ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນ ກ້າວສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026 ຢູ່ ສປປ ລາວ
ຄະນະຜູ້ແທນ ສປ ຈີນ ນໍາໂດຍສະຫາຍ ນາງ ຊຸນ ຈີເຊີ້ງ ຮອງຫົວໜ້າສະຖາບັນການຕ່າງປະເທດຈີນ, ມີສະຫາຍ ລີ ຟູຈຽນ ຮອງນັກຄົ້ນຄວ້າ ສະຖາບັນຄົ້ນຄວ້າອາຊີທີ່ຂຶ້ນກັບສະຖາບັນການຕ່າງປະເທດຈີນ, ສະຫາຍ ນາງ ເຊ້ຍເມິ້ງ ຮອງຫົວໜ້າພະແນກເລຂາສູນຄົ້ນຄວ້າປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ ໄດ້ເດີນທາງມາ ເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 3 ກຸມພານີ້.
ການເດີນທາງມາຄັ້ງນີ້, ເພື່ອເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວ ໃນຫົວຂໍ້: ກ້າວໄປ ຂ້າງໜ້າປີ 2026 ທີ່ຈະຈັດຂຶ້ນຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 4-6 ກຸມພາ 2026 ນີ້. ໂດຍມີສະຫາຍ ຄໍາເຮືອງ ຄໍາປະສິດ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປະຊາຊົນປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບທີ່ສະໜາມບິນສາກົນວັດໄຕ.
ຂ່າວ-ພາບ: ວັນເພັງ
ຄໍາເຫັນ