ຄະນະປະທານບໍລິຫານຈັດການ ບໍລິສັດ ພູເບ້ຍ ມາຍນິງ ຕ້ອນຮັບທ່ານຮອງປະທານປະເທດຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ໂຄງການຂອງບໍລິສັດ ພູເບ້ຍ ມາຍນິງ

ຄະນະປະທານບໍລິຫານຈັດການ ບໍລິສັດ ພູເບ້ຍ ມາຍນິງ ຕ້ອນຮັບທ່ານຮອງປະທານປະເທດຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ໂຄງການຂອງບໍລິສັດ ພູເບ້ຍ ມາຍນິງ

ຄະນະປະທານບໍລິຫານຈັດການ ບໍລິສັດ ພູເບ້ຍ ມາຍນິງ ຕ້ອນຮັບທ່ານຮອງປະທານປະເທດຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ໂຄງການຂອງບໍລິສັດ ພູເບ້ຍ ມາຍນິງ
ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບ ກຽດຕ້ອນຮັບການຢ້ຽມຢາມຂອງ ການນໍາຂັ້ນສູງ ຊຶ່ງນຳພາໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະລົງເຄື່ອນ ໄຫວຢ້ຽມຢາມ ແລະ ຊີ້ນຳວຽກ ງານຢູ່ 2 ໂຄງການຂອງບໍລິສັດ ພູ ເບ້ຍ ມາຍນິງ ໃນວັນທີ 17 ແລະ 20 ສິງຫາ 2026.
ຄະນະປະທານບລຫານຈດການ ບລສດ ພເບຍ ມາຍນງ ຕອນຮບທານຮອງປະທານປະເທດຢຽມຢາມ ແລະ ຊກຍວຽກງານຢໂຄງການຂອງບລສດ ພເບຍ ມາຍນງ - image 1
 

 

ການລົງເຄື່ອນໄຫວຢ້ຽມ ຢາມ ແລະ ຊີ້ນຳວຽກງານຂອງ ທ່ານຮອງປະທານປະເທດ ພ້ອມ ດ້ວຍຄະນະຄັ້ງນີ້ ໄດ້ຮັບຊົມພາບ ວີດີໂອ ຊຶ່ງມີຄວາມຍາວ 20 ນາທີ ສະແດງໃຫ້ເຫັນການເຄື່ອນໄຫວ ດຳເນີນງານທີ່ທັນສະໄໝລະ ດັບສາກົນ ແລະ ວິທີປະຕິບັດທີ່ດີ ທີ່ສຸດຂອງບໍລິສັດພູ ເບ້ຍ ມາຍນິງ. ທ່ານ ເດວິດ ຣີດ ຜູ້ອຳນວຍການ ໃຫຍ່ຂອງ ບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວຄໍາຕ້ອນຮັບຢ່າງປິຕິຍິນດີຕໍ່ທ່ານ ນາງ ວຽງທອງ ສີພັນ

ດອນ ພ້ອມຄະນະ ແລະ ນຳພາ ທ່ຽວຊົມຫ້ອງຄວບຄຸມໂຮງງານ ທີ່ທັນສະໄໝ, ຫ້ອງຫຼອມຄຳ, ຂະ

ບວນການຂຸດຄົ້ນແຮ່ ແລະ ໂຄງ ການຂຸດຄົ້ນປຸງແຕ່ງຄໍາ-ເງິນຢູ່ ບໍ່ຫ້ວຍຊາຍ ແລະ ຢູ່ໂຄງການ ຂຸດຄົ້ນປຸງແຕ່ງ ທອງ-ຄໍາ ພູຄຳ ໄດ້ຢ້ຽມຊົມໂຮງງານປຸງແຕ່ງ, ບໍ່ ແຮ່ແບບເປີດເທິງໜ້າດິນ ທີ່ມີ ມາດຕະຖານລະດັບສາກົນ ແລະ ສູນຝຶກອົບຮົມຂອງບໍລິສັດ ພູເບ້ຍ ມາຍນິງ.

ໃນລະຫວ່າງການຢ້ຽມຢາມ, ທ່ານຮອງປະທານປະເທດ ໄດ້ ກ່າວຄໍາຍ້ອງຍໍຊົມເຊີຍທ່ານປະ ທານຜູ້ບໍລິຫານງານໂຄງການ ທີ່ເຮັດໜ້າທີ່ປະຕິບັດງານໄປ ຕາມຫຼັກການມາດຕະຖານລະ ດັບສາກົນ ໄດ້ດີທີ່ສຸດ ຂອງບໍລິສັດ ພູເບ້ຍ ມາຍນິງ ໃນການຄຸ້ມຄອງ, ຟື້ນຟູສິ່ງແວດລ້ອມ, ດິນ, ນໍ້າ, ພືດ ພັນ, ດ້ານສຸຂະພາບ ແລະ ຄວາມປອດໄພຂອງພະນັກງານ ແລະ ການຝຶກອົບຮົມ, ພັດທະນາຊັບພະຍາກອນມະນຸດ ໂດຍສະເພາະຕໍ່ແຮງງານຄົນລາວ, ລວມທັງການປະກອບສ່ວນທາງດ້ານສັງຄົມ ແລະ ເສດຖະກິດໃຫ້ຊຸມຊົນທ້ອງ ຖິ່ນ. ທ່ານຮອງປະທານປະເທດ ໄດ້ແນະນໍາທິດທາງກ່ຽວກັບໂອ ກາດການລົງທຶນຈາກຕ່າງປະເທດ ໃນອຸດສາຫະກຳບໍ່ແຮ່ຂອງລາວ.

ທ່ານ ເດວິດ ຣີດ ຜູ້ອຳນວຍ ການໃຫຍ່ຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວຄໍາຂອບໃຈຕໍ່ ການຢ້ຽມຢາມ ແລະ ສາຍພົວພັນ ທີ່ເຂັ້ມແຂງຂອງບໍລິສັດກັບລັດ ຖະບານ ແຫ່ງ ສປປ ລາວ ວ່າ: “ຄະນະປະທານບໍລິສັດ ຮູ້ສຶກຍິນດີ ແລະ ເປັນກຽດຢ່າງສູງ ທີ່ໄດ້ ຕ້ອນຮັບທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະ ເທດ ແຫ່ງ ສປປ ລາວ ພ້ອມຄະນະ ແລະ ຄະນະນໍາຂອງແຂວງໄຊ ສົມບູນ ຊຶ່ງແມ່ນເປັນການຢ້ຽມ ຢາມໂຄງການຄັ້ງທຳອິດຂອງ ການນຳຂັ້ນສູງສຸດ ສປປ ລາວ. ນັບຕັ້ງແຕ່ເລີ່ມດຳ ເນີນງານໃນປີ 2008, ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນຫຼາຍກວ່າ 1.25 ຕື້ໂດລາ ເຂົ້າໃນພັນທະອາກອນ ຕ່າງໆ, ຄ່າຊັບພະຍາກອນແຮ່ ທາດ ແລະ ເງິນປັນຜົນພ້ອມທັງສ້າງຜົນປະໂຫຍດທາງເສດຖະ ກິດທາງອ້ອມ ຜ່ານການຈັດຊື້ໃນ ທ້ອງຖິ່ນ ແລະ ອື່ນໆ ອີກປະມານ 3.8 ຕື້ໂດລາ.

ຄະນະປະທານບລຫານຈດການ ບລສດ ພເບຍ ມາຍນງ ຕອນຮບທານຮອງປະທານປະເທດຢຽມຢາມ ແລະ ຊກຍວຽກງານຢໂຄງການຂອງບລສດ ພເບຍ ມາຍນງ - image 2
 

ປັດຈຸບັນ ບໍລິສັດ ພູເບ້ຍ ມາຍນິງ ມີພະນັກງານຫຼາຍກວ່າ 3,600 ຄົນ ໂດຍພະນັກງານລາວ ຄິດ ເປັນອັດຕາສ່ວນຫຼາຍກວ່າ 93% ຂອງກຳລັງແຮງງານ. ພວກເຮົາ ຍັງຄົງມຸ່ງໝັ້ນທີ່ຈະພັດທະນາ ຄວາມສາມາດ, ສ້າງໂອກາດການຈ້າງງານ ໃນໄລຍະຍາວ ແລະ ຊ່ວຍໃຫ້ຂະແໜງການບໍ່ແຮ່ມີຄວາມ ເຂັ້ມແຂງ ໂດຍຜ່ານການພັດທະ ນາທັກສະ ແລະ ການຖ່າຍທອດ ຄວາມຮູ້.

ທ່ານຮອງປະທານປະເທດ ແລະ ຄະນະມີຄວາມປະທັບໃຈ ຫຼາຍຕໍ່ຜົນສຳເລັດ ແລະ ການປະກອບສ່ວນພັດທະນາຊຸມຊົນກໍ ຄືພັດທະນາປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ. ບໍລິ ສັດໝັ້ນໃຈວ່າ: ການຢ້ຽມຢາມເທື່ອນີ້ຈະເປັນຂໍ້ມູນທີ່ດີ ແລະ ເປັນປະໂຫຍດຕໍ່ການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ ຂອງລັດຖະບານຂັ້ນສູນກາງ ແລະ ຂັ້ນແຂວງ ສະດວກຂຶ້ນ ເນື່ອງຈາກວ່າ ໂຄງການບໍລິສັດຍັງໄດ້ສືບຕໍ່ການລົງທຶນຂອງບໍລິສັດໃຫ້ມີການເຕີບໂຕຫຼາຍໂຄງການຢູ່ ໃນລາວ”.

1. ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ຢູ່ຫ້ອງປະຊຸມຂອງ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ

2. ທ່ານ ນາງ ວຽງທອງ ສີພັນດອນ ພ້ອມດ້ວຍຄະນະ ແລະ ຕົວແທນຂອງບໍລິສັດ ພູເບ້ຍ ມາຍນິງ ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ

3. ທ່ານ ນາງ ວຽງທອງ ສີພັນດອນ ພ້ອມດ້ວຍຄະນະ ແລະ ຕົວແທນ ຂອງບໍລິສັດ ພູເບ້ຍ ມາຍນິງ ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ