ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ
ໃນວັນທີ 23 ກັນຍາຜ່ານມາທີ່ ນະຄອນນິວຢອກສອາເມຣິກາ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມ, ການພົບປະສອງຝ່າຍ ແລະ ເຂົ້າຮ່ວມກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81.
ຄະນະຜແທນ ສປປ ລາວສບຕເຂາຮວມກອງປະຊມປນອອມ ແລະ ການພບສອງຝາຍໃນການກອງປະຊມສະມດຊາໃຫຍອງການສປຊ - image 1
 

 

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອາມີນາ ເຈ. ໂມຮາມັດ (Ms. Amina J.Mohammed) ຮອງເລຂາທິການໃຫຍ່ອົງການ ສປຊ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ. ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ກັບການຮ່ວມມືທີ່ມີມາຢ່າງຍາວນານ. ໃນໂອກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບການສະໜັບສະໜູນ ແລະ ການຊ່ວຍເຫຼືອຕໍ່ກັບ ສປປ ລາວ ໄລຍະຜ່ານມາ, ໂດຍສະເພາະແມ່ນຕໍ່ກັບການຈັດຕັ້ງປະຕິບັດວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ພ້ອມທັງແຈ້ງໃຫ້ຊາບວ່າ ປັດຈຸບັນ ສປປ ລາວ ກຳລັງຢູ່ໃນການກະກຽມການຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈຄັ້ງທີ 4 ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເພື່ອລາຍງານຕໍ່ອົງການ ສປຊ. ນອກຈາກນັ້ນ, ຍັງໄດ້ສົນທະນາ ກ່ຽວກັບ ສໍາເລັດການສ້າງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ (Lao PDR – UN Sustainable Development Cooperation Framework) ສະບັບໃໝ່, ພ້ອມດ້ວຍບັນດາເອກະສານແຜນງານຮ່ວມ (Country Programme Documents) ສຳລັບປີ 2027-2031; ການສະໜັບສະໜູນຂໍ້ລິເລີ່ມ UN80 ແລະ ການປະຕິຮູບອົງການ ສປຊ. ໃນໂອກາດດຽວກັນ, ທ່ານ ນາງ Amina J.Mohammed ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສປປ ລາວ ໃນການສະໜັບສະໜູນ ແລະ ໃຫ້ການຮ່ວມມືທີ່ດີກັບ ສປຊ ໄລຍະຜ່ານມາ, ໂດຍສະເພາະແມ່ນສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນວຽກງານຫຼາຍຝ່າຍ, ພ້ອມທັງຊົມເຊີຍ ສປປ ລາວ ຕໍ່ກັບຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ຍາດມາໄດ້ໄລຍະຜ່ານມາ, ເປັນຕົ້ນແມ່ນ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ. ໃນຕອນທ້າຍ, ສອງຝ່າຍ ໄດ້ໃຫ້ຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນໃນອະນາຄົດ.

ຄະນະຜແທນ ສປປ ລາວສບຕເຂາຮວມກອງປະຊມປນອອມ ແລະ ການພບສອງຝາຍໃນການກອງປະຊມສະມດຊາໃຫຍອງການສປຊ - image 2
 

ໃນວັນດຽວກັນ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະກໍໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະພາການຮ່ວມມືເຂດອ່າວ (ASEAN-Gulf Cooperation Council)ຊຶ່ງກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດຂອບການຮ່ວມມື ASEAN-GCC ສຳລັບປີ 2024-2028, ການຮັດແໜ້ນການຮ່ວມມືທາງເສດຖະກິດ ແລະ ປຶກສາຫາລືການກະກຽມຈັດກອງປະຊຸມສຸດຍອດຄັ້ງທີ 3 ຂອງ ອາຊຽນ-ສະພາການຮ່ວມມືເຂດອ່າວ (Third ASEAN-GCC Summit)ໃນປີ 2027. ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ໃຫ້ກຽດກ່າວຄໍາເຫັນໃນກອງປະຊຸມ, ໂດຍມີເນື້ອໃນສໍາຄັນວ່າ: ສປປ ລາວ ສະແດງຄວາມຍິນດີຕໍ່ກັບການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ສະພາການຮ່ວມມືເຂດອ່າວ ທີ່ນັບມື້ນັບເສີມຂະຫຍາຍຂຶ້ນເທື່ອລະກ້າວ. ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ກັບຂອບການຮ່ວມມື ASEAN-GCC ສໍາລັບປີ 2024-2028, ຊຶ່ງເປັນພື້ນຖານອັນສໍາຄັນໃຫ້ແກ່ການເສີມຂະຫຍາຍການຮ່ວມມືໃນອະນາຄົດ. ໃນສະພາບເງື່ອນໄຂດັ່ງກ່າວ, ເຫັນວ່າ ພວກເຮົາຄວນສຸມໃສ່ການຫັນຂອບການຮ່ວມມືດັ່ງກ່າວໄປສູ່ການຮ່ວມມືທີ່ເປັນຮູບປະທຳ ແລະ ມີຜົນປະໂຫຍດຮ່ວມກັນ, ນຳເອົາຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນ.

ຄະນະຜແທນ ສປປ ລາວສບຕເຂາຮວມກອງປະຊມປນອອມ ແລະ ການພບສອງຝາຍໃນການກອງປະຊມສະມດຊາໃຫຍອງການສປຊ - image 3
 

ນອກຈາກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ເພື່ອສະເຫຼີມສະຫຼອງຄົບຮອບ 40 ປີ ຂອງຖະແຫຼງການວ່າດ້ວຍສິດໃນການພັດທະນາ. ໃນໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ, ໄດ້ຕາງໜ້າໃຫ້ ຄະນະຜູ້ແທນ ສປປ ລາວ ກ່າວຄໍາເຫັນ, ໂດຍມີເນື້ອໃນສໍາຄັນບາງຕອນວ່າ: ສປປ ລາວ ຮັບຮູ້ສິດໃນການພັດທະນາວ່າແມ່ນສິດມະນຸດທີ່ສຳຄັນ ຊຶ່ງບໍ່ສາມາດຕັດແຍກອອກຈາກກັນໄດ້ ໂດຍສອດຄ່ອງກັບລັດຖະທໍາມະນູນ,ກົດໝາຍ ແລະ ນະໂຍບາຍການພັດທະນາແຫ່ງຊາດ. ສປປ ລາວ ສືບຕໍ່ໃຫ້ຄຳໝັ້ນສັນຍາທີ່ຈະສ້າງສະພາບແວດລ້ອມທີ່ປະຊາຊົນທຸກຄົນສາມາດມີສ່ວນຮ່ວມ, ປະກອບສ່ວນ ແລະ ໄດ້ຮັບຜົນປະໂຫຍດຈາກການພັດທະນາໃນທຸກດ້ານ. ການພັດທະນາ ສປປ ລາວ ແມ່ນໄດ້ອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ຊຶ່ງແຜນຄັ້ງທີ X ກໍຄືແຜນປັດຈຸບັນແມ່ນໄດ້ເນັ້ນໜັກໃສ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ). ເພື່ອບັນລຸເປົ້າໝາຍຕ່າງໆທີ່ກຳນົດໄວ້ໃນຖະແຫຼງການດັ່ງກ່າວ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມເຈລະຈາ, ພາກສ່ວນທີ່ກ່ຽວຂ້ອງກັບການພັດທະນາ ແລະ ປະຊາຄົມສາກົນ. ໃນໂອກາດດຽວກັນ, ທ່ານ ອັນໂຕນີໂອ ກູເຕີເຣດ, ເລຂາທິການໃຫຍ່ ອົງການ ສປຊ ໄດ້ກ່າວຄໍາເຫັນສໍາຄັນວ່າ: ການພັດທະນາແມ່ນຕ້ອງປະຕິບັດໃຫ້ທົ່ວເຖິງ, ມີຄວາມເທົ່າທຽມ, ຍືນຍົງ, ຖືເອົາປະຊາຊົນເປັນໃຈກາງ ແລະ ປະຊາຊົນ ລວມທັງຊຸມຊົນຕ່າງໆຄວນໄດ້ຮັບຜົນປະໂຫຍດ ຫຼາຍກວ່າການຖິ້ມປະຄົນບາງກຸ່ມໄວ້ທາງຫຼັງ. ສິດໃນການພັດທະນາຄວນເປັນແນວທາງໄປສູ່ການແກ້ໄຂບັນຫາສິ່ງທ້າທາຍໃໝ່ ເຊັ່ນ: ການຫັນປ່ຽນດ້ານດິຈິຕອນ, ປັນຍາປະດິດ (AI)ແລະ ການປ່ຽນແປງດິນຟ້າອາກາດ.

ຄະນະຜແທນ ສປປ ລາວສບຕເຂາຮວມກອງປະຊມປນອອມ ແລະ ການພບສອງຝາຍໃນການກອງປະຊມສະມດຊາໃຫຍອງການສປຊ - image 4
 

ໃນເວລາຕໍ່ມາ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມງານລະດັບສູງ ກ່ຽວກັບ ການເງິນສໍາລັບການສຶກສາໃນຍຸກໃໝ່ຊຶ່ງງານລະດັບສູງດັ່ງກ່າວແມ່ນສຸມໃສ່ການລະດົມທຶນສໍາລັບການສຶກສາ, ແນໃສ່ຊ່ວຍເຫຼືອປັບປຸງລະບົບການສຶກຂອງບັນດາປະເທດກຳລັງພັດທະນາ ແລະ ເປີດໂອກາດໃຫ້ເດັກໃນການຮຽນຮູ້ຢ່າງມີປະສິດທິພາບ; ການໃຫ້ຄວາມໝາຍໝັ້ນທາງການເງິນຮອບໃໝ່ສໍາລັບການສຶກສາໂດຍຜ່ານລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ, ພ້ອມທັງສົ່ງເສີມການລະດົມທຶນພາຍໃນປະເທດ, ຄຽງຄູ່ກັບການຊ່ວຍເຫຼືອຂອງສາກົນ.

ພ້ອມດຽວກັນນີ້, ທ່ານ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ກ່ຽວກັບການປ້ອງກັນ, ການກະກຽມຄວາມພ້ອມ ແລະ ການຮັບມືຕໍ່ກັບພະຍາດລະບາດ ເພື່ອກະກຽມສໍາຄັນການແພ່ລະບາດຂອງພະຍາດໃນອະນາຄົດ. ໃນໂອກາດດັ່ງກ່າວ, ທ່ານໄພວັນ ແກ້ວປະເສີດ, ຕາງໜ້າໃຫ້ຄະນະຜູ້ແທນ ສປປ ລາວ ກໍໄດ້ໃຫ້ກຽດເປັນຜູ້ຮ່ວມສົນທະນາ (Panelist) ໃນກອງປະຊຸມ ເພື່ອແລກປ່ຽນທັດສະນະຕໍ່ກັບວຽກງານດັ່ງກ່າວ.

ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ອຶື່ນໆຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆ ເຊັ່ນ: ກອງປະຊຸມ ການຈັດຕັ້ງປະຕິບັດເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການຂ້າມຜ່ານທີ່ຍຸຕິທໍາ (Climate Action and Just Transition); ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກຸ່ມປະເທດ G77 ຄັ້ງທີ 38; ກອງປະຊຸມ ຄວາມມຸ່ງຫວັງໃນເຂດທະເລຫຼວງ (BBNJ First Movers: High Seas Ambition) ແລະ ຍັງໄດ້ພົບປະສອງຝ່າຍກັບ ອົງການຮ່ວມມືດ້ານດິຈິຕອນ (Digital Cooperation Organisation) ແລະ ສູນຄັງປັນຍາສາກົນສໍາລັບປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (International Think Tank for Landlocked Developing Countries).

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ