ງານມະຫະກຳທ່ອງທ່ຽວອາຊຽນ 2025

ຄະນະຜູ້ແທນລາວ ເຂົ້າຮ່ວມງານມະຫະກຳທ່ອງທ່ຽວອາຊຽນ 2025

ຄະນະຜູ້ແທນລາວ ເຂົ້າຮ່ວມງານມະຫະກຳທ່ອງທ່ຽວອາຊຽນ 2025
ຄະນະຜູ້ແທນ ສປປ ລາວ ຊຶ່ງນໍາໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ເຂົ້າຮ່ວມງານມະຫະກຳທ່ອງທ່ຽວອາຊຽນ (ATF 2025)

ໂດຍໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-20 ມັງກອນ ຜ່ານມາທີ່ ລັດຈໍຮໍ ບາຣູປະເທດມາເລເຊຍ ພາຍໃຕ້ຄໍາຂວັນ “ສາມັກຄີໜຶ່ງດຽວ ສ້າງອະນາຄົດການທ່ອງທ່ຽວອາຊຽນດ້ວຍກັນ”. ໃນນັ້ນ, ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28, ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ບວກສາມ (ສປ ຈີນ, ຢີ່ປຸ່ນ, ສ ເກົາຫຼີ) ຄັ້ງທີ 24, ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ-ອິນເດຍ ຄັ້ງທີ 12 ແລະ ກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ-ຣັດເຊຍ ຄັ້ງທີ 4 ແລະ ງານວາງສະແດງການທ່ອງທ່ຽວອາຊຽນ.

ກອງປະຊຸມໄດ້ທົບທວນ ແລະ ຕີລາຄາການຈັດຕັ້ງປະຕິບັດບັນດາກິດຈະກໍາບຸລິມະສິດ ໄລຍະ 2016-2025 ແລະ ປະກອບຄໍາເຫັນໃສ່ແຜນຍຸດທະສາດການທ່ອງທ່ຽວອາຊຽນ ປີ 2026-2030, ໂດຍເນັ້ນເປົ້າໝາຍຍົກສູງຄຸນນະພາບ, ການທ່ອງທ່ຽວທີ່ມີຄວາມຮັບຜິດຊອບ, ຄວາມຍືນຍົງ, ການມີສ່ວນຮ່ວມ ແລະ ຄວາມສາມາດໃນການປັບຕົວ. ກອງປະຊຸມ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ເພື່ອບັນລຸການພັດທະນາໃຫ້ມີຄວາມຍືນຍົງ; ກອງປະຊຸມໄດ້ຕີລາຄາຜົນສໍາເລັດຂອງການຮ່ວມມື ໃນປີ 2024 ພາກພື້ນອາຊຽນ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ເຖິງ 123 ລ້ານກວ່າຄົນ ເພີ່ມຂຶ້ນ 30.6% ຈາກປີ 2023, ເນື່ອງຈາກວ່າຫຼາຍປະເທດໄດ້ມີນະໂຍບາຍຕ່າງໆ ເປັນຕົ້ນ ການມີນະໂຍບາຍວີຊາ ແລະ ການພັດທະນາຜະລິດຕະພັນການທ່ອງທ່ຽວໃໝ່ທີ່ຫຼາກຫຼາຍ. ພ້ອມກັນນີ້, ກອງປະຊຸມຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ສປປ ລາວ ທີ່ໄດ້ເປັນເຈົ້າການໃນການສ້າງມາດຕະຖານການທ່ອງທ່ຽວອະນຸລັກອາຊຽນ (ASEAN Ecotourism Standard), ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ຊຶ່ງໄດ້ຮັບຮອງຢູ່ກອງປະຊຸມສຸດຍອດອາຊຽນ ໃນເດືອນຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.

ນອກຈາກນີ້, ກອງປະຊຸມຍັງໄດ້ເຫັນດີ ແລະ ເປັນເອກະພາບກັນ ສົ່ງເສີມ ແລະ ເພີ່ມທະວີຂອບການຮ່ວມມືດ້ານການທ່ອງທ່ຽວອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະແດງພັນທະຢ່າງແຂງແຮງໃນການປະກອບສ່ວນ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳທ່ອງທ່ຽວຢູ່ໃນພາກພື້ນອາຊຽນ ແລະ ພາຍໃນປະເທດຂອງຕົນ ໃຫ້ມີຄວາມເຂັ້ມແຂງ ແລະ ປະກົດຜົນເປັນຈິງ ແລະ ພ້ອມກັນເຂົ້າຮ່ວມປີທ່ອງທ່ຽວອາຊຽນ-ຈີນ 2025, ປີທ່ອງທ່ຽວອາຊຽນ-ອິນເດຍ 2025 ແລະ ກິດຈະກຳທ່ອງທ່ຽວອື່ນໆ ທີ່ປິ່ນອ້ອມຢ່າງຕັ້ງໜ້າ.

(ຂ່າວ-ພາບ: ຍຸພິນທອງ)

ຄໍາເຫັນ

ຂ່າວການຮ່ວມມື

ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV

ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV

ກຸ່ມບໍລິສັດແນວພັນພືດຫວຽດນາມ (Vinaseed), ສະມາຊິກຂອງກຸ່ມ PAN ຮ່ວມກັບສູນປູກຜັກໂລກ (WorldVeg) ແລະ ບັນດາຄູ່ຮ່ວມມືໄດ້ຈັດກອງປະຊຸມສຳນາສາກົນກ່ຽວກັບແນວພັນຜັກເຂດຮ້ອນ, ແຜນ ງານເພື່ອກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV” ຂຶ້ນໃນວັນທີ 10 ກັນຍານີ້ ທີ່ ແຂວງອຸດົມໄຊ, ໂດຍການເປັນປະທານ ຂອງ ທ່ານ ຫວຽນ ຈູງຢູງ (Nguyen Trung Dung) ຮອງປະທານກຸ່ມ​ບໍລິສັດ Vinaseed,​ ມີ​ຜູ້ຕາງໜ້າກະຊວງອຸດສາຫະກຳ ​ແລະ ການ​ຄ້າ​, ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ໝາກ​ໄມ້ ​ແລະ ຜັກ​ຫວຽດນາມ, ການ​ນຳ​ແຂວງ​ອຸດົມ​ໄຊ, ກຸ່​ມ​ບໍລິສັດ Vinaseed ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ​.
ທ່ານ ລິນຄຳ ດວງສະຫວັນ ຕ້ອນຮັບທູດສິງກະໂປ ເຂົ້າຢ້ຽມອຳລາ

ທ່ານ ລິນຄຳ ດວງສະຫວັນ ຕ້ອນຮັບທູດສິງກະໂປ ເຂົ້າຢ້ຽມອຳລາ

ໃນວັນທີ 9 ກັນຍາ ນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, (ກສ) ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Sudesh Maniar ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມພົບປະ ແລະ ອຳລາ ເນື່ອງໃນໂອກາດທີ່ຈະໝົດວາລະປະຈຳການຢູ່ ສປປ ລາວ.
ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ກົມວັນນະຄະດີ ແລະ ພິມຈໍາໜ່າຍ ສປປ ລາວ ຮ່ວມກັບກົມຈັດພິມ, ການພິມ ແລະ ຈໍາໜ່າຍ ສສ ຫວຽດນາມ ໄດ້ຈັດພິທີເປີດຊຸດຝຶກອົບຮົມດ້ານວຽກງານການພິມ ແລະ ການຈັດພິມຂຶ້ນໃນວັນທີ 9 ກັນຍານີ້ ທີ່ສູນອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ສປປ ລາວ ແລະ ທ່ານ ຫງ້ວຽນ ຫງວຽນ ຫົວໜ້າກົມຈັດພິມ, ການພິມ ແລະ ຈໍາໜ່າຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ, ມີບັນດາຜູ້ຕາງໜ້າຈາກກົມກອງ, ຜູ້ອໍານວຍການສໍານັກພິມ, ໂຮງພິມ, ປະທານສະມາຄົມ, ຜູ້ປະກອບການພາກລັດ ແລະ ວິສາຫະກິດ ພ້ອມດ້ວຍສໍາມະນາກອນ, ພະນັກງານວິຊາການພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສນຊ ປາຖະກະຖາວັນຊາດຫວຽດນາມ ຄົບຮອບ 80 ປີ

ສນຊ ປາຖະກະຖາວັນຊາດຫວຽດນາມ ຄົບຮອບ 80 ປີ

ພິທີປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານ ສນຊ, ມີບັນດາກໍາມະການ ສນຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດໄທ

ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດໄທ

ໃນຕອນບ່າຍຂອງວັນທີ 8 ກັນຍາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ປະດັບຫຼຽນກາມິດຕະພາບໃຫ້ທ່ານທູດ ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ລມຕ ກະຊວງການຕ່າງປະເທດຕ້ອນຮັບ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ

ລມຕ ກະຊວງການຕ່າງປະເທດຕ້ອນຮັບ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ

ໃນ​ວັນ​ທີ 8 ກັນຍາ ນີ້ ທີ່​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ, ທ່ານ​ ທອງ​ສະຫວັນ​ ພົມວິຫານ ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ ​​ທ່ານ ນາງ ການນີວິຍາຣາຈາ (Ms. KanniWignaraja) ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP).
Vietjet ນຳສະເໜີໂປຣໂມຊັນ 9/9 Mega Sale ຮັບສ່ວນຫຼຸດ 99% ພ້ອມບໍ່ເສຍຄານໍ້າໜັກກະເປົາເດີນທາງ

Vietjet ນຳສະເໜີໂປຣໂມຊັນ 9/9 Mega Sale ຮັບສ່ວນຫຼຸດ 99% ພ້ອມບໍ່ເສຍຄານໍ້າໜັກກະເປົາເດີນທາງ

ເຊີນນັກທ່ອງທ່ຽວໃຫ້ສະເຫຼີມສະຫຼອງວັນຄູ່ 9/9 ກັບສາຍການບິນ Vietjet ດ້ວຍໂປຣໂມຊັນປີ້ຍົນລາຄາຫຼຸດ 99% ສໍາລັບຄ່າປີ້ພື້ນຖານໃນທຸກໆເສັ້ນທາງ, ລວມທັງເສັ້ນທາງນະຄອນຫຼວງວຽງຈັນ ສປປ ລາວ - ນະຄອນໂຮ່ຈິມິນ ສສ ຫວຽດນາມ. ຜູ້ໂດຍສານຍັງຈະໄດ້ຮັບສິດບໍ່ເສຍຄ່າກະເປົາສຳລັບໂຫຼດໃຕ້ທ້ອງເຄື່ອງໜັກ 20 ກິໂລກຣາມ, ເຮັດໃຫ້ການຈັດກະເປົາສຳລັບການເດີນທາງຄັ້ງຕໍ່ໄປງ່າຍຂຶ້ນ.
ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ

ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ

ພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ລະຫວ່າງກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ກັບ ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 5 ກັນຍາຜ່ານມາ ທີ່ໂຮງຮຽນດັ່ງກ່າວ ບ້ານສອງເໝືອງ ເມືອງໜອງບົກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ລາວ-ສ. ເກົາຫຼີ ວາງສະແດງໜັງສືໃບລານ-ຄໍາພີຈິກຈີ

ລາວ-ສ. ເກົາຫຼີ ວາງສະແດງໜັງສືໃບລານ-ຄໍາພີຈິກຈີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານທູດສາທາລະນະລັດ ເກົາຫຼີ (ສ. ເກົາຫຼີ) ປະຈໍາ ສປປ ລາວ ໄດ້ຈັດງານວາງສະແດງໜັງສືໃບລານ ແລະ ຄໍາພີຈິກຈີ (JIKJI) ພ້ອມທັງມອບ-ຮັບປື້ມສໍາເນົາຈິກຈີ ຂອງ ສ. ເກົາຫຼີ ທີ່ໄດ້ຮັບຮອງເປັນຄວາມຊົງຈໍາຂອງໂລກ (UNESCO) ໃຫ້ແກ່ຫໍສະໝຸດແຫ່ງຊາດໃນວັນທີ 4 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ; ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະມາຄົມມິດຕະພາບ ລາວ - ສ. ເກົາຫຼີ ພ້ອມດ້ວຍແຂກຖືກເຊີນທັງ 2 ຝ່າຍ.
ກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18

ກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18

ໃນລະຫວ່າງ ວັນທີ 3-4 ກັນຍາ ຜ່ານມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18 (AMME 18) ແລະ ກອງປະຊຸຸມລັດພາຄີວ່າດ້ວຍສັນຍາອາຊຽນ ດ້ານມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນຄັ້ງທີ 20 (COP20) ແລະ ກອງປະຊຸມປິ່ນອ້ອມຕ່າງໆ ຊຶ່ງຈັດຂຶ້ນທີ່ ປະເທດມາເລເຊຍ, ກອງປະຊຸມດັ່ງກ່າວ ປະກອບມີບັນດາລັດຖະມົນຕີອາຊຽນ ດ້ານສິ່ງແວດລ້ອມ, ເລຂາທິການໃຫຍ່ອາຊຽນ, ບັນດາປະເທດຄູ່ຮ່ວມອາຊຽນ ແລະ ຄູ່ຮ່ວມພັດທະນາຕ່າງໆ ພາຍໃຕ້ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.
ເພີ່ມເຕີມ