ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າ
ທ່ານ ນາງ ປິ່ງຄໍາລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ,ນິຕິກຳ,ກົນໄກຕ່າງໆໃນການພັດທະນາພະລັງງານໂຟຟ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນານີ້ ພາຍໄຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

 

 
ຄະນະປະຈຳສະພາແຫງຊາດ ສະເໜໃຫກວດກາຄນບນດາໂຄງການລງທນດານພະລງງານໄຟຟາ - image 1
 

ທ່ານ ນາງ ປິ່ງຄໍາລາຊະສິມມາກ່າວວ່າ: ເພືິ່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານພັດທະນາພະລັງງານໄຟຟ້າໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ, ຄະນະປະຈຳສະພາແຫ່ງຊາດສະເໜີມີບາງຄໍາເຫັນດັ່ງນີ້: 1. ສະເໜີໃຫ້ກວດກາຄືນບັນດາໂຄງການລົງທຶນດ້ານພະລັງງານໄຟຟ້າທີິ່ໄດ້ເຊັນສັນຍາສຳປະທານກັບລັດຖະບານ, ໂຄງການທີິ່ຢູ່ໃນຂັ້ນຕອນການຂໍອະນຸມັດເຊັນສັນຍາສໍາປະທານ ແລະ ເນື້ອໃນສັນຍາສຳປະທານໂຄງການຕ້ອງກຳນົດໃຫ້ລະອຽດຈະແຈ້ງເຖິງການແບ່ງຄວາມຮັບຜິດຊອບຂອງສູນກາງ ແລະທ້ອງຖິ່ນ ລວມທັງການມີສ່ວນຮ່ວມຂອງຂະແໜງການອືິ່ນໆທີິ່ກ່ຽວຂ້ອງ; ປະເມີນຜົນການຈັດຕັ້ງປະຕິບັດສັນຍາສຳປະທານ ແລະ ເອກະສານຊ້ອນທ້າຍໂຄງການທີິ່ພົວພັນກັບການຊົດເຊີຍທົດແທນຄ່າເສຍຫາຍ, ການຟື້ນຟູປ່າ, ການປູກໄມ້ທົດແທນ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເພືິ່ອຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ; ປະຕິບັດມາດຕະການເດັດຂາດຕໍ່ໂຄງການລົງທຶນທີິ່ໄດ້ຮັບອະນຸຍາດ ແຕ່ບໍ່ມີການພັດທະນາໂຄງການ, ໂຄງການທີິ່ດຳເນີນງານບໍ່ຖືກຕ້ອງຕາມກົດໝາຍ ແລະບຽບການ; 2. ເອົາໃຈໃສ່ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນການມອບເງິນພັນທະຕ່າງໆ ຂອງຜູ້ພັດທະນາໂຄງການໂດຍໃຫ້ສອດຄ່ອງກັບກົດໝາຍ, ສັນຍາສຳປະທານ, ເອກະສານຊ້ອນທ້າຍຂອງໂຄງການ; ຫຼຸດຜ່ອນການສະເໜີຂໍຍົກເວັ້ນ ແລະ ຜ່ອນຜັນການປະຕິບັດບາງເນື້ອໃນບາງມາດຕາຂອງກົດໝາຍທີິ່ພົວພັບກັບການປະຕິບັດພັນທະດ້ານພາສີ, ອາກອນເພືິ່ອເພີິ່ມລາຍຮັບເຂົ້າງົບປະມານຂອງລັດ,ຄົົ້ນຄວ້າ, ປັບປຸງ ແລະ ກຳນົດອັດຕາອາກອນກຳໄລຈາກໂຄງການໄຟຟ້າພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານໄຟຟ້າອືິ່ນໆໃຫ້ແທດເໝາະກັບໄລຍະເວລາການດຳເນີນງານຂອງໂຄງການ (ຜ່ານມາແມ່ນ 7% ຕາມກົດໝາຍອາກອນລາຍໄດ້ ທີິ່ນຳໃຊ້ໃນປັດຈຸບັນ); 3. ການພັດທະນາພະລັງງານໄຟຟ້າ ຕ້ອງເລັ່ງໃສ່ຮັບປະກັນການສະໜອງໄຟຟ້າໃຫ້ສອດຄ່ອງກັບຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ກໍຄືຮັບປະກັນການຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແລະ ການວາງແຜນການພັດທະນາພະລັງງານໄຟຟ້າຕ້ອງໃຫ້ສົມຄູ່, ສອດຄ່ອງ ແລະ ໄປຄຽງຄູ່ກັບການພັດທະນາຂະແໜງການອືິ່ນໆທີິ່ກ່ຽວຂ້ອງໃຫ້ທຸກພາກສ່ວນທີິ່ກ່ຽວຂ້ອງໄດ້ເຂົ້າຮ່ວມແຕ່ຫົວທີ ເພືິ່ອຮັບປະກັນຜົນປະໂຫຍດລວມຮ່ວມກັນ ແນໃສ່ຫຼຸດຜ່ອນການນຳເຂົ້າໄຟຟ້າຈາກຕ່າງປະເທດ; 4. ການເກັບກຳຂໍ້ມູນ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດຕ້ອງລະອຽດຊັດເຈນ, ປະຊາຊົນທີິ່ຖືກຜົນກະທົບຕ້ອງມີສ່ວນຮ່ວມ ແລະ ມີການປະສານສົມທົບກັບພາກສ່ວນທີິ່ກ່ຽວຂ້ອງຢ່າງກົມກຽວຕໍ່ເນືິ່ອງ; ສະເໜີໃຫ້ມີການທົບທວນຄືນບັນດາໂຄງການໄຟຟ້າທີິ່ຢູ່ໃນແຜນພັດທະນາ ຫຼືກຳລັງດຳເນີນການສຶກສາໃຫ້ເໝາະສົມ, ຮັບປະກັນບໍ່ໃຫ້ມີການທັບຊ້ອນກັບໂຄງການພັດທະນາອືິ່ນໆ; 5. ປະເມີນຄືນ, ສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ຈະແຈ້ງ, ຮັດກຸມ ແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ປັບປຸງຂອດປະສານງານໃຫ້ມີຄວາມກົມກຽວ ພ້ອມທັງຄົ້ນຄວ້າ ແລະ ກຳນົດເອົາພະລັງງານທົດແທນອືິ່ນໆເຊັ່ນ: ພະລັງງານ 3 ລົມ, ພະລັງງານແສງຕາເວັນ ແລະ ອືິ່ນໆເຂົ້າໃນກົດໝາຍວ່າດ້ວຍໄຟຟ້າເພືິ່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງ; 6. ລົງທຶນ ແລະ ລະດົມທຶນເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງແຕ່ເໜືອຮອດໃຕ້ໃຫ້ສາມາດຮອງຮັບເອົາກະແສໄຟຈາກເຂືິ່ອນຕ່າງໆ ເພືິ່ອສົ່ງອອກ ແລະ ຊົມໃຊ້ພາຍໃນ ແລະ ໃຫ້ພິຈາລະນາລວມເອົາສາຍສົ່ງໄຟຟ້າໄປຕ່າງປະເທດເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດໃຫ້ບັນດາໂຄງການລົງທຶນກໍ່ສ້າງສາຍສົ່ງໄຟຟ້າເປັນຂອງຕົນເອງ ພ້ອມທັງຄົົ້ນຄວ້າສ້າງນິຕິກຳຄຸ້ມຄອງວຽກງານດັ່ງກ່າວໃຫ້ສຳເລັດ; 7. ປັບປຸງລະບົບພະລັງງານໄຟຟ້າໃຫ້ມີຄວາມໝັ້ນຄົງມີຄວາມພ້ອມໃນການສະໜອງໄຟຟ້າ ໃຫ້ພຽງພໍຕໍ່ຄວາມຕ້ອງການທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍການພິຈາລະນາພັດທະນາໄຟຟ້າພະລັງງານຄວາມຮ້ອນ ຫຼືພະລັງງານໄຟຟ້າອື່ນໆ ເພືິ່ອຮັບປະກັນການພັດທະນາລະບົບພະລັງງານໄຟຟ້າໃຫ້ມີຄວາມສະຖຽນ, ໝັ້ນຄົງ ແລະ ຜູ້ຊົມໃຊ້ສາມາດເຂົ້າເຖິງດ້ວຍລາຄາທີິ່ເໝາະສົມ, ເປັນທຳ; 8. ໃຫ້ສືບຕໍ່ຄົົ້ນຄວ້າປັບປຸງຍຸດທະສາດການພັດທະນາພະລັງງານໄຟຟ້ານໍ້າຕົກ ຄວນສຸມໃສ່ທິດທາງໃດເປັນຕົົ້ນຕໍເພືິ່ອໃຫ້ມີການປະສານສົມທົບກັນຢ່າງກົມກຽວລະຫວ່າງເສດຖະກິດ, ສິ່ງແວດລ້ອມແລະ ສັງຄົມ; ຢຸດຕິການກໍ່ສ້າງເຂືິ່ອນໄຟຟ້າພະລັງງານນໍ້າຂະໜາດນ້ອຍ, ຫຼຸດຜ່ອນການພັດທະນາພະລັງງານໄຟຟ້າຈາກເຂືິ່ອນໄຟຟ້ານໍ້າຕົກ ແລະ ຫັນໄປສູ່ພະລັງງານໄຟຟ້າ, ພະລັງງານທົດແທນໃນຮູບແບບອືິ່ນໆ; ຄົົ້ນຄວ້າປັບປຸງໂຄງສ້າງລາຄາໄຟຟ້າຕ້ອງໃຫ້ສອດຄ່ອງກັບສະພາບການດຳລົງຊີວິດຂອງປະຊາຊົນແລະ ການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ; 9. ມີການແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງ ຄືກະຊວງອົງການຂັ້ນສູນກາງດຳເນີນໜ້າທີິ່ຄຸ້ມຄອງມະຫາພາກ ມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການໃຫ້ຄະນະພັກອົງການປົກຄອງທ້ອງຖິ່ນ, ສະພາປະຊາຊົນແຂວງ ແລະ ພະແນກການທີິ່ກ່ຽວຂ້ອງ; 10. ສ້າງ ແລະ ຍົກລະດັບບຸກຄະລາກອນໃນຂະແໜງການໄຟຟ້າໃຫ້ມີຄວາມຮູ້, ຄວາມສາມາດແລະ ຊຳນານງານ ເພືິ່ອກະກຽມຄວາມພ້ອມໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນດາໂຄງການພະລັງງານໄຟຟ້ານໍ້າຕົກທີິ່ຈະສົ່ງມອບຄືນໃຫ້ລັດຖະບານ ພາຍຫຼັງສິ້ນສຸດອາຍຸສັນຍາສຳປະທານໂຄງການ.ຂ່າວ:ບຸນຕອມ, ພາບ:ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ