![]() |
ໃນວັນທີ 9 ທັນວານີ້, ຄະນະຜູ້ແທນສັນຕິພາບ ຫວຽດນາມ ໄດ້ເຂົ້າຢ້ຽມ ຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງ ພັກ, ຮອງປະທານປະເທດ. ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຄະນະສັນຕິພາບ ຫວຽດນາມ ຖືເປັນການປະກອບສໍາຄັນສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວ ພັນ ລາວ-ຫວຽດນາມ. ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ - ຫວຽດ ນາມ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກ້ວາງ ແລະ ລວງເລິກ ແລະ ນໍາເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດ. ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ຄະນະສັນຕິ ພາບສອງຝ່າຍ ທີ່ມີກົນໄກການພົວພັນຮ່ວມມື, ປະສານງານ, ຖອດຖອນບົດຮຽນນຳກັນ, ແລກປ່ຽນຂໍ້ມູນ ຂ່າວສານ, ແລກປ່ຽນທັດສະນະ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ, ຊຶ່ງເປັນການປະກອບສ່ວນສ້າງສະພາບແວດລ້ອມໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ສາກົນ. ສ່ວນ ສະຫາຍ ອວງ ຈູລຶວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ແລະ ແຈ້ງໃຫ້ຊາບຈຸດປະສົງຂອງ ການມາຢ້ຽມຢາມ ສປປ ລາວ ແລະ ການເຄື່ອນໄຫວ ໂດຍຫຍໍ້ ຂອງ ຄະນະສັນຕິພາບ ຫວຽດນາມ.
![]() |
ໃນວັນດຽວກັນ ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ຄະນະສັນຕິພາບຫວຽດນາມ. ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົລເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງ ລາວ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ. ໃນກອງປະຊຸມ, ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ, ປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບ ການໃນການເຄື່ອນໄຫວວຽກງານສັນຕິພາບ ພ້ອມທັງແລກປ່ຽນຂໍ້ມູນ ແລະ ທັດສະນະ ກ່ຽວກັບສະພາບ ການພົ້ນເດັ່ນຂອງພາກພື້ນ ແລະ ຂອງໂລກທີ່ສອງຝ່າຍສົນໃຈ ເຮັດໃຫ້ການພົບປະມີເນື້ອໃນອຸດົມສົມບູນ ແລະ ມີບັນຍາກາດ.
ນອກນັ້ນ, ຄະນະຜູ້ແທນສັນຕິພາບ ຫວຽດນາມ ຍັງໄດ້ໄປຢ້ຽມຢາມ ແລະ ພົບປະກັບການນໍາ ແຂວງວຽງຈັນ, ຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ, ວັດທະນາທຳ, ປະຫັວດສາດ ແລະ ເຂດເສດ ຖະກິດ ໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຈໍານວນໜຶ່ງ. (ຂ່າວ: ສຳນານ)


ຄໍາເຫັນ