![]() |
ໃນໄລຍະວັນທີ 22-27 ກັນຍາ 2025 ຊຶ່ງໃນຕອນເຊົ້າວັນທີ 23 ກັນຍານີ້ ຄະນະຜູ້ແທນ ໜັງສືພິມ ປະຊາຊົນ ກໍໄດ້ເຂົ້າວາງພວງມາລາຕໍ່ໜ້າສຸສານປະທານ ໂຮ່ຈິມິນ ເພື່ອສະແດງຄວາມເຄົາລົບຕໍ່ປະທານ ໂຮ່ຈິມິນ ຜູ້ນຳທີ່ແສນເຄົາລົບຮັກຂອງການນຳພັກ - ລັດ,ປະຊາຊົນຊາວຫວຽດນາມ ກໍຄືຜູ້ນຳທີ່ເຄົາລົບຮັກຂອງບັນດາປະເທດເພື່ອນມິດທົ່ວໂລກ.ຈາກນັ້ນຄະນະຜູ້ແທນກໍໄດ້ໄປຢ້ຽມຢາມສະຖານທີ່ການດຳລົງຊີວິດ ຂອງປະທານ ໂຮ່ຈິມິນ ທີ່ບໍລິເວນສຸສານດັ່ງກ່າວ ຄະນະໄດ້ສືບຕໍ່ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ,ຫຼັງຈາກນັ້ນໃນຕອນແລງຂອງວັນດຽວກັນຄະນະຜູ້ແທນໜັງສືພິມປະຊາຊົນ ກໍໄດ້ເດີນທາງໄປຢ້ຽມຢາມໜັງສືພິມ ເຢິນເຢີນ ໂດຍໄດຮັບການຕອ້ນຮັບຈາກ ສະຫາຍ ເລ ກວັກມິງ ກຳມະການສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຢິນເຢີນ ສຽງຂອງສູນກາງພັກກອມມູນິດຫວຽດນາມ
![]() |
ຊຶ່ງສະຫາຍ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ໜັງສືພິມ ປະຊາຊົນ ທີ່ໄດ້ເດີນທາງມາຢ້ຽມຢາມຫວຽດນາມໃນຄັ້ງນີ້ ເພື່ອສືບຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ຫວຽດນາມ - ລາວ, ເວົ້າລວມ ເວົ້າສະເພາະ ແມ່ນສອງໜັງສືພິມໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ການເດີນທາງຢ້ຽມຢາມຫວຽດນາມໃນຄັ້ງນີ້ ທ່າມກາງບັນຍາກາດທີ່ທົ່ວພັກ - ທົ່ວລັດ ແລະ ທົ່ວປວງຊົນ ຊາວຫວຽດນາມ ຫາກໍໄດ້ສຳເລັດການສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ ໃນຕົ້ນເດືອນກັນຍາຜ່ານມານີ້.ການເດີນທາງຢ້ຽມຢາມຄັ້ງນີ້ໄດ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນຄວາມສາມັກຄີພິເສດການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ,ສອງລັດ ກໍຄືປະຊາຊົນສອງຊາດຫວຽດ-ລາວ,ເວົ້າລວມເວົ້າສະເພາະແມ່ນສອງໜັງສືພິມໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນພ້ອມນີ້ກໍອວຍພອນໃຫ້ຄະນະຜູ້ແທນໜັງສືພິມປະຊາຊົນຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມຫວຽດນາມໃນຄັ້ງນີ້
![]() |
ສະຫາຍ ວັນໄຊ ຕະວິນຍານ ຕ່າງໜ້າຄະນະຜູ້ແທນໜັງສືພິມປະຊາຊົນ ໄດ້ກ່າວສະແດງຄວາມຈອບໃຈຕໍ່ສະຫາຍ ເລ ກວັກມິງ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນພ້ອມທັງສະແດງຄວາມຂອບໃຈຕໍ່ການພົວພັນຮ່ວມມືຊ່ວຍເຫຼືອຂອງໜັງສືພິມເຢິນເຢີນຕໍ່ໜັງສືພິມປະຊາຊົນໃນໄລຍະທີ່ຜ່ານມາລວມທັງການຝຶກອົບຮົມໃຫ້ແກ່ພະນັກງານຂອງໜັງສືພິມປະຊາຊົນນຳອີກ,ໃນຕອນແລງຂອງວັນດຽວກັນຄະນະຜູ້ແທນໜັງສືພິມປະຊາຊົນ ຍັງໄດ້ໄປຢ້ຽມຢາມພົບປະກັບ ສະຫາຍ ຟານຊວນຖຸຍ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ ກອມມູນິດຫວຽດນາມນຳອີກ. ຂ່າວ-ພາບ: ພູວຽງຄຳ
ຄໍາເຫັນ