່ໜ້າຂອງ ສປສສ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ.

 

ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ຄະນະປະຈໍາສະພາແຫ່ງຊາດ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ສປສສ ທີ່ໄດ້ມີຄວາມພະຍາຍາມນໍາພາ-ຊີ້ນໍາ ສານປະຊາຊົນແຕ່ລະຂັ້ນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ປະຈໍາປີ 2025 ຂອງສານປະຊາຊົນສູງສຸດ ດ້ວຍຄວາມເປັນເຈົ້າການ ແລະ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ການພັດທະນາແບບແຜນ ແລະ ກົນໄກການດໍາເນີນຄະດີ; ການສ້າງ, ພັດທະນາບຸກຄະລາກອນ, ການແຕ່ງຕັ້ງ, ບັນຈຸສັບຊ້ອນໄດ້ມີຄຸນນະພາບດີຂຶ້ນ; ລະບົບການຈັດຕັ້ງໄດ້ຮັບການພັດທະນາຫຍັບເຂົ້າຫາປະຊາຊົນ, ສໍາເລັດການສ້າງຕັ້ງສານປົກຄອງ; ການຕັດສິນ, ພິພາກສາຄະດີມີຄວາມໂປ່ງໃສ, ວ່ອງໄວ, ຖືກຕ້ອງແລະມີຄວາມຍຸຕິທໍາດີຂຶ້ນຕາມລໍາດັບ; ກົດໝາຍແລະນິຕິກໍາໃຕ້ກົດໝາຍທີ່ພົວພັນກັບການຈັດຕັ້ງແລະການເຄື່ອນໄຫວຂອງສານປະຊາຊົນໄດ້ຮັບການສ້າງແລະປັບປຸງໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມເຮັດໃຫ້ການເຄື່ອນໄຫວວຽກງານຂອງສານປະຊາຊົນແຕ່ລະຂັ້ນມີຄວາມໜັກແໜ້ນແລະເຂັ້ມແຂງຂຶ້ນ.

ສຳລັບ, ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2025ຄະນະປະຈໍາສະພາແຫ່ງຊາດເຫັນວ່າສປສສ ໄດ້ເອົາໃຈໃສ່ແລະເປັນເຈົ້າການປະຕິບັດເນື້ອໃນຄາດໝາຍທີ່ກໍານົດໄວ້ໃນມະຕິສະບັບເລກທີ 141/ສພຊ, ລົງວັນທີ 11 ທັນວາ 2024 ມີຜົນສໍາເລັດເປັນຕົ້ນການສ້າງຕັ້ງສານປະຊາຊົນເຂດ 2 ແຂວງອັດຕະປື, ບຸກຄະລາກອນໄດ້ຮັບການແຕ່ງຕັ້ງເປັນຜູ້ພິພາກສາຫຼາຍຂຶ້ນ; ການຕິດຕາມກວດກາ, ຊຸກຍູ້ການດໍາເນີນຄະດີຂອງສານປະຊາຊົນທ້ອງຖິ່ນໄດ້ມີຄວາມວ່ອງໄວແລະສອດຄ່ອງກັບກົດໝາຍ; ການສ້າງແລະປັບປຸງນິຕິກໍາເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຂອງສານໂດຍສະເພາະແມ່ນກົນໄກການຄົ້ນຄວ້າຄໍາຮ້ອງແລະການພິຈາລະນາຮື້ຟື້ນຄະດີຕາມກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງສະບັບປັບປຸງປີ 2024 ໄດ້ມີການຫັນປ່ຽນທີ່ຕັ້ງໜ້າ.

ຄຽງຄູ່ກັບດ້ານດີ ແລະ ຜົນສໍາເລັດດັ່ງກ່າວ, ຄະນະປະຈໍາສະພາແຫ່ງຊາດ ສັງເກດເຫັນວ່າ ການຈັດຕັ້ງປະຕິບັດແຜນການ 5 ປີ ຜ່ານມາ ແລະ ວຽກງານປະຈໍາປີ 2025 ຂອງ ສປສສ ຍັງມີບາງດ້ານ ບໍ່ທັນບັນລຸຕາມແຜນການທີ່ກໍານົດໄວ້ ແລະ ຄວນສືບຕໍ່ເອົາໃຈໃສ່. ຄະນະປະຈໍາສະພາແຫ່ງຊາດເຫັນດີເປັນເອກະພາບໂດຍພຶ້ນຖານຕໍ່ທິດທາງແຜນການ 5 ປີ (2026- 2030) ຊຶ່ງໄດ້ກໍານົດ 5 ແຜນງານ 23 ໂຄງການ 77 ກິດຈະກໍາທີ່ຈະນໍາສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີX ແຕ່ສະເໜີໃຫ້ ສປສສ ກວດກາຄືນແຜນງານ, ໂຄງການແລະກິດຈະກໍາທີ່ໄດ້ກໍານົດຢູ່ໃນແຜນ 5 ປີຜ່ານມາໂດຍສະເພາະວຽກທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ແລະຍັງມີຈັກວຽກ, ຈັກຄາດໝາຍທີ່ຈະສືບຕໍ່ປະຕິບັດເພື່ອເປັນບ່ອນອີງໃຫ້ແກ່ການກໍານົດທິດທາງແຜນການໃນ 5 ປີຕໍ່ໜ້າໃຫ້ມີຄວາມຖືກຕ້ອງທັງໃຫ້ສອດຄ່ອງແລະເຊື່ອມສານເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີX ແລະເປັນແຜນການທີ່ສາມາດປະຕິບັດໄດ້ຕົວຈິງ;ສໍາລັບທິດທາງແຜນການວຽກງານຈຸດສຸມປີ 2026 ຄະນະປະຈໍາສະພາແຫ່ງຊາດຂໍສະແດງຄວາມເຊີຍແລະເປັນເອກະພາບຕໍ່ການກໍານົດຄືດັ່ງກ່າວເພາະເປັນປີທໍາອິດຂອງການຈັດຕັ້ງປະຕິບັດປະຕິບັດແຜນ 5 ປີ (2026-2030) ແຕ່ເພື່ອເຮັດໃຫ້ທິດທາງແຜນການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດຄະນະປະຈໍາສະພາແຫ່ງຊາດສະເໜີ 6 ຄໍາຄິດເຫັນດັ່ງນີ້:

1). ໃຫ້ເປັນເຈົ້າການຜັນຂະຫຍາຍແລະນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີV ຂອງອົງຄະນະພັກສານປະຊາຊົນສູງສຸດ, ມະຕິກອງປະຊຸມສະພາແຫ່ງຊາດຊຸດທີX ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີX ໃຫ້ມີປະສິດທິພາບແລະປະສິດທິຜົນ;

2). ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ຈັນຍາບັນ, ຈັນຍາທໍາໃຫ້ແກ່ຜູ້ພິພາກສາ, ພະນັກງານ-ລັດຖະກອນຂອງສານປະຊາຊົນຕິດພັນກັບການບໍາລຸງ, ຍົກລະດັບດ້ານວິຊາສະເພາະ, ຄວາມຮູ້ຄວາມສາມາດ, ທັກສະໃນການຄົ້ນຄວ້າຄະດີກໍຄືຄວາມເປັນແບບຢ່າງໃນການເຄົາລົບແລະປະຕິບັດກົດໝາຍຢ່າງເຂັ້ມງວດເພື່ອຮັບປະກັນໃຫ້ການປະຕິບັດພາລະບົດບາດ, ສິດແລະໜ້າທີ່ຂອງສານປະຊາຊົນແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນແລະເຂັ້ມແຂງ, ສາມາດປະຕິບັດໜ້າທີ່ຕາມກົດໝາຍກໍານົດໄວ້ພ້ອມທັງເອົາໃຈໃສ່ຕິດຕາມກວດກາປະເມີນເພຶ່ອເລືອກເຟັ້ນໃຫ້ໄດ້ຜູ້ພິພາກສາດີ-ເກັ່ງຕອບສະໜອງກັບໜ້າທີ່ການເມືອງໃນໄລຍະໃໝ່;

3). ສຸມໃສ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນແຕ່ລະຂັ້ນໃຫ້ເປັນລະບົບ, ເໝາະສົມແລະສອດຄ່ອງກັບການປັບປຸງອົງການປົກຄອງຖິ່ນຕາມລັດຖະທໍາມະນູນສະບັບປີ 2025 ເພື່ອສ້າງເງື່ອນໄຂແລະອໍານວຍຄວາມສະດວກການເຂົ້າເຖິງຂະບວນຍຸຕິທໍາຂອງປະຊາຊົນໃຫ້ຫຼາຍຂຶ້ນ;

4). ສືບຕໍ່ຍົກສູງຄຸນນະພາບໃນການດໍາເນີນຄະດີຂອງສານປະຊາຊົນໃຫ້ຮັບປະກັນຄວາມຖືກຕ້ອງຕາມຫຼັກການຂອງການດໍາເນີນຄະດີຄົບຖ້ວນ, ຮອບດ້ານແລະພາວະວິໄສ, ຖືກຕ້ອງແລະເປັນທໍາຕາມກົດໝາຍແລະຄວາມເປັນຈິງ, ຮັບປະກັນການດໍາເນີນຄະດີໃຫ້ມີຄຸນນະພາບພ້ອມທັງສຸມໃສ່ຄົ້ນຄວ້າປັບປຸງກົນໄກ, ຮູບການແລະວິທີການໃນການກວດກາຄໍາຕັດສິນ, ຄໍາພິພາກສາຂອງສານທີ່ມີການລະເມີດກົດໝາຍ, ຄໍາຕັດສິນຫຼືຄໍາພິພາກສາທີ່ມີເນື້ອໃນບໍ່ຈະແຈ້ງຫຼືມີເນື້ອໃນຂັດກັນຊຶ່ງເປັນສາເຫດໃຫ້ການປະຕິບັດຄໍາຕັດສິນຂອງສານມີຄວາມຫຍຸ້ງຍາກຫຼືບໍ່ສາມາດຈັດຕັ້ງປະຕິບັດໄດ້ນັ້ນໃຫ້ມີຜົນສໍາເລັດຢ່າງເປັນຮູບປະທໍາ;

5).ຄົ້ນຄວ້າປັບປຸງນິຕິກໍາໃຕ້ກົດໝາຍທີ່ຈໍາເປັນໂດຍສະເພາະແມ່ນກົນໄກການດໍາເນີນຄະດີແພ່ງທົ່ວໄປຕາມກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງສະບັບປັບປຸງປີ 2024 ແລະກົດໝາຍອື່ນທີ່ກ່ຽວຂ້ອງໃຫ້ມີຄວາມໂລ່ງລ່ຽນພ້ອມທັງໂຄສະນາເຜີຍແຜ່ໃຫ້ກວ້າງຂວາງແລະທົ່ວເຖິງໃຫ້ແກ່ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາແລະຈ່າສານກໍຄືຜູ້ເຂົ້າຮ່ວມໃນການດໍາເນີນຄະດີໄດ້ຮັບຮູ້ແລະເຂົ້າໃຈສິດ, ພັນທະແລະຂັ້ນຕອນຂອງການດໍາເນີນຄະດີຢ່າງຈະແຈ້ງໂດຍໃຫ້ຖືສໍາຄັນການປະຕິບັດຫຼັກການໂຕ້ແຍ່ງ, ໂຕ້ຖຽງເລີ່ມແຕ່ຫົວທີໃນຂະບວນການດໍາເນີນຄະດີຂອງສານແຕ່ລະຂັ້ນໃຫ້ເຂັ້ມງວດແລະມີປະສິດທິພາບຢ່າງເປັນຮູບປະທໍາ;

6). ສືບຕໍ່ສ້າງແລະປັບປຸງນິຕິກໍາຮ່ວມກັບພາກສ່ວນກ່ຽວຂ້ອງຕ່າງໆເພື່ອປັບປຸງກົນໄກການປະສານສົມທົບລະຫວ່າງສະພາແຫ່ງຊາດກັບສປສສ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ອົງການກວດກາແຫ່ງລັດແລະພາກສ່ວນທີ່ກ່ຽວຂ້ອງໃນການດໍາເນີນຄະດີຕາມຂະບວນຍຸຕິທໍາໃຫ້ມີຄວາມຄ່ອງຕົວກວ່າເກົ່າແນໃສ່ຍົກສູງຄຸນນະພາບຂອງການດໍາເນີນຄະດີແລະໃຫ້ສອດຄ່ອງຕາມພາລະບົດບາດ,ສິດແລະໜ້າທີ່ຂອງແຕ່ລະພາກສ່ວນຕາມກໍານົດໄວ້ໃນກົດໝາຍ.

(ຂ່າວ-ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ໃນວັນທີ 11 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດຖະແຫຼງຂ່າວຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ແລະ ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX (ລະຫວ່າງວັນທີ 10 ຫາ 21ພະຈິກ 2025).
ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມຂອງວາລະດັ່ງກ່າວ ໄດ້ມີບາງຄໍາເຫັນເຈາະຈີ່ມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ປະຈໍາປີ 2026 ຂອງ ສານປະຊາຊົນສູງສຸດ (ສປສສ) ແລະ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໄດ້ມີຄໍາເຫັນດັ່ງນີ້:
ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງ ອອປສ ຊຶ່ງໄດ້ກ່າວວ່າ:
ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງ ອອປສ ຊຶ່ງໃນນີ້ ກໍໄດ້ລາຍງານຫຼາຍວຽກງານພົ້ນເດັ່ນຂອງການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ ໂດຍສະເພາະ ການຕິດຕາມກວດກາການປະຕິບັດກົດໝາຍແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານ.
ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ໃນການຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງກ່ຽວກັບກົນໄກ ແລະ ວິທີການຕ່າງໆ ໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຊຶ່ງໃນນີ້ ກໍໄດ້ຊີ້ແຈງກ່ຽວກັບຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ໃຫ້ມີການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດກ່ຽວກັບການເພີ່ມພາລະບົດບາດ, ສິດຂອງອົງການກວດສອບແຫ່ງລັດໃນການແກ້ໄຂຜົນການກວດສອບໃຫ້ຈະແຈ້ງແລະເຂັ້ມງວດຂຶ້ນ.
ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ໄດ້ຂຶ້ນຊີ້ແຈງຫຼາຍຂໍ້ຊັກຖາມ ໃນການປະກອບຄໍາຄິດເຫັນຂອງຄະນະປະຈໍາສະພາແຫ່ງຊາດແລະບັນດາທ່ານສສຊທີ່ໄດ້ຍົກຂຶ້ນຕໍ່ກັບວຽກງານຂອງອົງການກວດກາແຫ່ງລັດໃນໄລຍະຜ່ານມາແລະບັນດາຂໍ້ສະເໜີໃຫ້ກັບວຽກງານກວດກາໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບການກວດພົບເຫັນຫຼາຍເປົ້າໝາຍກວດກາແລ້ວ, ແຕ່ການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ແມ່ນຍ້ອນຫຼາຍປັດໄຈ.
ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ທ່ານ​ນາງ​ບຸນຄໍາວໍລະຈິດຜູ້ວ່າການ​ທະນາຄານ​ແຫ່ງ​ສປປ​ລາວ​(ທຫລ) ໄດ້ຂຶ້ນຊີ້ແຈງກ່ຽວກັບຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ທິດທາງມາດຕະການແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ 4 ມາດຕະການທີ່ເປັນຄວາມຮັບຜິດຊອບຂອງ ທຫລຕາມມະຕິສະພາແຫ່ງຊາດສະບັບເລກທີ 140/ ສພຊ, ລົງວັນທີ 11 ທັນວາ 2024 ການແກ້ໄຂຜົນການກວດສອບ-ກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ.
ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ກະຊວງການເງິນ ໄດ້ຕາງໜ້າລັດຖະບານ ຊີ້ແຈງເພີ່ມຕື່ມໃນຫຼາຍບັນຫາ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 430/ຄລສ.ລຂ, ລົງວັນທີ 14 ພະຈິກ 2025 ໂດຍສະເພາະແມ່ນການແກ້ໄຂຜົນການກວດກາຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບຂອງອົງການກວດສອບແຫ່ງລັດ; ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບຜົນການກວດກາແຫ່ງລັດ ຕາມມະຕິ 139/ສພຊ ກໍຄືການແກ້ໄຂຜົນການກວດກາ ໄລຍະ 2021-2025 ທີ່ຍັງຄ້າງ ແລະ ແກ່ຍາວຜ່ານມາ 5 ບັນຫາຕົ້ນຕໍ ຊຶ່ງໃນນັ້ນ ກໍໄດ້ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ໂຄງການນອກແຜນ; ພ້ອມດຽວກັນ, ກໍໄດ້ສະເໜີທິດທາງໃນຕໍ່ໜ້າ ຕໍ່ກັບການສືບຕໍ່ແກ້ໄຂບັນຫາດັ່ງກ່າວ.
ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ