ຄະນະພັກຮາກຖານ ຫ້ອງການເມືອງ ກອງພົນທີ 5 ສຳເລັດກອງປະຊຸມໃຫຍ່ ຄັ້ງທີ ⅠⅩ

ຄະນະພັກຮາກຖານ ຫ້ອງການເມືອງ ກອງພົນທີ 5 ສຳເລັດກອງປະຊຸມໃຫຍ່ ຄັ້ງທີ ⅠⅩ
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ ⅠⅩຂອງຄະນະພັກຮາກຖານ ຫ້ອງການເມືອງ ກອງພົນທີ 5 ໄດ້ເປີດຂຶ້ນ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ ເມື່ອບໍ່ດົນມານີ້ ທີ່ສະໂມສອນກອງພົນທີ 5,  ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄໍາສີງ  ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 5, ມີສະຫາຍ ພັນເອກ ຄໍາກົດ ອິນສີນາ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ ກອງພົນທີ5 ,ມີຮອງເລຂາຄະນະພັກຮາກຖານ, ແຂກຖືກເຊີນອົງການ 5 ຫ້ອງ ຕະຫຼອດຮອດຄະນະໜ່ວຍພັກ ແລະ ສະມາຊິກພັກ ສົມບູນ ແລະ ສໍາຮອງ ໃນ 5 ໜ່ວຍພັກທີ່ຂຶ້ນກັບເຂົ້າຮ່ວມ.
 ສະຫາຍ ພັນເອກ ຄໍາກົດ ອິນສີນາ  ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ. ຈາກນັ້ນ, ສະຫາຍ ພັນໂທ ສົມເພັດ ສີງຫາວົງ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງການເມືອງກອງພົນທີ 5 ກໍໄດ້ຂຶ້ນຜ່ານບົດສຳຫຼວດການຈັດຕັ້ງນໍາພາຂອງຄະນະພັກຮາກຖານຫ້ອງການເມືອງ ແຕ່ປີ 2018 - 2023 ຊຶ່ງໄລຍະຜ່ານມາ ຄະນະພັກຮາກຖານຫ້ອງການເມືອງ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກພາຍໃນກົມກອງຂອງຕົນ ໂດຍສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງໄດ້ເປັນເຈົ້າການນຳພາ-ບັນຊາ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ປັບປຸງກໍ່ສ້າງພັກ ໂດຍຖືເອົາການສຶກສາອົບຮົມການເມືອງແນວຄິດ, ການດຳເນີນຊີວິດການເມືອງຕຳນິກໍ່ສ້າງຊຶ່ງກັນ ແລະ ກັນຢ່າງເປັນປົກກະຕິເຮັດໃຫ້ພະນັກງານສະມາຊິກພັກມີແນວຄິດໜັກແໜ້ນອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານກໍ່ສ້າງໜ່ວຍພັກ ແລະ ສະມາຊິກພັກ ຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງພັກ, ຖືເອົາຄຸນນະພາບເປັນບັນຫາຕົ້ນຕໍ, ປະລິມານເປັນບັນຫາສໍາຄັນ, ຄຽງຄູກັບການປະຕິບັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ.ຄະນະພັກຮາກຖານຫ້ອງການເມືອງ ປະກອບມີ 5 ໜ່ວຍພັກທີ່ຂຶ້ນກັບໃນນີ້ໄດ້ຄັດເລືອກເອົາພະນັກງານ - ນັກຮົບ ໄປຮໍ່າຮຽນທັງພາຍໃນ ແລະ ຕ່າງປະເທດ ຈໍານວນໜຶ່ງ, ຈາກນັ້ນ ຍັງໄດ້ປະຕິບັດນະໂບບາຍຕໍ່ຜູ້ທີ່ມີຜົນງານໄດ້ເປັນຢ່າງດີ, ເອົາໃຈໃສ່ນຳພາ - ຊີ້ນໍາ ສະມາຊິກພາຍໃນໜ່ວຍສ້າງຜົນງານເພີ່ມພູນຜະລິດຜົນແກ້ໄຂຊີວິດການເປັນຢູ່ດ້ວຍການປູກຝັງ - ລ້ຽງສັດ ແລະ ການບໍລິການອື່ນໆ ຕິດພັນກັບຂະບວນການຕ່າງໆໄດ້ເປັນຢ່າງດີ ຈົນສາມາດໄດ້ຮັບທຸງໄຊນຳໜ້າຊາວໜຸ່ມ 4 ບຸກ ແລະ ໃບຢັ້ງຢືນຊາວໜຸ່ມ 4 ບຸກຢ່າງສົມກຽດ ພ້ອມດຽວກັນນັ້ນ ຍັງໄດ້ຮ່ວມມືກັບ ບໍລິສັດມິດຕະພາບ 206 ເຂດ 5 ກອງທັບປະະຊາຊົນຫວຽດນາມເປີດກອງປະຊຸມແລກປ່ຽນສະພາບການດ້ານຕ່າງໆ ຊຶ່ງກັນ ແລະ ກັນ ຜັດປ່ຽນກັນຈັດກອງກອງປະຊຸມປີລະຄັ້ງ, ໃນວາລະດຳເນີນກອງປະຊຸມບັນດາຜູ້ແທນກໍໄດ້ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານການເມືອງທັງສອງພາກ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຈາກນັ້ນ ສະມາຊິກພັກກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ໄດ້ຕາມລະດັບຄາດໝາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກເອົາ ສະຫາຍ ພັນເອກ ຄຳກົດ ອິນສີນາ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ສົມເພັດ ສີງຫາວົງ ເປັນຮອງເລຂາ,ສະຫາຍ ພັນໂທ ເພັດລວງຄໍາ ວີໄລທອນ ເປັນປະທານກວດກາຄະນະພັກ, ສະຫາຍ ພັນໂທ ທອງດີ ໂລຫາຊາດ  ເປັນກຳມະການຄະນະພັກຮາກຖານ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄໍາສີງ ກໍໄດ້ໂອ້ລົມ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມໃຫຍ່ຄັ້ງທີ ⅠⅩຂອງຄະນະພັກຮາກຖານຫ້ອງການເມືອງໃນຄັ້ງນີ້ ແລະພ້ອມທັງເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບ,ເປັນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານສະມາຊິກພັກແຕ່ລະຂັ້ນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເຮັດວຽກເປັນໝູ່ຄະນະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ຖືເອົາການດຳເນີນຊີວິດການເມືອງປົວແປງພັກໃນການຕຳນິກໍ່ສ້າງຊຶ່ງກັນ ແລະ ກັນ ເຮັດໃຫ້ພະນັກງານສະມາຊິກພັກມີຄວາມເຂັ້ມແຂງ ປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ຕັ້ງໜ້າອອກແຮງສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ, ວັນສ້າງຕັ້ງກອງພົນທີ 5 ຄົບຮອບ 42ປີ ທີ່ຈະມາເຖິງໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.
ຂ່າວ-ພາບ: ທອງປານ ສີດາໄລ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ