ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວປີ 2026 ຢູ່ ສປປ ລາວ
ຄະນະຜູ້ແທນ ສປ ຈີນ ນໍາໂດຍ ສະຫາຍ ຢູຢຸ້ນຊຽນ ຮອງຫົວໜ້າອົງການພິມ ແລະ ຈໍາໜ່າຍພາສາຕ່າງປະເທດຈີນ ພ້ອມຄະນະທັງໝົດ 9 ສະຫາຍ ເດີນທາງມາເຖິງສະໜາມບິນສາກົນຫຼວງພະບາງໃນຕອນບ່າຍວັນທີ 4 ກຸມພານີ້ ໂດຍມີສະຫາຍ ຄໍາເຮືອງ ຄໍາປະສິດ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາ ຊົນ ສຽງຂອງສູນກາງພັກປະຊາຊົນ ປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະໃຫ້ການຕ້ອນຮັບທີ່ສະໜາມບິນດັ່ງກ່າວ.
ການເດີນທາງມາຄັ້ງນີ້, ເພື່ອເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026,
ການຖະແຫຼງຂ່າວເດັ່ນ 10 ຂ່າວ ໃນການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປະຈໍາປີ 2025 ທີ່ຈະຈັດຂຶ້ນຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 4-6 ກຸມພາ 2026 ນີ້.
ຂ່າວ-ພາບ: ວັນເພັງ
ຄໍາເຫັນ